ວັນອັງຄານ ທີ 19 ກຸມພາ 2019 23:50:55

ວັນສຸກແລ້ວນີ້(5/6/2013) ມີໂອກາດນັ່ງລົມກັບໝູ່ເພື່ອນນັກຂຽນລຸ້ນເກົ່າທີ່ຫຼາຍປີບໍ່ໄດ້ພົບກັນໃນຫຼາຍເລື່ອງ ໃນນັ້ນ ໜີບໍ່ພົ້ນເລື່ອງໃນວົງການຂີດຂຽນ.

ລົມກັນໄປໂສກັນມາເພື່ອນສະແດງອາການເປັນຫ່ວງວົງການສື່ໃນຍຸກໃໝ່ ໂດຍສະເພາະແມ່ນເລື່ອງການຄຸ້ມຄອງຄຸນນະພາບຂອງເນື້ອໃນ ລວມໄປເຖິງການໃຫ້ຄຸນຄ່າຜົນງານ ບໍ່ວ່າຈະເປັນລາງວັນ ຫຼືວ່ານາມມະຍົດທີ່ເອີ້ນກັນວ່າ: ອາຈານນັ້ນ ອາຈານນີ້ ທັງທີ່ຜົນງານ ແລະ ປະສົບການບໍ່ເໝາະປານໃດ.

ສິ່ງທີ່ເພິ່ນເປັນຫ່ວງມີບາງອັນດັ່ງນີ້:

+ ເປັນຫ່ວງວາລະສານພາກເອກະຊົນທີ່ເກີດຂຶ້ນມາຫຼາຍ ແຕ່ເນື້ອໃນ-ຮູບແບບຢາກຄືກັນ ເພາະນຳສະເໜີແຕ່ແຟຊັ້ນ ຂໍ້ມູນເອົາຈາກອິນເຕີເນັດ ພາສາໄທມາແປ ແຕ່ບໍ່ເປັນພາສາລາວ... ການສ່ຽງໂຊກດ້ວຍຕຳລາໝໍດູ ອັນນີ້ບໍ່ໄດ້ສົ່ງເສີມໃຫ້ເກີດມີນັກຂຽນ ແຕ່ສົ່ງເສີມໃຫ້ມີນັກກ່າຍຫຼາຍຂຶ້ນແລ້ວຍ້ອງກັນເອງ.

+ ການມອບລາງວັນຕ່າງໆ ໂດຍສະເພາະພາກເອກະຊົນ ກໍເຮັດແບບຂີ້ຖີ່ ບໍ່ກວ້າງຂວາງ ແນມເຫັນແຕ່ຄົນຢູ່ອ້ອມຂ້າງອ້ອມແອວທໍ່ນັ້ນ ແຕ່ປານນັ້ນມະຫາພາກກໍຍັງໄປຮ່ວມນຳເບິ່ງນຳອີກ.

+ ແຕ່ງເພງສອງ-ສາມເພງ ຂຽນບົດຄວາມບໍ່ຮອດສິບບົດ ເຮັດວຽກຕົວຈິງບໍ່ຮອດ 5 ປີ ເອີ້ນກັນອາຈານແລ້ວ ! ບໍ່ຮູ້ວ່າຂຶ້ນຫ້ອງສອນວິຊາຫຍັງ ? ຢູ່ໂຮງຮຽນໃດ ? ມີໃຜຢັ້ງຢືນ !.

ອັນນີ້ອັນຕະລາຍແທ້ໆ ເພາະຄົນຈະຫຼົງຕົວ ?.

+ ບັນນາທິການຍັງອ່ອນນ້ອຍ (ອ່ອນພັນສາ) ຄວາມຮູ້ທາງດ້ານທິດສະດີ-ການເມືອງບໍ່ມີພໍໜ້ອຍ ແຕ່ໄປບັນຊາວາລະສານ ລາຍການວິທະຍຸ-ໂທລະພາບ... ອັນນີ້ ສ່ຽງທີ່ຫຼົງກົນຂອງຜູ້ບໍ່ຫວັງດີ.

ສຳລັບທາງອອກເພິ່ນວ່າດັ່ງນີ້:

+ ຢາກໃຫ້ມີການເຝິກອົບຮົມໃນລະດັບໃດໜຶ່ງໃຫ້ແກ່ຜູ້ທີ່ຈະເຮັດວຽກໃນວົງການສື່ ກໍຄືລະດັບບັນນາທິການ ໝາຍວ່າ ມີໃບຢັ້ງຢືນການເຝິກອົບຮົມຈຶ່ງອະນຸຍາດໃຫ້ເຮັດວຽກນີ້ໄດ້.

+ ໃນເບື້ອງຕົ້ນຢາກໃຫ້ຄົນໃນວົງການລັດອອກໄປເປັນບັນນາທິການຂອງວາລະສານ ຫຼື ສື່ເອກະຊົນ (ຮູບແບບເຮັດວຽກເພີ່ມ) ເພາະນັ້ນໝາຍເຖິງການຄຸ້ມຄອງຂອງລັດ.

+ ການຈັດຕັ້ງໃຫ້ລາງວັນໃດກໍຕາມ ພາກສ່ວນລັດຕ້ອງເຂົ້າໄປມີສ່ວນຮ່ວມຢ່າງຈິງຈັງ ໂດຍສະເພາະສະມາຄົມນັກຂ່າວ ສະມາຄົມນັກປະພັນ ຜູ້ເຮັດວຽກໃນຂົງເຂດສື່ຫຼື ວົງການຂີດຂຽນເອກະຊົນໃດກໍຕາມ ຫາກບໍ່ນັບຖື ຫຼື ໃຫ້ສອງສະມາຄົມນີ້ມີສ່ວນຮ່ວມແມ່ນຫ້າມເດັດຂາດບໍ່ໃຫ້ມີສິດມອບລາງວັນໃດໆ.

+ ຄວນກຳນົດມາດຕະຖານວ່າ ໃຜແຕ່ງເພງທໍ່ໃດບົດທໍ່ໃດ ?ເພງມີຊື່ສຽງສັງຄົມຍອມຮັບ ການຈັດຕັ້ງຍອມຮັບທໍ່ໃດ ?ເຄີຍຖືກເຊີນໄປເປັນວິທະຍາກອນ-ເປັນອາຈານຮັບເຊີນຈັກຊົ່ວໂມງໃນວິທະຍາໄລ ມະຫາວິທະຍາໄລໃດ ? ລວມເອົາຂໍ້ມູນນີ້ແລ້ວປະກາດນາມມະຍົດອາຈານຢ່າງເປັນທາງການບຸກຄົນໃດບໍ່ໄດ້ຮັບນາມມະຍົດຈາກທາງການ ແມ່ນບໍ່ມີສິດນຳໃຊ້ເດັດຂາດ ຖ້າຝ່າຝືນຈະຖືກໂທດຕາມກົດໝາຍ.

ສຳລັບຜູ້ຂຽນບໍ່ມີຄຳເຫັນ ພຽງແຕ່ນຳສະເໜີທໍ່ນັ້ນ ເພື່ອນຜູ້ອື່ນມີຄຳເຫັນເປັນປະການໃດ ? ກໍຂໍໃຫ້ສະແດງຄຳເຫັນແບບສ້າງສັນເຂົ້າມາຄໍລຳຂອງເຮົາຈະເປັນພະຄຸນຍິ່ງ.

ໂດຍ: ແນວລາວ