ວັນອາທິດ ທີ 17 ກຸມພາ 2019 06:12:16

ຜູ້ຄົນໃນສະໄໝນີ້ໃຜກໍເອີ້ນຕົນເອງວ່າ ເປັນຄົນຍຸກໃໝ່ ຍຸກດີຈີຕອນ ຍຸກຂໍ້ມູນຂ່າວສານໄຮ້ພົມແດນກັນແລ້ວ ທັງມີແບບແຜນດຳລົງຊີວິດທີ່ສີວິໄລ ຈະເຮັດຫຍັງທຳຫຍັງກໍລ້ວນແຕ່ມີແຜນການແບບວິທະຍາສາດ ມີການຄິດໄລ່ເຖິງຜົນໄດ້ຜົນເສຍຢ່າງຖືກຕ້ອງຮອບຄອບ.

ແຕ່ກໍຍັງມີຄົນອີກກຸ່ມໜຶ່ງທີ່ເຂົ້າໃຈວ່າ ໂລກມະນຸດເຮົາບໍ່ແມ່ນສ້າງຂຶ້ນຢ່າງດຽວດາຍ ຍັງຈະຕ້ອງມີການປະກອບສ້າງຈາກສິ່ງລີ້ລັບ ສະຫຼັບສັບຊ້ອນແຝງໄວ້ຢູ່ ແລະ ສິ່ງເຫຼົ່ານັ້ນຍັງກາຍເປັນຜູ້ກຳນົດໂຊກຊາຕາວາສະໜາຂອງຜູ້ຄົນ ຄຸ້ມຄອງຜູ້ຄົນໃຫ້ເປັນໄປຕາມພົມລິຂິດຂີດເສັ້ນຊາຕາໃຫ້ ໂດຍສະເພາະບ່ອນຢູ່ອາໄສຂອງມະນຸດເອງກໍມີເຈົ້າຖິ່ນເຈົ້າຖານ ເທວະດາອາຮັກເປັນຜູ້ປົກປັກຮັກສາດູແລໃຫ້ ເຊິ່ງສິ່ງດັ່ງກ່າວມາຖ້າວ່າໃຜບໍ່ເຊື່ອກໍຢ່າລົບລູ່ ໝິ່ນປະໝາດ ຫຼື ມີການກະທຳທີ່ແຕະຕ້ອງເຖິງຈິດໃຈຂອງຜູ້ທີ່ເຊື່ອຖືມາແນວນັ້ນ ແລະ ກໍກາຍເປັນວັດທະນະທຳລີ້ລັບຝັງໃນຈິດໃຈຂອງຜູ້ນັ້ນໆຕໍ່ມາ.

ການເສຍເຄາະແມ່ນວິທີການໜຶ່ງຂອງຜູ້ເຊື່ອຖືໃນການກຳຈັດປັດເປົ່າສິ່ງບໍ່ດີນັ້ນໃຫ້ອອກໄປ ຖ້າວ່າໄດ້ກະທຳການເສຍເຄະແລ້ວ ຈະປົດເປື້ອງໝົດຄວາມອຸກອັ່ງ ຄວາມທຸກໃຈ ຄວາມລະແວງສົງໃສທີ່ໄດ້ແບກຫາບມາໄລຍະດົນນານ ເຄາະກຳແມ່ນການກະທຳ ແມ່ນການປະພຶດຂອງບຸກຄົນທີ່ສະແດງອອກໃນທາງກົງ ແລະ ທາງອ້ອມ ເຈດຕະນາ ຫຼື ບໍ່ເຈດຕະນາ ກາຍເປັນຂໍ້ຜິດພາດທີ່ນຳມາເຖິງຜົນເສຍຫາຍທາງວັດຖຸ ແລະ ຈິດໃຈ ບາງຄັ້ງຮ້າຍແຮງເຖິງຊີວິດອິນຊີກໍມີ.

ແຕ່ໃນທາງໂລກແຫ່ງຄວາມເປັນຈິງແລ້ວ ເຄາະກຳ (ສິ່ງບໍ່ດີ) ຄືການກະທຳທີ່ສະແດງອອກຜ່ານການປະພຶດ ທີ່ພາໃຫ້ເກີດມີສິ່ງບໍ່ດີປະກົດຂຶ້ນນັ້ນ ສາມາດຫຼີກເວັ້ນໄດ້ດ້ວຍການວາງແຜນ ການປະເມີນຜົນ ກ່ອນການເສຍຫາຍຈະມາເຖິງ ຫຼື ວິທີການອື່ນໆກໍແມ່ນການມີສະຕິ ສົມມຸດວ່າ: ຄົນສອງຄົນຂັບລົດໄວສວນທາງກັນມາ ແລ້ວກໍ່ໃຫ້ເກີດອຸບັດເຫດ ເຮັດໃຫ້ມີຄົນບາດເຈັບ ລົດເພເສຍຫາຍ ຖືວ່າເປັນເຄາະຮ້າຍຂອງຄົນທັງສອງ ຫຼື ຈະວ່າແນວໃດ ? ແນ່ນອນຖ້າວ່າກັນໄປຕາມຮູບຄະດີຂອງການເກີດອຸບັດເຫດ ກໍຕ້ອງເບິ່ງວ່າ ຄົນຂັບລົດທັງສອງຄັນໃຜລະເມີດກົດຈະລາຈອນ ຂັບໄປຖືກທາງກຳນົດໃຫ້ຂັບຫຼືບໍ? ທາງບ່ອນນັ້ນ ທາງການອະນຸຍາດໃຫ້ແລ່ນເທົ່າໃດກິໂລແມັດຕໍ່ຊົ່ວໂມງ ທັງສອງຄົນເມົາເຫຼົ້າ ເມົາຢາບໍ? ມີໃບອະນຸຍາດຂັບລົດຖືກຕ້ອງບໍ? ແລະ ເຫດຜົນອື່ນໆ ນອກຈາກນີ້ ກໍຍັງມີຫຼາຍຕົວຢ່າງທີ່ບໍ່ອາດມາອະທິບາຍໄດ້ໝົດ ເຊິ່ງແມ່ນມາຈາກການດຳລົງຊີວິດໃນການຂາດສະຕິຂອງຄົນເຮົາ ແລ້ວຫັນໄປເວົ້າວ່າ: ເປັນເຄາະເປັນກຳ ແລ້ວພາກັນໄປເສຍເຄະ ຫຼື ແກ້ເຄາະ ເສຍເງິນກັນໄປໂດຍໄຮ້ປະໂຫຍດ.

ການແກ້ເຄາະ ຫຼື ເສຍເຄາະ ມັນກ່ຽວພັນກັບການເສຍວັດຖຸທີ່ນຳໃຊ້ພິທີກຳຕ່າງໆ ຖ້າເຮັດແບບງ່າຍດາຍຫຼາຍ ຜູ້ຖືກເຄາະກໍຢ້ານບໍ່ຫວິດເຄາະ ຫຼື ບໍ່ແຈບໃຈ ດັ່ງນັ້ນ ຈຶ່ງຟັງແຕ່ຜູ້ພາເຮັດ ອາດຈະຮຽກເຮັດຕ່າງໆນາໆ ບໍ່ຈັກກະໂທງຈາກກາບກ້ວຍ 8-9 ຊັ້ນ ສາມແຈ ສີ່ແຈ ເຜິ້ງທຽນ ເຄື່ອງປະກອບຕ່າງໆຕາມແຕ່ຜູ້ພາເຮັດແຈ້ງມາ ຄິດໄລ່ແລ້ວເປັນຫຼັກລ້ານ ຈາກນັ້ນ ສິ່ງສຳຄັນກໍມີຄາຍ (ເງິນເປັນຄ່າແຮງງານຕາມອັດຕາແລ້ວແຕ່ໃຈ ຫຼື ບາງຄົນກໍຮຽກແພງ) ຈົນເຖິງຜູ້ເຄາະຮ້າຍຈົ່ມວ່າ ເປັນເຄາະຊ້ຳສອງກໍມີ ຜູ້ສູດສະເດາະເຄາະບາງບ່ອນເປັນພໍ່ອອກ (ຄາລະວາດ) ບາງບ່ອນເປັນອາຈານແລ້ວແຕ່ຜູ້ເຊື່ອ ໃນທາງສາສະໜາພຸດ ເພິ່ນກໍຫ້າມການກະທຳດັ່ງກ່າວ ເພາະແມ່ນສິ່ງເຫຼືອຈາກສາສະໜາພາມ ແຕ່ໄລຍະຫຼັງໆປະກົດວ່າ ມີເວດມົນກົນຄາຖາອື່ນໆ ເພີ່ມເຂົ້ານຳອີກ ເຮັດໃຫ້ຜູ້ເຊື່ອຍິ່ງເຊື່ອເປັນກະແສວ່າ ອາຈານວັດນັ້ນດີ ວັດນີ້ຄັກ ເຊິ່ງເລື່ອງນີ້ທາງອົງການ ອສພ ເພິ່ນກໍມີການຫ້າມຢູ່ແລ້ວ ສາສະໜາພຸດ ຫຼັກໆເພິ່ນເຜີຍແຜ່ແຕ່ທຳມະວິໄນ ເທດສະໜາສັ່ງສອນໃຫ້ຄົນຮູ້ຈັກບາບ-ບຸນ ຄຸນ-ໂທດ ບໍ່ໃຫ້ຄົນຫຼົງໄຫຼໃນອະບາຍຍະມຸກ ອັນຈະພາໄປສູ່ການເສື່ອມເສຍ ແລະ ຫຼົງໄຫຼໃນກິເຫຼດຕັນຫາຕ່າງໆ.

ເຖິງຢ່າງໃດກໍດີ ການເຊື່ອຖື ຫຼື ບໍ່ເຊື່ອຖື ລ້ວນແຕ່ເປັນສິດທິຂອງບຸກຄົນ ຜູ້ເຊື່ອຖືແລ້ວກໍບໍ່ຄວນເຜີຍແຜ່ຄວາມເປັນອັດສະຈັນໃນສິ່ງທີ່ເຊື່ອຖືໃຫ້ຜູ້ອື່ນໆຫຼົງໄຫຼນຳ ສ່ວນຜູ້ບໍ່ເຊື່ອຖື ຖ້າເຫັນວ່າບໍ່ແຕະຕ້ອງເຖິງຜົນປະໂຫຍດລວມ ຫຼື ການເສຍຫາຍຂອງປະເທດຊາດແລ້ວ ກໍຈົ່ງເສີຍໆຂັນຕິໄວ້ ແຕ່ມີບາງຄົນຊື້ລົດຍີ່ຫໍ້ດັງໆ ຊ້ຳພັດຍັງນຳໄປສູດມົງຄຸນ ຫຼື ເສຍເຄາະອີກຢູ່ນັ້ນ ກໍບໍ່ຊ່າງວ່າ ດີແທ້ຊື້ລົດໃໝ່ອອກມາຈາກຫ້າງແລ້ວ ໃຫ້ອ່ານກົດລະບຽບຈະລາຈອນຫຼາຍໆເທື່ອ ອ່ານໝົດມື້ຍິ່ງດີ ຈະເປັນການເສຍເຄາະທີ່ດີທີ່ສຸດ ລົດຄັນດັ່ງກ່າວອາດຈະບໍ່ມີເຄາະເລີຍອີກກໍເປັນໄດ້ ພີ່ນ້ອງເອີຍ !.

ໂດຍ: ຊຽງເອງ