ວັນເສົາ ທີ 23 ກຸມພາ 2019 18:40:14

ດຽວນີ້ຢູ່ນະຄອນຫຼວງວຽງຈັນ ການໄປມາຍາກຫຼາຍ ໂດຍສະເພາະຍາມຝົນ ຍ້ອນວ່າລົດຕິດຫຼາຍຈຸດໂພດ.

ອອກຈາກເຮືອນຢູ່ບ້ານໂພນຄຳ ມາຫ້ອງການຢູ່ບ້ານໜອງບອນ ມີຈຸດລົດຕິດໃຫຍ່ໆຕັ້ງ 3 ຈຸດ ຈຸດທຳອິດຕິດຢູ່ປ້ຳນ້ຳມັນ ລ້ຽວອອກຈາກວັດໜອງບົວທອງ ມາຫາຈຸດສີ່ແຍກໂຮງກາຍຍະສິນ ຈຸດທີສອງແມ່ນອຳນາດ ຈະເຂົ້າສູ່ບ້ານສີສະຫວາດ ໄປຫາສຳນັກງານນາຍົກ ແລະ ຈຸດທີສາມແມ່ນຈະຂ້າມຖະໜົນລ້ານຊ້າງ ບໍລິເວນປະຕູໄຊ... ທັງໝົດນັ້ນໃຊ້ເວລາການເດີນທາງເກືອບສອງຊົ່ວໂມງ ຫາກແມ່ນຍາມເຊົ້າເວລາຮັບ-ສົ່ງ... ເພື່ອນຜູ້ອ່ານລາຍໜຶ່ງສ່ອງແສງເຖິງຄໍລຳໃນວັນທີ 6/5/2013.

ເວົ້າເລື່ອງລົດຕິດຢູ່ນະຄອນຫຼວງວຽງຈັນ 2-3 ປີມານີ້ ເລີ່ມຕິດໃນຫຼາຍຈຸດ... ການແກ້ໄຂກໍລຳບາກ ຈິດໃຈຜູ້ຂັບຂີ່ພາຫະນະດຽວນີ້ຄັບແຄບຫຼາຍ ເຫັນແຕ່ໃຈໂຕເອງ

ສະແດງອອກໃນການບຽດຊິງ ໂດຍບໍ່ນັບຖືລະບຽບຈະລາຈອນ ເລີຍພາໃຫ້ທາງກວ້າງກໍແຄບເຂົ້າ.

ຄໍລຳເຮົາເຄີຍຂຽນຫຼາຍເທື່ອ... ມີບາງເທື່ອກໍໃຊ້ຄຳເວົ້າບໍ່ມ່ວນຫູ ເຊັ່ນວ່າ: ພວກບໍ່ມີຢາງອາຍ ພວກໜ້າດ້ານ ພວກໜ້າມຶນ ແຕ່ກໍປະກົດວ່າ ພວກຈອດລົດຊະຊາຍບໍ່ຄ່ອຍປ່ຽນແປງພໍທໍ່ໃດ ?.

ໄດ້ລົມກັບໝູ່ຄູ່ຫຼາຍຄົນ ມີຄຳເຫັນວ່າ: ຢາກໃຫ້ເຈົ້າໜ້າທີ່ມີຊຸດສະເພາະກິດ ເຄື່ອນໄຫວໄປຕາມເສັ້ນທາງຕ່າງໆ ເພື່ອຕັກເຕືອນ ປັບໄໝ ພວກຈອດລົດຊະຊາຍ ເຮັດຄືຢູ່ປະເທດອື່ນເຮັດ... ເຖິງຂັ້ນຍົກລົດໄປ ກໍເຮັດຂຽນໃບສັ່ງໃຫ້ໄປຈ່າຍເງິນຢູ່ສານ...

ຢາກໃຫ້ມີການສົມທົບລະຫວ່າງຜູ້ຂາຍລົດ ແລະ ຜູ້ອອກທະບຽນລົດ ກັບຜູ້ຄຸ້ມຄອງສຳມະໂນຄົວ ໝາຍວ່າສາມພາກສ່ວນນີ້ມາກວດການຳກັນ ແລ້ວສະເໜີຂັ້ນເທິງອອກມາດຕະການເລື່ອງການຊື້ລົດ ເຊັ່ນວ່າ: ຄອບຄົວ 4 ຄົນ ອະນຸຍາດໃຫ້ຊື້ລົດໃຫຍ່ 1 ຄັນ ລົດຈັກ 2 ຄັນ ລົດຖີບ 2 ຄັນ ພໍ ! ກາຍນັ້ນບໍ່ອະນຸຍາດ... ແລະ ເຮືອນໃດບໍ່ມີສະຖານທີ່ຈອດລົດ ກໍຄວນຫາວິທີແກ້ໄຂ ບໍ່ໃຫ້ຈອດລົດຊະຊາຍ ຫຼື ໃຊ້ວິທີອື່ນໆທີ່ເໝາະສົມ... ດຽວນີ້ ໃຜມີເງິນຊື້ທໍ່ໃດກະໄດ້ ມັນເລີຍພາໃຫ້ລົດລົ້ນທາງ.

ສືບຕໍ່ລົດປະຈຳທາງທີ່ປະຕິບັດດີຢູ່ຄືປັດຈຸບັນ ໝາຍວ່າເພີ່ມໃຫ້ມີຫຼາຍຈຸດ ຄົນກໍຈະໃຊ້ບໍລິການຫຼາຍຂຶ້ນ ທັງເປັນການຕີຖອຍພວກລົດເອກະຊົນທີ່ເກັບລາຄາສູງ.

ໃຫ້ຢຸດເຊົາການບໍລິການຂອງຕຸກຕຸກ-ຈຳໂບ້ ໃນຕົວເມືອງ ໃນຢ່າງເດັດຂາດ.

ທັງໝົດນັ້ນຄືຄຳເຫັນຂອງຜູ້ໃຊ້ຖະໜົນ !.

ໂດຍ: ແນວລາວ