ວັນເສົາ ທີ 23 ກຸມພາ 2019 12:36:31

ເພື່ອນຜູ້ອ່ານທ່ານໜຶ່ງຂຽນ ຈ.ມ ລົງວັນທີ 31/5/2013 ເຖິງຄໍລຳພວກເຮົາ ໂດຍໃສ່ນາມວ່າ: “ດອກເຂັມສີຂາວ” ເພິ່ນສະແດງຄວາມເປັນຫ່ວງເລື່ອງການຈັດຕັ້ງປະຕິບັດ 6ສ ໂດຍສະເພາະແມ່ນ ສ.ສະອາດ.. ເພິ່ນຍົກຕົວຢ່າງ ລົດຂົນດິນທີ່ໃສ່ດິນເຂົ້າມາຈົນລົ້ນລົດ ບໍ່ມີແນວປົກປິດ ເຮ່ຍມາສຸດທາງ ລົດສ່ວນຕົວ ລົດໂດຍສານທີ່ແລ່ນເຂົ້າມາຕົວເມືອງ ມີແຕ່ຂີ້ຕົມເຕັມກົງລົດ... ເພິ່ນສະເໜີໃຫ້ເຈົ້າໜ້າທີ່ຕັ້ງປ້ອມກວດກາ ຄວນໃຫ້ລົດຢຸດລ້າງຕີນສາກ່ອນຈຶ່ງເຂົ້າເມືອງໄດ້ ໂດຍຈັດສັນໃຫ້ທຸລະກິດລ້າງລົດຮັບຜິດຊອບທຸກເສັ້ນທາງທີ່ແລ່ນເຂົ້າສູ່ຕົວເມືອງໃນ.. ເພິ່ນວ່າເຮັດແນວນັ້ນຊິດີບໍ ?.

ຄໍລຳພວກເຮົາເຄີຍຂຽນເລື່ອງນີ້ມາຫຼາຍປີແລ້ວ ໂດຍເນັ້ນໃສ່ການລ້າງຕີນລົດບັນທຸກ ກ່ອນອອກສະຖານທີ່ກໍ່ສ້າງ ຫຼື ລົດບັນທຸກຈາກຊານເມືອງ ເຂົ້າສູ່ສະຖານທີ່ກໍ່ສ້າງຕົວເມືອງໃນ ຕ້ອງມີຜ້າປົກປິດຄັກແນ່ ? ມີບາງຈຸດຄວນຮ່າຍດິນ ຊາຍ ຫີນ ໃສ່ກະສອບນ້ອຍໆ ຈຶ່ງນຳເຂົ້າ ອັນນີ້ຜູ້ຂຽນເຫັນເຂົາເຮັດຢູ່ບາງປະເທດໃກ້ຄຽງ.. ແຕ່ກໍມີການປ່ຽນແປງຊ້າຫຼາຍ.. ບາງເທື່ອກໍເຂັ້ມງວດ ບາງເທື່ອກໍປ່ອຍປະໄປ.

ດຽວນີ້ ແມ່ນລະດູຝົນ ການກໍ່ສ້າງພັດແຮ່ງຫຼາຍ ສະນັ້ນ ຈຶ່ງສັງເກດເຫັນວ່າ ສ.ສະອາດ ມີບັນຫາຄືເພື່ອນສ່ອງແສງ ແຕ່ຫາກພວກເຮົາປຸ້ມລຸມ ກັນຄິດວ່າຄົງມີທາງອອກ.

-ອັນໜຶ່ງແມ່ນເພິ່ນຄວນເຂັ້ມງວດຕໍ່ລົດບັນທຸກເຄື່ອງກໍ່ສ້າງພວກ ຫີນ ດິນ ຊາຍ ໃຫ້ບັນທຸກພໍດີ ແລະ ມີສິ່ງປົກປິດ ເພື່ອຮັບປະກັນການຕົກເຮ່ຍ.

- ຕ້ອງລ້າງລົດກ່ອນຈະອອກຈາກສະໜາມກໍ່ສ້າງໃນຕົວເມືອງໃນ.

-ຕ້ອງພາກັນຟື້ນຂະບວນການອອກແຮງງານວັນເສົາແດງ ເພື່ອເຮັດໃຫ້ຖະໜົນຫົນທາງໃນຄຸ້ມບ້ານຂອງຕົນສະອາດງາມຕາ.. ເຮັດຄືໃນເວລາບ້ານເມືອງເຮົາປົດປ່ອຍໃໝ່ໆຫັ້ນນ໋າ !.

-ອພບ ຕ້ອງເປັນເຈົ້າການລ້າງທາງ ແລະ ປັດກວາດໃຫ້ສະອາດ ໂດຍສະເພາະເສັ້ນທາງສາຍຫຼັກ.

ຫາກໝົດທຸກຄົນຮ່ວມແຮງຮ່ວມໃຈ ຄິດວ່າ ຄວາມສະອາດງາມຕາຄົງເກີດຂຶ້ນແນ່ນອນ ເພາະດຽວນີ້ ຫຼາຍບ້ານໄດ້ຮັບນາມມະຍົດເປັນບ້ານພັດທະນາ ຄັນຫາກແມ່ນວ່າເສັ້ນທາງຜ່ານບ້ານພັດທະນາ ມີແຕ່ຂີ້ໄງ່ກຸ້ມທີບ ມີແຕ່ປ່າຫຍ້າຮົກເຮື້ອ ມັນກໍຕ້ອງໄດ້ເວົ້າກັນໃໝ່ ວ່າຄວນຈະເປັນບ້ານພັດທະນາໄດ້ຈັ່ງໃດ໋!.

ໂດຍ: ແນວລາວ