ຈົ່ງຈຳໃສ່ໃຈ ແລະ ຫົວສະໝອງ

2.472 29 ສ.ຫ. 2012 ນານາສາລະ

ມື້­ກ່ອນ​ນັ່ງ​ລົມ​ກັບ​ໝູ່­ຄູ່ ພວກ​ເພິ່ນ​ຕັ້ງ​ບັນ­ຫາ​ເລື່ອງ​ລູກ-ຫຼານ ກັບ​ການ​ສຶກ​ສາ​ຮ່ຳ­ຮຽນ ວ່າ: ເຂົາ­ເຈົ້າ​ມີ​ເງື່ອນ­ໄຂ​ສະ­ດວກ​ຫຼາຍ​ຢ່າງ​ຖ້າ​ທຽບ­ໃສ່​ພວກ​ເຮົາ... ແຕ່​ພວກ​ເຂົາ​ບໍ່​ຄ່ອຍ​ເອົາ­ໃຈ­ໃສ່​ປານ­ໃດ?.

ພວກ​ເພິ່ນ​ສະ­ເໜີ​ໃຫ້​ຂຽນ​ສຶກ​ສາ​ອົບ­ຮົມ​ຊ່ວຍ​ແດ່ ? ເວົ້າ​ຊ່ວຍ​ແດ່ ? ເວົ້າ​ໃຫ້​ພວກ​ລູກ-ຫຼານ​ເຫັນ​ຄວາມ​ທຸ້ມ­ເທ​ຂອງ​ພໍ່​ແມ່​ຜູ້​ປົກ­ຄອງ ເພື່ອ​ໃຫ້​ພວກ​ເຂົາ​ໄດ້​ຮຽນ​ສູງ... ໄດ້​ມີ​ວິ­ຊາ​ອາ­ຊີບ​ເພື່ອ​ການ​ດຳ­ລົງ​ຊີ­ວິດ​ທີ່​ດີ​ກວ່າ ແລະ ຮັບ​ເອົາ​ອະ­ນາ­ຄົດ​ໃນ​ການ​ເປັນ​ເຈົ້າ​ຂອງ​ປະ­ເທດ​ຊາດ.

ເວົ້າ​ສະ­ເພາະ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ສົກ­ຮຽນ 2012-2013ນີ້ ລາ­ຄາ​ຮຽນ​ພາກ​ເອ­ກະ​ຊົນ​ເພີ່ມ​ຂຶ້ນ ນັບ​ແຕ່​ອະ­ນຸ­ບານ​ຈົນ​ເຖິງ​ມັດ­ທະ­ຍົມ​ປາຍ ສ່ວນ​ວິ­ທະ­ຍາ­ໄລ ຫຼື ວິ­ຊາ​ຊີບ ກໍ​ຂຶ້ນ​ເຊັ່ນ​ກັນ ໂຮງ­ຮຽນ​ລັດ​ເຖິງ​ບໍ່​ມີ­ຄ່າ​ຮຽນ ແຕ່​ຜູ້​ປົກ­ຄອງ​ກໍ​ຕ້ອງ​ມີ​ສ່ວນ​ອຸ­ປະ­ຖຳ ໂຕະ​ຕັ່ງ ຫຼື ການ​ສ້ອມ­ແປງ​ອາ­ຄານ-ຫ້ອງ​ຮຽນ​ເຊັ່ນ​ກັນ ບາດ­ນີ້​ມາ​ເວົ້າ​ເລື່ອງ​ເຄື່ອງ­ນຸ່ງ​ຫົ່ມ ປຶ້ມ​ຕຳ­ລາ​ຮຽນ ປຶ້ມ­ຂຽນ ແລະ ອຸ­ປະ­ກອນ​ອື່ນໆ​ກໍ​ໃຊ້​ເງິນ​ທັງ​ນັ້ນ ເປັນ​ເລື່ອງ​ໜັກ​ໃຈ​ພໍ​ສົມ­ຄວນ.

ຄອບ­ຄົວ​ນ້ອຍ (ຄອບ­ຄົວ​ພະ­ນັກ­ງານ​ລັດ) ລູກ​ສອງ​ຄົນ ຄັນ​ແມ່ນ​ຍັງ​ນ້ອຍ​ລາຍ​ຈ່າຍ​ກໍ​ຕົກ​ຫົວ­ລ້ານ​ກີບ​ຂຶ້ນ​ໄປ ສຳ­ລັບ​ມື້​ໄຂ​ສົກ­ຮຽນ​ທຳ​ອິດ... ໃຫຍ່​ແດ່ (ມັດ­ທະ­ຍົມ) ກໍ​ແມ່ນ​ຫຼາຍ​ລ້ານ​ກີບ​ຂຶ້ນ​ໄປ... ຮຽນ​ວິ­ຊາ​ຊີບ ວິ­ທະ­ຍາ­ໄລ ຫຼື ມະ­ຫາ­ວິ­ທະ­ຍາ­ໄລ ແມ່ນ​ແຫ່ງ​ໜັກ­ໜ່ວງ​ຂຶ້ນ​ໄປ... ນີ້​ແມ່ນ​ການ​ຄິດ­ໄລ່​ໃສ່​ຫົວ​ຄົນ... ລາຍ​ຮັບ​ຕົ້ນ­ຕໍ​ຂອງ​ພໍ່​ແມ່​ທີ່​ເປັນ​ພະ­ນັກ­ງານ​ສອງ​ຄົນ​ສູງ​ສຸດ​ບໍ່​ຮອດ 5 ລ້ານ​ກີບ​ຕໍ່​ເດືອນ (ພວກ​ນີ້​ມີ​ລາຍ​ຮັບ​ຈາກ​ແຫຼ່ງ​ອື່ນ).

ສະ­ນັ້ນ​ຈຶ່ງ​ຢາກ​ໃຫ້​ລູກ-ຫຼານ ຮູ້​ຄວາມ​ລຳ­ບາກ​ກາກ​ກຳ​ຂອງ​ພໍ່​ແມ່ ທີ່​ວິ້ງ​ເຕັ້ນ​ຊອກ​ຫາ​ເງິນ​ມາ​ສົ່ງ­ເສີມ​ໃຫ້​ພວກ​ເຈົ້າ​ໄດ້​ຮ່ຳ­ຮຽນ​ສຶກ​ສາ ການ​ສຶກ​ສາ​ຮ່ຳ­ຮຽນ​ນີ້ ແມ່ນ​ການ​ປະ­ກອບ​ຄວາມ​ຮູ້​ແກ່​ພວກ​ລູກ-ຫຼານ​ເອງ ເພື່ອ​ພາຍ​ພາກ​ໜ້າ​ຈະ​ມີ​ວິ­ຊາ​ຫາ​ກິນ​ລ້ຽງ​ຕົນ​ເອງ... ຄອບ­ຄົວ ລູກ-ເມຍ​ອີກ​ຕໍ່​ໜຶ່ງ ສ່ວນ​ການ​ລ້ຽງ​ດູ​ພໍ່​ແມ່​ຜູ້​ໃຫ້​ກຳ­ເນີດ ແລະ ລົງ­ທຶນ​ລົງ​ຮອນ​ໃຫ້​ພວກ​ເຈົ້າ​ນັ້ນ​ມີ​ສ່ວນ​ໜ້ອຍ ເພາະ​ພໍ່​ແມ່​ນັບ​ມື້​ຫຍັບ​ສູ່​ໄວ​ແກ່​ຊະ­ລາ ແລະ ເປັນ​ໄປ​ຕາມ​ກົດ­ເກນ​ທຳ​ມະ​ຊາດ.

ການ​ຮຽນ ຫຼື ບໍ່​ນັ້ນ ບໍ່​ແມ່ນ​ໂທດ​ພໍ່​ແມ່​ຜູ້​ປົກ­ຄອງ​ເນີ ! ຕ້ອງ​ໂທດ​ຕົນ​ເອງ​ທີ່​ມີ​ເງື່ອນ­ໄຂ​ພຽງ­ພໍ ແຕ່​ບໍ່​ບຸກ​ບືນ.

ຍ້ອນ​ເຫັນ​ຄວາມ​ສຳ­ຄັນ​ຂອງ​ວຽກ​ງານ​ການ​ສຶກ​ສາ ຈຶ່ງ​ຢາກ​ຮຽກ­ຮ້ອງ​ໃຫ້​ພວກ​ລູກ-ຫຼານ​ໄດ້​ເອົາ­ໃຈ­ໃສ່ ສຳ­ລັບ​ພໍ່​ແມ່​ຜູ້​ປົກ­ຄອງ​ແລ້ວ ຫາກ​ມີ​ໂອ­ກາດ ຢາກ​ໃຫ້​ພວກ​ລູກ-ຫຼານ​ເບິ່ງ​ໃນ​ເວ­ລາ​ເພິ່ນ​ຍັງ​ມີ​ຊີ­ວິດ​ຢູ່ ກໍ​ຢາກ​ໃຫ້​ຮູ້​ບຸນ­ຄຸນ​ເພິ່ນ ! ໃຫ້​ຄວາມ​ຮັກ​ແກ່​ເພິ່ນ... ມີ​ບາງ​ຄົນ​ຊ້າ​ຫຼາຍ​ເລື່ອງ​ນີ້... ຮອດ​ເວ­ລາ​ເພິ່ນ​ໝົດ​ບຸນ​ຈຶ່ງ​ຄ່ອຍ​ຈັດ​ພິ­ທີ​ໃຫຍ່​ໂຕ ສ້າງ​ບຸນ​ທຳ​ທານ​ກໍ​ເປັນ​ເລື່ອງ​ດີ... ແຕ່​ເພິ່ນ​ນອນ​ຢູ່​ໃນ​ໂລງ​ສົບ ຈະ​ເອີ້ນ​ເພິ່ນ​ກິນ​ເຂົ້າ... ເອີ້ນ​ເພິ່ນ​ມາ​ຮ່ວມ​ພິ­ທີ​ມັນ​ກໍ​ບໍ່​ມີ​ຄວາມ​ໝາຍ​ຫຍັງ ?.

ຈົ່ງ​ຈຳ​ໃສ່­ໃຈ ແລະ ຫົວ​ສະ­ໝອງ​ໄວ້​ວ່າ: ເວ­ລາ​ເພິ່ນ​ຍັງ​ມີ​ຊີ­ວິດ​ຢູ່ ເຮົາ​ຜູ້​ເປັນ​ລູກ-ຫຼານ ຈະ​ເຮັດ​ຫຍັງ​ໃຫ້​ເພິ່ນ​ດີ­ໃຈ... ຈະ​ເອົາ​ຫຍັງ​ໃຫ້​ເພິ່ນ​ກິນ​ຕາມ​ເພິ່ນ​ມັກ... ຈະ​ພາ​ເພິ່ນ​ໄປ​ທ່ຽວ​ໃສ ? ຈະ​ອຳ­ນວຍ​ຄວາມ​ສະ­ດວກ​ຫຍັງ​ໃຫ້​ເພິ່ນ​ໃນ​ການ​ດຳ­ລົງ​ຊີ­ວິດ ແລະ ເຄື່ອນ​ໄຫວ​ພົບ​ປະ​ສ້າງ­ສັນ.

ຖ້າ​ລູກ-ຫຼານ​ປະ­ພຶດ​ຕໍ່​ພໍ່​ແມ່​ດີ... ມັນ​ຈະ​ເປັນ​ແບບ­ຢ່າງ​ສະ­ທ້ອນ​ຄືນ​ໃຫ້​ເຊັ່ນ​ລູກ​ເຊັ່ນ​ຫຼານ​ປະ­ພຶດ​ຕໍ່​ຕົນ​ເອງ​ຄື​ກັນ ເຖົ້າ​ແກ່​ບູ­ຮານ​ເຄີຍ​ສັ່ງ­ສອນ​ໄວ້​ວ່າ: “ພະ​ອົງ​ສຳ­ຄັນ​ແມ່ນ​ພະ​ຢູ່​ເຮືອນ​ທີ່ ຄວນ​ເຄົາ­ລົບ​ຂາບ​ໄຫວ້​ກ່ອນ​ເພິ່ນ​ໝົດ”.

​ໂດຍ: ​ແນວ​ລາວ

ຂ່າວທີ່ກ່ຽວຂ້ອງ