ບໍ່ງຶດ ນັກວິທະຍາສາດ ທີ່ໄປງຶດນັກທຳ

2.804 23 ສ.ຫ. 2012 ນານາສາລະ

ຫົວ­ຂໍ້​ທີ່​ໄດ້​ຕັ້ງ​ຂຶ້ນ​ນີ້ ແມ່ນ​ເນື່ອງ​ມາ​ຈາກ​ສາ­ເຫດ​ຂອງ​ວາ­ລະ­ສານ​ສະ­ບັບ​ໜຶ່ງ ໂດຍ​ໃສ່​ຊື່​ຫົວ­ຂໍ້​ໃນ​ບົດ​ຂຽນ​ຂອງ​ຕົນ​ເອງ​ວ່າ: “ນັກ­ວິ­ທະ­ຍາ­ສາດ ງຶດ​ນັກ­ທຳ” ການ​ຂຽນ​ແນວ​ນີ້​ແມ່ນ​ສິດ​ຂອງ​ນັກ​ຂຽນ ການ­ສະ­ແດງ​ທັດ­ສະ­ນະ​ທີ່​ເປັນ​ຂໍ້​ມູນ (ຈົດ­ໝາຍ) ໃຫ້​ຜູ້​ຂຽນ​ອ້າງ​ອີງ ແລ້ວ​ນຳ​ມາ​ຂຽນ​ໃນ​ວາ­ລະ­ສານ​ນັ້ນ ກໍ​ຍັງ​ແມ່ນ​ສິດ​ຂອງ​ທ່ານ​ນັ້ນໆ.

ແຕ່​ການ​ຂຽນ​ໃນ​ບົດ​ນີ້ ໂດຍ​ໃສ່​ຫົວ­ຂໍ້​ວ່າ: “ບໍ່​ງຶດ ນັກ­ວິ­ທະ­ຍາ­ສາດ ທີ່​ໄປ​ງຶດ​ນັກ­ທຳ” ກໍ​ຍັງ​ແມ່ນ​ສິດ­ທິ​ຂອງ​ຜູ້​ຂຽນ​ເຊັ່ນ​ດຽວ​ກັນ.

ກ່ອນ​ອື່ນ​ຕ້ອງ​ຂໍ​ທຳ​ຄວາມ​ເຂົ້າ­ໃຈ​ກັບ​ທ່ານ​ຜູ້​ອ່ານ​ວ່າ ຜູ້​ຂຽນ​ບໍ່​ມີ​ເຈດ​ຕະ​ນາ​ຕອບ​ໂຕ້​ຜູ້​ໃດ ພຽງ​ແຕ່​ຢາກ​ສະ­ແດງ​ທັດ­ສະ­ນະ​ຕາມ​ສຽງ​ຖາມ ສຽງ​ສົນ­ໃຈ​ຂອງ​ຄົນ​ຜູ້​ຮູ້­ຈັກ​ຮັກ​ຄຸ້ນ​ກັນ ແລະ ໃນ​ນາມ​ໄດ້​ເຄີຍ​ຢູ່​ໃນ​ສະ​ຖາ​ບັນ​ພຸດ​ທະ​ສາ­ສະ­ໜາ​ມາ​ແດ່ ພ້ອມ​ທັງ​ພໍ​ຮູ້­ຈັກ​ກ່ຽວ​ກັບ​ສູນ​ປະ­ຕິ­ບັດ​ທຳ​ແຫ່ງ​ດັ່ງ­ກ່າວ.

ຫຼາຍ​ທ່ານ​ຕັ້ງ​ຄຳ​ຖາມ​ວ່າ: ເນື້ອ​ໃນ​ຂອງ​ວາ­ລະ­ສານ​ໃນ​ບົດ​ທີ່​ໃສ່​ຫົວ­ຂໍ້​ນັ້ນ​ມັນ​ເປັນ​ຈິງ​ຊ່ຳ​ໃດ ? ແລະ ມັນ​ຖືກ​ກັບ​ຫຼັກ​ຄຳ​ສອນ​ຂອງ​ພຸດ​ທະ​ສາ­ສະ­ໜາ​ແລ້ວ​ບໍ່ ? ແລະ ຍັງ​ຖາມ​ຮອດ​ວ່າ ບຸກ­ຄົນ​ທີ່​ພາດ​ພິງ​ໃນ​ເນື້ອ​ໃນ​ຂອງ​ບົດ​ນັ້ນ​ເດ ເປັນ​ແນວ­ໃດ ອັນ​ນີ້​ກໍ​ແມ່ນ​ສິດ​ຂອງ​ຜູ້​ຢາກ​ຖາມ​ເພື່ອ​ຢາກ​ຮູ້ ແຕ່​ປະ­ກົດ​ວ່າ​ຄຳ​ຖາມ​ດັ່ງ­ກ່າວ​ເມື່ອ​ຖືກ​ຖາມ​ຫຼາຍ​ເທື່ອ ກໍ​ເລີຍ​ຢາກ​ຍົກ​ບັນ­ຫາ​ດັ່ງ­ກ່າວ​ນີ້​ຂຶ້ນ​ມາ​ແລກ­ປ່ຽນ ອາດ​ຈະ​ໄປ​ກະ­ທົບ​ເຖິງ​ແນວ​ຄິດ​ຈິດ­ໃຈ​ຄົນ​ບາງ​ຄົນ ກໍ​ຕ້ອງ​ຂໍ​ອະ­ໄພ​ໄວ້​ນະ​ໂອ­ກາດ​ນີ້​ດ້ວຍ.

ບົດ​ທີ່​ໃສ່​ຫົວ­ຂໍ້​ທີ່​ວ່າ “ນັກ­ວິ­ທະ­ຍາ­ສາດ ງຶດ​ນັກ­ທຳ” ຂ້າ­ພະ­ເຈົ້າ​ກໍ​ໄດ້​ອ່ານ​ມາ​ຫຼາຍ​ເທື່ອ ຫຼາຍ​ເວ­ລາ​ທີ່​ແຕກ​ຕ່າງ​ກັນ ຈຶ່ງ​ພໍ​ເຂົ້າ­ໃຈ​ໄດ້​ວ່າ ນັກ­ວິ­ທະ­ຍາ­ສາດ​ທີ່​ໄປ​ງຶດ​ນັກ­ທຳ​ນັ້ນ ກໍ​ຄົງ​ບໍ່​ແມ່ນ​ນັກ­ວິ­ທະ­ຍາ­ສາດ​ໝົດ​ທຸກ​ຄົນ ແລະ ນັກ­ທຳ​ທີ່​ນັກ­ວິ­ທະ­ຍາ­ສາດ​ໄປ​ງຶດ​ນັ້ນ ກໍ​ບໍ່​ແມ່ນ​ທັງ​ໝົດ​ຂອງ​ນັກ­ທຳ ຈຶ່ງ​ພໍ​ແຍກ​ໄດ້​ວ່າ: ນັກ­ວິ­ທະ­ຍາ­ສາດ​ທີ່​ໄປ​ງຶດ​ນັກ­ທຳ ກໍ​ຍ້ອນ​ນັກ­ວິ­ທະ­ຍາ­ສາດ​ທ່ານ​ນັ້ນ​ຍັງ​ບໍ່​ເຂົ້າ­ໃຈ​ຫຼັກ​ທຳ​ທີ່­ແທ້​ຈິງ ພຽງ​ແຕ່​ນັກ­ທຳ​ບາງ​ຄົນ​ເວົ້າ ແລະ ເຮັດ​ໃຫ້​ຖືກ​ໃຈ ຫຼື ຖືກ​ກັບ​ຈະ­ລິດ​ຂອງ​ນັກ­ວິ­ທະ­ຍາ­ສາດ​ເທົ່າ​ນັ້ນ ໝາຍ​ຄວາມ​ວ່າ ສິ່ງ​ທີ່​ນັກ­ວິ­ທະ­ຍາ­ສາດ​ທ່ານ​ນັ້ນ​ໄປ​ງຶດ​ນັກ­ທຳ ຍ້ອນ​ຄວາມ​ຊ່າ​ລື ແຕ່​ບໍ່​ແມ່ນ​ຍ້ອນ​ຢາກ​ໄປ​ພິ­ສູດ​ແບບ​ນັກ­ວິ­ທະ­ຍາ­ສາດ ຫຼື ຜູ້​ສົນ­ໃຈ​ການ​ປະ­ຕິ­ບັດ​ທຳ​ທີ່­ແທ້​ຈິງ.

ສຳ­ລັບ​ນັກ­ທຳ ກໍ​ຄົງ​ບໍ່​ມີ​ເຈດ​ຕະ​ນາ​ເພື່ອ​ຢາກ​ໃຫ້​ນັກ­ວິ­ທະ­ຍາ­ສາດ​ທ່ານ​ນັ້ນ​ໄປ​ງຶດ ເພາະ​ຖ້າ​ເບິ່ງ​ໃນ​ແງ່​ຂອງ​ຄວາມ​ເຊື່ອ ແລະ ຄວາມ​ເປັນ​ຈິງ ໂດຍ​ອີງ­ໃສ່​ຫຼັກ​ຂອງ​ພຸດ​ທະ​ສາ­ສະ­ໜາ​ທີ່​ເປັນ​ເນື້ອ​ຫາ​ແລ້ວ ສູນ​ປະ­ຕິ­ບັດ​ທຳ​ດັ່ງ­ກ່າວ ກໍ​ດຳ­ເນີນ​ກິດ­ຈະ­ການ​ຂອງ​ຕົນ ມີ​ພຽງ​ແຕ່​ເປືອກ​ນອກ ແລະ ຜີວ​ເຜີນ​ເທົ່າ​ນັ້ນ ນັກ­ທຳ​ທ່ານ​ນັ້ນ​ຍັງ​ບໍ່​ທັນ​ມີ​ພື້ນ­ຖານ​ຄວາມ​ເຂົ້າ­ໃຈ​ໃນ​ຫຼັກ​ຂອງ​ພຸດ​ທະ​ສາ­ສະ­ໜາ​ດີ​ເທົ່າ­ໃດ ມີ​ພຽງ​ແຕ່​ການ​ປະ­ຕິ­ບັດ​ທຳ ເຊິ່ງ​ຜົນ​ຂອງ​ການ​ປະ­ຕິ­ບັດ​ອາດ​ຈະ​ຖືກ ຫຼື ຜິດ​ກໍ​ໄດ້ ນັກ­ທຳ​ທ່ານ​ນັ້ນ​ຍັງ​ຂາດ​ພື້ນ­ຖານ​ການ​ສຶກ​ສາ​ຄົ້ນ­ຄວ້າ​ຢ່າງ​ເລິກ­ເຊິ່ງ ໃນ​ຫຼັກ​ຂອງ​ພຸດ​ທະ​ສາ­ສະ­ໜາ ທີ່​ພຸດ​ທະ​ສາ­ສະ­ໜາ ເອີ້ນ​ວ່າ: ຫຼັກ­ການ​ເບື້ອງ​ຕົ້ນ​ຂອງ​ນັກ​ປະ­ຕິ­ບັດ​ທຳ ອັນ​ໄດ້­ແກ່:

-ປະ​ຣິ​ຍັດ: ການ​ສຶກ​ສາ​ຮ່ຳ­ຮຽນ ການ​ຄົ້ນ­ຄວ້າ​ຈາກ​ຕຳ­ລາ​ຄຳ​ພີ ໂດຍ​ສະ­ເພາະ​ພຣະ​ໄຕ­ປິ­ດົກ ທີ່​ເປັນ​ບັນ­ຈຸ​ເອົາ​ທັງ​ໝົດ​ຂອງ​ຫຼັກ​ຄຳ​ສອນ​ພຸດ​ທະ​ສາ­ສະ­ໜາ​ໄວ້.

-ປະ­ຕິ­ບັດ: ເອົາ​ຜົນ​ຂອງ​ການ​ສຶກ​ສາ​ຄົ້ນ­ຄວ້າ​ນັ້ນ ມາ​ປະ­ພຶດ​ປະ­ຕິ­ບັດ.

-ປະ­ຕິ­ເວດ: ຜົນ​ທີ່​ເກີດ​ຈາກ​ການ​ປະ­ຕິ­ບັດ​ນັ້ນ​ເອງ.

ໃນ​ຫຼັກ­ການ​ສາມ​ຢ່າງ​ນີ້ ສຳ­ລັບ​ນັກ​ປະ­ຕິ­ບັດ​ທຳ​ຈະ​ປ່ອຍ­ປະ​ຂໍ້​ໃດ​ໜຶ່ງ​ກໍ​ບໍ່​ໄດ້ ໂດຍ​ສະ­ເພາະ​ຂໍ້​ທີ​ໜຶ່ງ ແລະ ຂໍ້​ທີ​ສອງ ຖ້າ​ຫາກ​ບຸກ­ຄົນ​ໃດ​ຜ່ານ​ການ​ເຝິກ­ຝົນ ອົດ­ທົນ​ຄົ້ນ­ຄວ້າ​ໃຫ້​ເຂົ້າ­ໃຈ​ຢ່າງ​ຖ່ອງ​ແທ້­ແລ້ວ ກໍ​ຈຶ່ງ​ຄວນ​ໄປ​ປະ­ຕິ­ບັດ ແຕ່​ການ​ປະ­ຕິ­ບັດ​ກໍ​ຕ້ອງ​ມີ​ຄູ-ອາ­ຈານ​ຢູ່​ນຳ​ຢ່າງ​ໃກ້­ຊິດ ເພາະ​ໄລ­ຍະ​ທີ່​ກຳ­ລັງ​ປະ­ຕິ­ບັດ​ຢູ່​ນັ້ນ ຖ້າ​ຫາກ​ເກີດ​ຜົນ​ຢ່າງ­ໃດ​ຢ່າງ​ໜຶ່ງ​ຂຶ້ນ​ມາ ບຸກ­ຄົນ​ຜູ້​ປະ­ຕິ­ບັດ​ໄປ​ຢຶດ​ຕິດ​ວ່າ ແມ່ນ​ຕົນ​ເອງ​ສຳ­ເລັດ​ມັກ​ຜົນ​ນິ­ພານ ຫຼື ຢ່າງ​ໜ້ອຍ​ກໍ​ໄດ້​ຊານ ຫຼື ຍານ​ໃດ​ໜຶ່ງ​ແລ້ວ ກໍ​ວ່າ​ຕົນ​ເອງ​ມີ​ອິດ­ທິ­ລິດ​ປະ­ຕິ​ຫານ ຖື​ວ່າ​ຜູ້​ນັ້ນ​ກຳ­ລັງ​ປະ­ຕິ­ບັດ​ຜິດ​ນັ້ນ​ເອງ ການ​ປະ­ຕິ­ບັດ​ທຳ​ຕາມ​ຄວາມ​ໝາຍ​ໃນ​ພຸດ​ທະ​ສາ­ສະ­ໜາ ແມ່ນ​ການ​ປະ­ຕິ­ບັດ​ເພື່ອ​ປ່ອຍ​ວາງ ບໍ່​ແມ່ນ​ປະ­ຕິ­ບັດ​ເພື່ອ​ຢຶດ​ຕິດ ບໍ່​ແມ່ນ​ເພື່ອ​ຕ້ອງ­ການ​ອິດ­ທິ­ລິດ​ປະ­ຕິ​ຫານ ໃຫ້​ຄົນ​ໄປ​ງຶດ­ງໍ້​ອັດ­ສະ­ຈັນ ແລະ ຄວາມ​ເປັນ​ພຸດ​ທະ​ສາ­ສະ­ໜາ​ທີ່­ແທ້​ຈິງ​ນັ້ນ ກໍ​ຄວນ​ກ້າວ​ຂວ້າມ​ບຸກ­ຄົນ​ຜູ້​ເປັນ​ພຽງ​ແຕ່​ຮ່າງ​ຊົງ (ແມ່​ລ່າມ) ຊຶ່ງ​ພຸດ​ທະ​ສາ­ສະ­ໜາ​ເອີ້ນ​ຄົນ​ພວກ​ນີ້​ວ່າ ພວກມິດ​ສະ​ທິດ​ຖິ ຄື​ພວກ​ທີ່​ເຫັນ​ຄວາມ​ຜິດ​ເປັນ­ຄວາມ​ຖືກ​ນັ້ນ​ເອງ.

ໂດຍ: ຊາຍ​ຄຳ ຈຳ­ປາ​ອຸ​ທຸມ

ຂ່າວທີ່ກ່ຽວຂ້ອງ