ວັນອາທິດ ທີ 8 ທັນວາ 2019 01:49:18

ເວົ້າເຖິງເຫຼົ້າກໍມີຫຼາຍປະເພດ ຫຼາຍຍີ່ຫໍ້ ໃນແຕ່ລະປະເພດ ແລະ ແຕ່ລະຍີ່ຫໍ້ນັ້ນ ກໍມີລາຄາແພງແຕກຕ່າງກັນ ນັບແຕ່ລາຄາ 10 ພັນກີບ ຮອດ 4-5 ລ້ານກີບຕໍ່ໜຶ່ງແກ້ວ ແຕ່ເປັນສິ່ງທີ່ມີລາຄາຫຼາຍ ແຕ່ບໍ່ມີຄຸນຄ່າ.

ເຫຼົ້າລາຄາແພງ ມີແຕ່ຜູ້ທີ່ມີເງິນຫຼາຍເທົ່ານັ້ນທີ່ພໍຈະມີສິດດື່ມໄດ້.

ແຕ່ເຮົາມາເບິ່ງເບື້ອງກັບກັນ ເພື່ອໃຫ້ເຫັນໃນສິ່ງທີ່ຈຳເປັນຂອງສັງຄົມ ມີບາງຄອບຄົວ ມີເດັກນ້ອຍຫຼາຍຄົນຍັງຂາດເຂີນວັດຖຸອຸປະກອນທາງການສຶກສາ ຍັງຂາດເຂີນເສື້ອຜ້າ ແລະ ອາຫານ ນອກຈາກນັ້ນ ບາງທ້ອງຖິ່ນຍັງຂາດຮອດບ່ອນຮຽນໜັງສື.

ຈະເຮັດແນວໃດຈຶ່ງຈະເອົາສອງສິ່ງ ສອງບັນຫາທີ່ໄດ້ສະເໜີມານີ້ ມາເປັນການດັດປັບໃຫ້ມີການຊ່ວຍຍູ້ໜູນກັນ ສຳລັບຜູ້ດື່ມເຫຼົ້າຍີ່ຫໍ້ດີລາຄາແພງ ຄວນບໍທີ່ຈະແບ່ງສ່ວນເລັກນ້ອຍໜຶ່ງໃຫ້ກັບສັງຄົມ ດ້ວຍການບິແບ່ງຄ່າເຫຼົ້າຈັກເຄິ່ງຝາ ເພື່ອເປັນທຶນໃຫ້ແກ່ການພັດທະນາທາງດ້ານການສຶກສາ ສຳລັບເດັກນ້ອຍຜູ້ດ້ອຍໂອກາດ ໝາຍຄວາມວ່າ ຮ້ານຂາຍເຫຼົ້າຄວນຕັ້ງຕູ້ບໍລິຈາກ ເພື່ອເປັນບ່ອນເກັບອອມເງິນຈາກຜູ້ມີນ້ຳໃຈກຸສົນ ຢາກບິແບ່ງລາຄາເຫຼົ້າຈັກເຄິ່ງຝາໃຫ້ແກ່ການສຶກສາ ດ້ວຍການຢິບເງິນເລັກນ້ອຍລົງໃສ່ໃນຕູ້ນັ້ນ ເຈົ້າຂອງຕູ້ ຫຼື ຮ້ານຂາຍເຫຼົ້າ ນຳເອົາເສດສ່ວນຂອງເງິນຈາກການບິແບ່ງຂອງທ່ານຜູ້ໃຈບຸນ ໄປຊື້ວັດຖຸອຸປະກອນ ແລະ ສິ່ງຈຳເປັນໄປໃຫ້ເດັກດ້ອຍໂອກາດທີ່ຢູ່ຫ່າງໄກສອກຫຼີກ ເພື່ອເປັນສ່ວນຮ່ວມໃນການສ້າງສັງຄົມໃຫ້ດີຂຶ້ນ.

ຜູ້ທີ່ໄດ້ຮັບເງິນ ຫຼື ອຸປະກອນການສຶກສາຈາກສ່ວນນີ້ ຄົງຈະດີໃຈບໍ່ແມ່ນນ້ອຍ ແລະ ຈະເປັນປະໂຫຍດເປັນບຸນມະຫາສານ ການບິແບ່ງເສດສ້ຽວຂອງເງິນສ່ວນນ້ອຍຈາກທ່ານຜູ້ມີຖານະດື່ມກິນ ບໍ່ແມ່ນເລື່ອງເສຍຫາຍ ແລະ ທ່ານຜູ້ຂາຍເຫຼົ້າເຈົ້າຮ້ານຂາຍເຫຼົ້າ ຖ້າຢາກເປັນສ່ວນໜຶ່ງນອກ ຈາກເກັບອອມເອົາເງິນຈາກການບໍລິຈາກຂອງຄົນອື່ນແລ້ວ ຢາກບໍລິຈາກເພີ່ມຕື່ມອີກກໍຄົງຈະເປັນບຸນບໍ່ນ້ອຍ ເຊັ່ນດຽວກັບຜູ້ດື່ມ.

ບັນຫາທີ່ໄດ້ສະເໜີມານີ້ ຍັງບໍ່ທັນເຫັນຜູ້ໃດທ່ານໃດ ຮ້ານຂາຍເຫຼົ້າໃດຕື່ນຕົວເຮັດຂຶ້ນ ເພື່ອຈະໄດ້ກາຍເປັນແບບຢ່າງທີ່ດີໃນການກໍ່ສ້າງສັງຄົມຕາມຫຼັກ ຜູ້ມີແບ່ງຜູ້ທຸກ ຫຼື ຕາມຫຼັກຈິດສາທາລະນະເທື່ອ ອາດເປັນເລື່ອງທີ່ດີເພາະທ່ານຜູ້ດື່ມ ຜູ້ຊື້ ອາດຈະບໍ່ມີເວລາໄດ້ຄິດ ຫຼື ບໍ່ມີເວລາຈະເຮັດການກຸສົນເພື່ອການສຶກສາໄດ້ ຖ້າເຮົາເຮັດແນວນີ້ໄດ້ ເພິ່ນກໍຈະໄດ້ມີໂອກາດຮ່ວມກັນບໍລິຈາກກໍເປັນໄປໄດ້.

ການທີ່ນຳສະເໜີຄວາມຄິດນີ້ ຄິດວ່າຈະເປັນທາງໜຶ່ງໃນການແກ້ໄຂ ແລະ ດັດປັບສັງຄົມ ເຈົ້າຂອງທຸລະກິດເຫຼົ້າ ແລະ ນັກດື່ມທັງຫຼາຍ ບໍ່ຕ້ອງກັງວົນເລື່ອງອື່ນ ການບິແບ່ງເອົາຄວາມເມົາເຂົ້າຊ່ວຍການສຶກສາ-ຊ່ວຍສັງຄົມ ເປັນທາງເລືອກໜຶ່ງທີ່ຄວນປະພຶດປະຕິບັດ.

ການບິແບ່ງຄ່າເຫຼົ້າພຽງເຄິ່ງຝາ ອາດຊ່ວຍໃຫ້ທ່ານໄດ້ສ້າງຄຸນງາມຄວາມດີແກ່ສັງຄົມໄດ້ ແລ້ວກາຍເປັນວັດທະນະທຳຂອງຄົນຍຸກທີ່ທັນສະໄໝຢ່າງແທ້ຈິງ.

ໂດຍ: ຊາຍຄຳ ຈຳປາອຸທຸມ