ຂ່າວຫຼ້າສຸດ

ນັກປະພັນກັບການຢູ່ລອດ

1.743 13 ມີ.ນ. 2012 ນານາສາລະ

ໃນ​ສອງ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້ ຜູ້​ຂຽນ​ມີ​ໂຊກ​ສອງ​ຊັ້ນ ຄື​ໄດ້​ມີ​ໂອ­ກາດ​ເດີນ­ທາງ​ໄກ​ໄປ​ຕ່າງ​ຖິ່ນ ເພື່ອ​ວຽກ​ທາງ​ການ​ທີ່​ແຂວງ​ອັດ​ຕະ​ປື ແລະ ແຂວງ​ຈຳ­ປາ​ສັກ ການ​ໄດ້​ທ່ອງ​ທ່ຽວ​ໄປ​ຫຼາຍ​ບ່ອນ​ເຫັນ​ຫຼາຍ​ທີ່​ນັ້ນ ຊ່ວຍ​ເປີດ​ຫູ​ເປີດ​ຕາ ທັງ​ໄດ້​ບັນ­ຍາ­ກາດ​ໃໝ່ໆ ຖ້າ​ຄົນ​ເຮົາ​ມີ​ແຕ່​ຢູ່​ບ່ອນ​ເກົ່າ​ມັນ​ກໍ​ອາດ​ເປັນ​ຄື​ຄຳ​ສຸ­ພາ­ສິດ​ທີ່​ວ່າ ຫີນ​ທີ່­ຢູ່​ນ້ຳ​ບໍ່​ໄຫຼŒຂີ້­ໄຄ​ໂອບ ແລະ ກໍ​ຍັງ​ມີ​ສຸ­ພາ­ສິດ​ຝຣັ່ງ​ວ່າ Le voyage forme la jeunesse (ການ­ທ່ອງ­ທ່ຽວ​ສ້າງ​ໄວ​ໜຸ່ມ).

ຜູ້​ຂຽນ​ເອງ​ເຖິງ​ຈະ​ຢູ່​ໃນ​ໄວ ເຊົາ​ໜຸ່ມ ແຕ່​ກໍ​ເຫັນ​ວ່າ​ສຸ­ພາ­ສິດ​ດັ່ງ­ກ່າວ​ມີ​ປະ­ໂຫຍດ​ໃນ​ການ​ຂູດ​ເກົາ​ຂີ້­ໄຄ-ຂີ້­ໝ້ຽງ ຈາກ​ຄວາມ​ຊ້ຳ​ຊາກ​ຂອງ​ຊີ­ວິດ.

ໂຊກ​ຊັ້ນ​ທີ​ສອງ​ນັ້ນ ໄດ້​ຈາກ​ການ​ພົບ​ປະ​ກັບ​ບັນ­ດາ​ເພື່ອນ​ຮ່ວມ​ປາກ­ກາ​ມາ​ແຕ່​ສາມ​ສິບ​ປີ​ຢ້ອນ​ຫຼັງ ເຊັ່ນ: ບຸນ​ທະ​ນອງ ຊົມ​ໄຊ​ຜົນ ດາວ​ວຽງ ບຸດ​ນາ​ໂຄ ສົມ​ສຸກ ສຸກ​ສະ​ຫວັດ (ດອກ​ຊ້ອນ​ດອນ​ໂຂງ) ທະ​ນົງ​ສັກ ວົງ​ສັກ­ດາ ສຸ­ຂີ ນໍ­ລະ​ສິນ ນອກ​ນັ້ນ ກໍ​ຍັງ​ມີ ດວງ​ໄຊ ຫຼວງ​ພະ​ສີ ຜິວ​ລາ​ວັນ ຫຼວງ​ວັນ­ນາ ແລະ ຜູ້​ອື່ນໆ ການ​ພົບ​ປະ​ທີ່​ວ່າ​ນີ້ ມີ​ຂຶ້ນ​ໂດຍ​ຜ່ານ​ຊອງ​ວັນ​ແຕ່ງ­ດອງ​ລູກ​ຊາຍ​ຫົວ​ແກ້ວ​ຫົວ​ແຫວນ​ຂອງ​ນັກ​ປະ­ພັນ​ກະ­ວີ ດາວ​ວຽງ ບຸດ​ນາ​ໂຄ ໃນ​ວັນ​ທີ 25 ເດືອນ​ມັງ­ກອນ​ແລ້ວ­ນີ້.

ທຸກ​ຄັ້ງ​ເມື່ອ​ໄດ້​ພົບ​ເພື່ອນໆ​ຮ່ວມ​ສາຍ​ຄາ​ສິນ​ຄື​ແນວ​ນີ້ ຜູ້​ຂຽນ​ມີ​ຄວາມ­ສຸກ ເປັນ­ຄວາມ​ສຸກ​ທີ່​ບໍ່​ປົນ​ເປື້ອນ ເປັນ­ຄວາມ​ສຸກ​ທີ່​ມີ​ຮາກ​ເຫງົ້າ​ເຄົ້າ​ໂຄງ​ທີ່​ຝັງ​ເລິກ​ໃນ​ຄວາມ​ຊົງ​ຈຳ ຈຳ​ໄດ້​ວ່າ​ໃນ​ໄລ­ຍະ​ສາມ​ສິບ​ປີ­ຜ່ານ­ມາ ພວກ​ເຮົາ​ເຄີຍ​ຮ່ວມ​ກັນ ສ້າງ​ສະ­ໂມ­ສອນ​ນັກ​ຂຽນ​ໜຸ່ມ​ຂຶ້ນ​ມາ​ກັບ​ມື ຫຼາຍ​ຄົນ​ເຄີຍ​ສະ­ໝັກ​ໄປ​ເກັບ​ຂ່າວ​ທີ່​ສະ­ໜາມ­ຮົບ​ຊາຍ​ແດນ ເວ­ລາ​ສັດ­ຕູ​ໝູ່​ມານ​ຕ່າງ​ດ້າວ ຢຽບ​ຢ່ຳ​ອະ­ທິ­ປະ​ໄຕ​ຂອງ​ລາວ ພວກ​ເຮົາ​ຈຳ​ຄືນ​ວັນ​ທີ່​ໄດ້​ຮ່ວມ​ກັນ​ອົດ​ຕາ​ຫຼັບ​ຂັບ​ຕາ​ນອນ ຜະ­ລິດ​ປຶ້ມ "ຖອດ​ງ້າວ​ເຈົ້າ​ອະ­ນຸ" ເພື່ອ​ລວກ​ລົນ​ນ້ຳ­ໃຈ​ຮັກ​ຊາດ ຄຽດ​ແຄ້ນ​ສັດ­ຕູ​ທີ່​ບັງ­ອາດ​ບຽດ​ຢຶດ​ເອົາ​ດິນ​ລາວ​ແບບ​ໜ້າ­ດ້ານໆ ປຶ້ມ​ດັ່ງ­ກ່າວ​ໄດ້​ປ່ຽນ​ຊື່​ມາ​ເປັນ "ນ້ຳ­ຂອງ​ບໍ່​ແຫ້ງ ຢ່າ​ຕັດ­ຂາດ​ສະ­ພານ​ຮັກ" ເປັນ​ການ​ປ່ຽນ​ຊື່​ທີ່​ບໍ່​ຖືກ​ໃຈ​ບັນ­ດາ​ນັກ​ຂຽນ​ໜຸ່ມ​ພໍ​ປານ­ໃດ.

ມາ​ມື້­ນີ້ ບັນ­ດາ​ຄົນ​ສິນ​ທີ່​ນັ່ງ​ຮ່ວມ​ໂຕະ​ກັບ​ຜູ້​ຂຽນ ຍັງ​ມີ​ໄຟ​ເໝືອນ​ເດີມ ເຫັນ​ໄດ້​ຈາກ​ຜົນ­ງານ​ທີ່​ລັ່ງ​ໄຫຼ​ອອກ​ມາ​ປານ​ສາຍ​ຝົນ​ເດືອນ​ເກົ້າ ຕ່າງ​ກັບ​ບັນ­ດາ​ນັກ​ຂຽນ​ບາງ​ຄົນ​ທີ່​ຖື​ການ​ຂຽນ ການ​ປະ­ພັນ​ເປັນ​ສາ­ລາ​ພັກ​ເຊົາ​ຊົ່ວ­ຄາວ ກ່ອນ​ຈະ​ລ້ຽວ​ສູ່​ເສັ້ນ­ທາງ​ສາຍ​ໃໝ່ ຜ່ານ​ມາ​ເຄີຍ​ມີ​ນັກ​ຂຽນŒນັກ​ກະ­ວີ​ຈຳ­ນວນ​ບໍ່​ໜ້ອຍ ທີ່​ມີ​ສີ­ມື​ໂດດ​ເດັ່ນ ແຕ່​ຫາກ​ຢູ່​ບໍ່​ເຍືອ ເພາະ​ຕິດ​ທຸ­ລະ ບໍ່​ມີ​ເວ­ລາ ເພາະ​ໄດ້​ຕຳ­ແໜ່ງ​ໜ້າ­ທີ່​ໃໝ່​ທີ່​ບໍ່​ກ່ຽວ​ກັບ​ເສັ້ນ­ທາງ​ນັກ​ຂຽນ ເພາະ​ຈຳ­ເປັນ​ຕ້ອງ​ຫາ​ລ້ຽງ​ປາກ​ລ້ຽງ​ທ້ອງ ແລະ ອີກ​ຫຼາຍ "ເພາະ" ທີ່​ພາ­ໃຫ້​ຄົນ​ສິນ​ຈຳ­ນວນ​ບໍ່​ໜ້ອຍ​ວາງ​ປາກ­ກາ.

ໃນ​ປັດ­ຈຸ­ບັນ​ຈຳ­ນວນ​ນັກ​ຂຽນŒນັກ​ກະ­ວີ​ປະ­ເພດ​ບໍ່​ຍອມ​ປົງ​ປາກ­ກາ ບໍ່​ຍອມ​ປ່ຽນ​ຄາບ​ເປັນ​ອື່ນ ບໍ່​ຍອມ​ໃຫ້​ເງື່ອມ​ເງົາ​ຂອງ​ຖາ­ນະ​ຕຳ­ແໜ່ງ​ຫັນ​ເຫ​ປາຍ​ປາກ­ກາ ນັ້ນ​ມີ​ຈຳ­ນວນ​ໜ້ອຍ​ດຽວ ເມື່ອ​ຢູ່​ລະ­ດັບ​ສູນ​ກາງ ຍັງ​ມີ​ພຽງ​ເທົ່າ​ນີ້ ຢູ່​ຕ່າງ​ແຂວງ​ກໍ​ຍິ່ງ​ກິ່ວ​ຮອມ ເພາະ​ຍັງ​ຂາດ​ສິ່ງ​ຊຸກ­ຍູ້ ນອກ­ຈາກ​ບັນ­ດາ​ແຂວງ​ທີ່​ມີ​ພື້ນ­ຖານ​ວຽກ​ງານ​ສື່ ແລະ ສິນ ແຕ່​ປານ​ນັ້ນ​ກໍ​ຍັງ​ມີ​ນັກ​ປະ­ພັນ ນັກ​ກະ­ວີ ນັກ​ຂ່າວ ທີ່​ບໍ່​ຍອມ​ກົ້ມ​ຫົວ­ຕໍ່​ອຸ­ປະ­ສັກ ເຊັ່ນ: ພິ­ລາ​ໜໍ່​ຄຳ ດາ​ຣາ​ສັກ ທີ່​ແຂວງ​ຈຳ­ປາ​ສັກ ປິ​ຕິ ທິ­ວາ​ຊົນ ທີ່​ແຂວງ​ສະ­ຫວັນ​ນະ​ເຂດ ແລະ ສາຍ​ອູ່​ເກີດ ຢູ່​ແຂວງ​ຄຳ​ມ່ວນ ເຊິ່ງ​ມີ​ຜົນ­ງານ​ບໍ່​ຂາດ​ສາຍ.

ມາ​ຮອດ​ມື້­ນີ້ ວົງ​ການ​ວັນ­ນະ­ກຳ​ລາວ ສາ­ມາດ​ຈຳ­ແນກ​ໄດ້​ແລ້ວ ລະ­ຫວ່າງ​ນັກ​ຂຽນ-ນັກ​ກະ­ວີ​ແທ້ ກັບ​ນັກ​ຂຽນ-ນັກ​ກະ­ວີ​ປະ­ເພດ​ໄຟ​ເຟືອງ​ທີ່​ເຮືອງ​ແສງ ບໍ່­ພໍ­ຄາວ​ກໍ​ມອດ​ມິດ​ໄປ ນີ້​ຄື​ສະ­ພາບ​ທີ່​ສັງ­ຄົມ​ພວກ​ເຮົາ​ຄວນ​ຊອກ​ທາງ​ອອກ​ໃຫ້​ໄດ້.

ຂ່າວທີ່ກ່ຽວຂ້ອງ