ວັນເສົາ ທີ 16 ກຸມພາ 2019 17:07:28

ການທີ່ນຳເອົາບັນຫາດັ່ງກ່າວ ຍົກຂຶ້ນມາເລົ່າສູ່ຟັງກໍຍ້ອນວ່າ ນະຄອນຫຼວງວຽງຈັນຂອງພວກເຮົາໃນປັດຈຸບັນ ເປັນນະຄອນຫຼວງເປີດມີແຂກຄົນພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມ ທ່ອງທ່ຽວ ທຳທຸລະການຕ່າງໆບໍ່ເວັ້ນແຕ່ລະວັນ ໂດຍສະເພາະມີກອງປະຊຸມສຳຄັນ ພິທີການຕ່າງໆລະດັບປະເທດ ເກີດຂຶ້ນໃນແຕ່ລະອາທິດ ຈຶ່ງມີຄວາມຮຽກຮ້ອງຕ້ອງການເຖິງຄວາມສະອາດ ຄວາມເປັນລະບຽບແບບແຜນການ ຈັດສັນສະຖານທີ່ຕ່າງໆຮຽບຮ້ອຍຢ່າງລົງຕົວ.

ການວາງຂາຍເຄື່ອງຕາມແຄມທາງ ບ່ອນທີ່ສ້າງໄວ້ໃຫ້ ຄົນຍ່າງ ແມ່ນໜຶ່ງໃນຫຼາຍໆເລື່ອງທີ່ຈະຕ້ອງຈັດການແກ້ໄຂ ເພາະໜ້າທາງຖະໜົນ ຫຼື ຜິວຈະລາຈອນນັ້ນ ມີໄວ້ເພື່ອໃຫ້ລົດໃຫຍ່ ລົດຈັກ ລົດຖີບໄປ ສ່ວນຄົນຈະໄປນຳຜິວຈະລາຈອນຍ່ອມບໍ່ໄດ້ ເພາະຈະສ່ຽງຕໍ່ການເກີດອຸປະຕິເຫດ ດັ່ງນັ້ນ ເພິ່ນຈິ່ງສ້າງບ່ອນຍ່າງໃຫ້ຄົນໄປຄູ່ຂະໜານໄປຕາມຄວາມຍາວເສັ້ນທາງ ແລະ ຂີດເສັ້ນກ່ານໆ ເອີ້ນວ່າທາງມ້າລາຍໃຫ້ຄົນຍ່າງຂ້າມທາງ ເຊິ່ງລະບຽບກ່ຽວກັບການໃຫ້ລົດລະວັງເມື່ອຮອດທາງມ້າລາຍ ກໍລະບຸໄວ້ໃນກົດຈະລາຈອນ.

ຜ່ານມາເສັ້ນທາງຈຳນວນໜຶ່ງ ກໍມີຄົນປະຕິບັດໄດ້ ແລະ ສ່ວນໃຫຍ່ກໍຍັງບໍ່ໃຫ້ຄວາມສຳຄັນ ຫຼື ຮ່ວມມືເທົ່າທີ່ຄວນເຖິງທາງຄົນຍ່າງ ຍ້ອນແນວນັ້ນ ຈຶ່ງມີຜູ້ຂາຍເຂົ້າຈີ່ ຂາຍໝາກໄມ້ ຂາຍເຂົ້າປຽກ ຂາຍຫວຍ ແປງລົດຈັກ ລົດຖີບ ແລະ ອື່ນໆຕັນທາງຄົນໄປ ຈາກນັ້ນ ພວກຂີ່ລົດທີ່ຢາກຊື້ກໍພາກັນຈອດລົດຊະຊາຍ ຕັນພື້ນຜິວຈະລາຈອນບ່ອນລົດໄປ ພາໃຫ້ລົດໄປຊ້າ ລະບາຍບໍ່ທັນ ເລີຍພາໃຫ້ລົດອັ່ງ ຕົວຢ່າງທາງຂຶ້ນຫາສີ່ແຍກໄຟແດງສີຫອມ ບາງຄັ້ງເກີດອຸປະຕິເຫດໃນເວລາທີ່ຮີບດ່ວນ ເຊັ່ນໄປການ-ເລີກການ ທັງບໍ່ມີຄວາມເປັນລະບຽບ ເພາະບ່ອນຂາຍຄວນຢູ່ຕະຫຼາດໃນຮ້ານຕ່າງຫາກ ຫຼື ບ່ອນທີ່ຖືກຈັດສັນໃນເມື່ອມີຄວາມຈຳເປັນ.

ເພື່ອເຮັດໃຫ້ບ້ານເມືອງສວຍງາມ ວິທີແກ້ກໍຄວນມອບໝາຍໃຫ້ອົງການປົກຄອງບ້ານທີ່ແຄມທາງໃຫຍ່ຜ່ານໄປ ເປັນຜູ້ແກ້ໄຂໂດຍໄປຈັດສະຖານທີ່ຕ່າງຫາກ ຍ້າຍເຂົ້າຕະຫຼາດ ຫຼື ມີຮ້ານສະເພາະຖ້າປະໄວ້ ນອກຈາກບໍ່ເປັນລະບຽບ ຍັງຈະມີສ່ວນພາໃຫ້ເກີດອຸປະຕິເຫດ ເພາະຄົນທຽວທາງມັກງ່າຍ ຊື້ຫວຍກໍງ່າຍ ຮ້ອງໄປເຂົາກໍຈີກມາຍື່ນໃຫ້ ຕະ ຫຼອດເຂົ້າຈີ່ ໝາກສົ້ມ ໝາກຫວານອື່ນໆ ແຕ່ສຳຄັນຄວນຄຳນຶງເຖິງຜູ້ມາທາງຫຼັງ ທີ່ຈະຕ້ອງລໍຜູ້ຊື້ເຫຼົ່ານັ້ນໃຫ້ສຳເລັດກິດຈະກຳກ່ອນ ຈຶ່ງເຄື່ອນທີ່ໄປໄດ້.

ບັນຫານີ້ເກີດຂຶ້ນຫຼາຍບ່ອນແຄມທາງໃຫຍ່ ບ່ອນຄົນຫຼາຍ ຊຶ່ງໃຜໆກໍຢາກຈະໄດ້ບ່ອນທີ່ຄົນທຽວທາງໄປມາຫຼາຍໆ ເພື່ອຕັ້ງໂຕະນັ່ງຂາຍເຄື່ອງຈຶ່ງໝານ ແຕ່ແນວໃດກໍດີ ລະບຽບກໍຄືລະບຽບ ຈະຄຳນຶງເຖິງນະໂຍບາຍກໍຍ່ອມບໍ່ສິ້ນສຸດ ສຳຄັນຜູ້ຊື້ອີກເບື້ອງໜຶ່ງກໍບໍ່ຄວນຢຸດຊື້ໃນເສັ້ນທາງທີ່ໃຫຍ່ ແຕ່ມີການຈະລາຈອນໜາແໜ້ນ ແລ້ວສ້າງຄ່ານິຍົມໃຫ້ກັບຕົນເອງໄປຊື້ບ່ອນທີ່ສະດວກຈະປອດໄພ ແລະ ຖືກຕ້ອງຕາມກົດໝາຍຈະລາຈອນອີກດ້ວຍ.