ວັນຈັນ ທີ 9 ທັນວາ 2019 22:52:45

ຂ່າວຄາວເລື່ອງການປຸ້ນຈີ້... ຊີງຊັບ ປະກົດວ່າພົ້ນເດັ່ນຂຶ້ນຢູ່ນະຄອນຫຼວງໃນທ້າຍປີ 2011 ແລະ ຕົ້ນປີ 2012 ຜູ້ຕ້ອງຫາສ່ວນຫຼາຍແມ່ນຊາຍໜຸ່ມທີ່ມີອາຍຸລະຫວ່າງ 22-28 ປີ ພວກດັ່ງກ່າວນີ້ຊາບວ່າ ມີຜົນມາຈາກການເສບຢາເສບຕິດ ເປັນຕົ້ນ ຢາບ້າ ເລີຍພາໃຫ້ຄຶກຄະນອງບໍ່ເກງກົວກົດໝາຍບ້ານເມືອງ... ຄິດຫາເງິນທາງລັດ ຫາງ່າຍເພື່ອມາເປັນສິ່ງບັນລຸຄວາມມຶນເມົາດັ່ງກ່າວ.

ຕໍ່ສະພາບປະກົດການຫຍໍ້ທໍ້ດັ່ງກ່າວທີ່ເກີດຂຶ້ນນັ້ນ ກໍບໍ່ແມ່ນວ່າເຈົ້າໜ້າທີ່ເຮົາຊິດັບມອດບໍ່ໄດ້ເນີ ! ເຈົ້າໜ້າທີ່ປາບ ແລະ ຈັບກຸມໄດ້ຫຼາຍຄະດີດັ່ງທີ່ເປັນຂ່າວຕາມສື່ມວນຊົນ ແລະ ໄດ້ປະກອບສຳນວນຄະດີສົ່ງໃຫ້ໄອຍະການ ເພື່ອດຳເນີນການຮ້ອງຟ້ອງສານຕັດສິນຕາມກົດໝາຍ.

ເບື້ອງການນຳນະຄອນຫຼວງເພິ່ນກໍໄດ້ຕິດຕາມ ແລະ ໃຫ້ທິດຊີ້ນຳຢ່າງໃກ້ຊິດ ໂດຍຜ່ານຂະບວນການກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ແນໃສ່ສະກັດກັ້ນບໍ່ໃຫ້ມັນແຜ່ລາມ ໂດຍຖືວຽກນີ້ເປັນໜຶ່ງໃນ 6 ສ ທີ່ນະຄອນຫຼວງຕ້ອງສູ້ຊົນໃຫ້ເຮັດສຳເລັດຜົນ.

ສ່ວນຂັ້ນເທິງກໍບໍ່ໄດ້ນິ້ງນອນໃຈ ເຊິ່ງຫຼ້າສຸດນີ້ຄືໃນວັນທີ 9 ມັງກອນ 2012 ໃນໂອກາດມີກອງປະຊຸມກ່ຽວກັບວຽກງານຕ້ານ-ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ນະຄອນຫຼວງວຽງຈັນ.... ທ່ານນາຍົກລັດຖະມົນຕີກໍໃຫ້ກຽດເຂົ້າຮ່ວມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນວ່າ: ສາເຫດຕົ້ນຕໍວ່າແມ່ນຄວາມຮັບຜິດຊອບການເມືອງຂອງພະນັກງານ ທະຫານ ຕຳຫຼວດ ແລະ ປະຊາຊົນຈຳນວນໜຶ່ງ ຍັງບໍ່ທັນເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ຢ່າງຈິງຈັງ ບໍ່ທັນເດັດຂາດ ບໍ່ທັນເຂັ້ມງວດແທ້.

ກ່ຽວກັບບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ນາຍົກລັດຖະມົນຕີໄດ້ສະເໜີບາງທັດສະນະ ເພື່ອແກ້ໄຂບັນຫາ ແລະ ໃຫ້ຜູ້ທີ່ກ່ຽວຂ້ອງ ຕ້ອງເອົາໃຈໃສ່ປະຕິບັດບາງຄາດໝາຍຕົ້ນຕໍ ຄື: ຕ້ອງຊອກຫາສາເຫດ ແລະ ທີ່ມາຢ່າງເລິກເຊິ່ງ ຖືກຕ້ອງ ຈະແຈ້ງ ແລ້ວຈຶ່ງດຳເນີນມາດຕະການແກ້ໄຂຢ່າງເປັນລະບົບ ການແກ້ໄຂບັນຫາປະກົດການຫຍໍ້ທໍ້ ບໍ່ແມ່ນຈະລໍຖ້າເຫດການເກີດຂຶ້ນແລ້ວຈຶ່ງແກ້ໄຂ ຕ້ອງມີແຜນແກ້ສະເພາະໜ້າ ແລະ ຍາວນານ ໄລຍະໃດຄວນແກ້ໄຂແນວໃດ.

ທຸກໆປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ນາຍົກລັດຖະມົນຕີເຫັນຄວນ ມອບໃຫ້ເຈົ້າໜ້າທີ່ຕຳຫຼວດປະຕິບັດຫຼັກວິຊາສະເພາະ ແລະ ຂັ້ນຕອນຂອງກົດໝາຍ ຜູ້ມີສິດອຳນາດຕ່າງໆ ທີ່ບໍ່ແມ່ນຄວາມຮັບຜິດຊອບຂອງຕົນ ໃຫ້ຢຸດຫຍຸ້ງກ່ຽວແຊກແຊງຕໍ່ການດຳເນີນຄະດີ ຫຼື ມ້າງຄະດີຂອງເຈົ້າໜ້າທີ່ຕຳຫຼວດ ຖ້າກວດເຫັນການດຳເນີນຄະດີທີ່ບໍ່ຖືກຕ້ອງ ແລະ ບໍ່ເປັນທຳ ຜູ້ອັບປະໂຫຍດສາມາດຮ້ອງຟ້ອງ ແລະ ລາຍງານຕໍ່ພາກສ່ວນກ່ຽວຂ້ອງຕາມລະບຽບກົດໝາຍ ຖ້າກວດເຫັນຄວາມຜິດ ຫຼື ພຶດຕິກຳທີ່ບໍ່ປອດໃສຂອງເຈົ້າໜ້າທີ່ ຕ້ອງດຳເນີນຄະດີຕາມລະບຽບກົດໝາຍຢ່າງເດັດຂາດ.

ຈາກຄວາມເດັດຂາດ ແລະ ການແບ່ງຄວາມຮັບຜິດຊອບຢ່າງຮັດກຸມ ຄິດວ່າປະກົດການຫຍໍ້ທໍ້ຢູ່ນະຄອນຫຼວງພວກເຮົາ ຈະໄດ້ຖືກດັບມອບບໍ່ໄດ້ແຜ່ລາມຢ່າງແນ່ນອນ.