ວັນອາທິດ ທີ 17 ກຸມພາ 2019 06:09:18
<p style="text-align: justify;"> ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ສລຍ) ແມ່ນພາກສ່ວນໜຶ່ງທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນ ການປະກອບສ່ວນຊ່ວຍສ້າງທັກສະຄວາມຮູ້-ຄວາມສາມາດ ດ້ານການບໍລິຫານທຸລະກິດ ໃຫ້ແກ່ບັນດາພະນັກງານໃນຂົງເຂດ ຫົວໜ່ວຍທຸລະກິດ ພາກເອກະຊົນ ແລະ ອົງການຈັດຕັ້ງພາກລັດ ໂດຍຜ່ານການເຝິກອົບຮົມຫຼັກສູດບໍລິຫານທຸລະກິດ ແລະ ໄດ້ຮັບຟັງການບັນຍາຍຈາກຜູ້ຊ່ຽວຊານຍີ່ປຸ່ນ ໂດຍການສະໜັບສະໜູນຈາກ ອົງການຮ່ວມມືສາກົນຍີ່ປຸ່ນ ປະຈຳລາວ (ໄຈກາ).</p> <p style="text-align: justify;"> ຕະຫຼອດໄລຍະ 10 ປີຜ່ານມາ ໄດ້ມີຜູ້ສຳເລັດການເຝິກອົບຮົມຫຼັກສູດບໍລິຫານທຸລະກິດຈາກ ສລຍ ຈຳນວນເຖິງ 2.600 ຄົນ ສະເພາະປີ 2012 ນີ້ ທາງ ສລຍ ໄດ້ມີແຜນເປີດຊຸດອົບຮົມຫຼັກສູດບໍລິຫານທຸລະກິດແບບໃໝ່ຂຶ້ນ ໃນເດືອນມັງກອນຫາເດືອນເມສາ 2012 ເຊິ່ງຫຼັກສູດທີ່ຈະເປີດດັ່ງກ່າວ ໄດ້ແບ່ງອອກເປັນ 2 ຊຸດຕໍ່ປີ ແລະ ໃນແຕ່ລະຊຸດຈະມີ 9 ວິຊາຮຽນຄື: ການບໍລິຫານການຕະຫຼາດ ການສ້າງແຜນທຸລະກິດ ການບໍລິຫານການຂົນສົ່ງ ຍຸດທະສາດການບໍລິຫານ ການບັນຊີ ການບໍລິຫານບຸກຄະລາກອນ ການບໍລິຫານການເງິນ ການບໍລິຫານລະບົບຂໍ້ມູນຂ່າວສານ ແລະ ການບໍລິຫານທຸລະກິດຫຼັກຊັບ ເຊິ່ງການບັນຍາຍແມ່ນມີອາຈານຈາກສອງຝ່າຍ ແລະ ພິເສດ ຫຼັກສູດບໍລິຫານທຸລະກິດຂອງ ສລຍ ແມ່ນຈະຖ່າຍທອດເຕັກນິກການບໍລິຫານແບບຍີ່ປຸ່ນ ທີ່ເນັ້ນໃສ່ພາກປະຕິບັດຕົວຈິງ ພ້ອມທັງຊ່ວຍວິເຄາະພາກທຸລະກິດ ແລະ ໃຫ້ຄຳປຶກສາ ເພື່ອແນະນຳວິທີການປັບປຸງແກ້ໄຂບາງບັນຫາໃຫ້ແກ່ຜູ້ບໍລິຫານ ແລະ ເຈົ້າຂອງທຸລະກິດ ຫຼື ນັກສຳມະນາກອນທີ່ເຂົ້າຮ່ວມໃນຫຼັກສູດດັ່ງກ່າວ ນອກຈາກນັ້ນ ຜູ້ທີ່ເຂົ້າຮ່ວມການເຝິກອົບຮົມໃນແຕ່ລະຫຼັກສູດ ຍັງສາມາດນຳເອົາຄວາມຮູ້ທີ່ໄດ້ຮຽນນັ້ນ ກັບໄປນຳໃຊ້ໃນວຽກງານຕົວຈິງໃນອົງກອນຂອງຕົນ ຢ່າງມີປະສິດທິຜົນ.</p> <p style="text-align: justify;"> ທ່ານອາຈານ ສຸດຖະໜອມ ພິນສະຫວາດ ຫົວໜ້າພະແນກຫຼັກສູດບໍລິຫານທຸລະກິດ ສລຍ ກ່າວວ່າ ເພື່ອເປັນການກຽມຄວາມພ້ອມ ໃນການເຊື່ອມໂຍງເສດຖະກິດ ເຂົ້າກັບບັນດາປະເທດອາຊຽນ ໃນປີ 2015 ທີ່ຈະມາເຖິງນີ້ ນັກທຸລະກິດລາວ ຕ້ອງມີຄວາມພ້ອມໃນການພັດທະນາທຸລະກິດຂອງຕົນ ກໍຄືເສດຖະກິດຂອງປະເທດ ໃຫ້ມີຄວາມເຂັ້ມແຂງຢູ່ໃນພາກພື້ນ ແລະ ສາກົນ ເພາະສະນັ້ນ ພວກເຮົາຕ້ອງໄດ້ຮ່ວມກັນປະກອບສ່ວນຊຸກຍູ້ ແລະ ສະໜັບສະໜູນໃຫ້ເກີດມີຜູ້ປະກອບທຸລະກິດໃໝ່ ແລະ ຊ່ວຍປັບປຸງທຸລະກິດທີ່ພວມດຳເນີນຢູ່ ໃຫ້ມີຄວາມສາມາດໃນການແຂ່ງຂັນສູງຂຶ້ນ ຢູ່ໃນສະພາບແວດລ້ອມທຸລະກິດພາກພື້ນ ເພາະທັງສອງໜ້າທີ່ດັ່ງກ່າວ ແມ່ນມີຄວາມສຳຄັນ ໃນການພັດທະນາເສດຖະກິດລາວໃຫ້ດີຂຶ້ນ ແລະ ຍັງເປັນການສ້າງວຽກເຮັດງານທຳເພີ່ມຂຶ້ນອີກ.</p>