ວັນອາທິດ ທີ 17 ກຸມພາ 2019 10:12:20

ມີຜູ້ຄົນຈຳນວນຫຼວງຫຼາຍ ໂດຍສະເພາະແມ່ນເອື້ອຍນ້ອງເພດຍິງ ເມື່ອກ່ອນມັກຈະເວົ້າວ່າ: ແຕ່ງງານມີຄອບຄົວ ມີລູກແລ້ວ ຫາໂອກາດສຶກສາຮ່ຳຮຽນຕໍ່ຍາກຫຼາຍ ເຊິ່ງມາຮອດປັດຈຸບັນ ການມີຄອບຄົວບໍ່ໄດ້ເປັນອຸປະສັກຕໍ່ການຮຽນແຕ່ຢ່າງໃດ ກົງກັນຂ້າມ ພັດກາຍເປັນແຮງຊຸກຍູ້ສົ່ງເສີມໃຫ້ມີໂອກາດໄດ້ສຶກສາຮ່ຳຮຽນໃນລະດັບສູງ ແລະ ດີກ່ວາເກົ່າ ຈົນບາງຄົນກໍສາມາດຍາດໄດ້ອັນດັບໜຶ່ງຂອງການຮຽນ.

ທ່ານນາງ ຄຳຟອງ ວິໄລຈັນ ນັກສຶກສາ ຄະນະເຕັກນິກການແພດ ພາກວິຊາວິເຄາະການແພດ ຂອງມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ) ທີ່ຫາກໍກາຍເປັນບັນດິດການແພດ ໄດ້ຮັບໃບປະກາດແດງ ຍ້ອນມີຜົນການຮຽນດີເລີດ ປະຈຳສົກສຶກສາ 20102011 ໄດ້ກ່າວວ່າ: ພາຍຫຼັງທີ່ຈົບແພດຊັ້ນກາງໃນປີ 1999 ກໍໄດ້ອອກຮັບໃຊ້ວຽກງານຢູ່ບ້ານເກີດເມືອງນອນຂອງຕົນຄື ແຂວງຊຽງຂວາງ ດິນແດນແຫ່ງວິລະຊົນ ປັດຈຸບັນສະຖານະຄອບຄົວແມ່ນແຕ່ງງານແລ້ວ ມີລູກ 1 ຄົນ ເປັນຄອບຄົວພະນັກງານແພດ ຍ້ອນພັກລັດໄດ້ເປີດກ້ວາງໃຫ້ມີໂອກາດໄດ້ເຂົ້າມາສຶກສາຄົ້ນຄ້ວາ ເຊື່ອມຕໍ່ຢູ່ນະຄອນຫຼວງວຽງຈັນ ເຊິ່ງໃນເບື້ອງຕົ້ນ ກໍຍັງຄິດລັ່ງເລໃຈຢູ່ວ່າຈະຮຽນຕໍ່ດີບໍ່ ແຕ່ຍ້ອນໜ້າທີ່ວຽກງານຮຽກຮ້ອງຕ້ອງການ ບວກກັບກຳລັງໃຈຂອງຄອບຄົວໃຫ້ການສະໜັບສະໜູນເຕັມທີ່ ກໍເລີຍຕັດສິນໃຈກັບເຂົ້າມາສຶກສາຄົ້ນຄ້ວາຕໍ່ທີ່ ມວສ ໃນປີ 2009.

ພາຍຫຼັງທີ່ໄດ້ກ້າວເຂົ້າສູ່ການສຶກສາຮ່ຳຮຽນອີກຄັ້ງ ຄວາມມຸ່ງຫວັງທີ່ຕັ້ງໃຈ ກໍຄືການໃຫ້ໂອກາດຕົນເອງໄດ້ສຶກສາຄົ້ນຄ້ວາເຕັມທີ ອີງໃສ່ຄວາມຈຳເປັນ ເພາະເປັນວິຊາທີ່ຢູ່ເບື້ອງຫຼັງແຫ່ງຜົນສຳເລັດຂອງບັນດາແພດໝໍ ຜູ້ປິ່ນປົວຮັກສາຄົນເຈັບທີ່ເຂົ້າຮັກສາຕົວຢູ່ຕາມໂຮງໝໍ ແລະ ສຸກສາລາແຫ່ງຕ່າງໆ ຍ້ອນເຫັນໄດ້ຄວາມສຳຄັນຕໍ່ພາລະໜ້າທີ່ຕົນເອງຄືແນວນັ້ນ ຈຶ່ງໄດ້ບຸກໜ້າບືນຕົວຄົ້ນຄ້ວາຮ່ຳຮຽນ ຈົນສຸດຄວາມສາມາດທີ່ມີ ໂດຍໄດ້ແຮງສະໜັບສະໜູນຈາກຄອບຄົວ ຄູອາຈານທຸກທ່ານ ທຸ້ມເທຄວາມຮູ້ຄວາມສາມາດສິດສອນໃກ້ຊິດຕິດແທດ ແນະນຳລົງປະຕິບັດຕົວຈິງ ເຮັດໃຫ້ການສຶກສາໃນຄັ້ງນີ້ ປະສົບຜົນສຳເລັດເປັນທີ່ເພິ່ງພໍໃຈ.

ພາຍຫຼັງທີ່ຮຽນຈົບແລ້ວ ກໍຈະໄດ້ກັບຄືນຮັບໃຊ້ໜ້າທີ່ວຽກຢູ່ແຂວງຊຽງຂວາງ ບ້ານເກີດເມືອງນອນຂອງຕົນ ເພາະພາລະໜ້າທີ່ຄອບຄົວ ໂດຍສະເພາະ ຜູ້ປ່ວຍໄຂ້ທີ່ກຳລັງລໍຖ້າແພດໝໍເພື່ອໄປປິ່ນປົວ ລາວຍັງກ່າວມ້ວນທ້າຍວ່າ: ຖ້າມີໂອກາດຈະບໍ່ຢຸດຢູ່ພຽງເທົ່ານີ້ ເມື່ອໃດທາງການຈັດຕັ້ງໃຫ້ໂອກາດ ກໍຈະສືບຕໍ່ສຶກສາຄົ້ນຄ້ວາໃນລະດັບທີ່ສູງຂຶ້ນກ່ວາເກົ່າ.

ໂດຍ: ແວ່ນຂາວ