ວັນຈັນ ທີ 16 ທັນວາ 2019 06:26:13

ຖ້າເວົ້າເລື່ອງອາຫານການກິນ ໃນປະເທດເຮົາປັດຈຸບັນ ແມ່ນມີຄວາມອຸດົມສົມບູນສົມຄວນ ເນື່ອງຈາກ ສປປ ລາວ ເຮົາມີຊາຍແດນຕິດກັບຫຼາຍໆປະເທດ ອັນໄດ້ສ້າງເງື່ອນໄຂອັນດີ ໃນການນຳເຂົ້າອາຫານການກິນ ລວມໄປເຖິງວັດຖຸດິບເພື່ອມາປຸງແຕ່ງ ຊຶ່ງສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ແລະ ຖືວ່າເປັນເລື່ອງດີສຳລັບປະເທດທີ່ກຳລັງພັດທະນາ.

ແຕ່ມາເບິ່ງໃຫ້ທີ່ຖ້ວນແລ້ວ ການນຳເຂົ້າອາຫານປະເພດຕ່າງໆ ຍັງມີການຫຼັກລອບຢ່າງຫຼວງຫຼາຍ ແລະ ກວດພົບເຫັນພຽງສ່ວນໃດສ່ວນໜຶ່ງເທົ່ານັ້ນ ເນື່ອງຈາກອາຫານຫຼາຍປະເພດ ເຊັ່ນ ເຂົ້າໜົມ ຍັງບໍ່ທັນໄດ້ເອົາໃຈໃສ່ຢ່າງຈິງຈັງ ເຮັດໃຫ້ເຂົ້າໜົມຊະນິດຕ່າງໆທີ່ບໍ່ເໝາະສົມມີຫຼາຍແຫ່ງ ຈະເປັນທາງດ້ານໂພຊະນາການ ກໍບໍ່ຮູ້ວ່າໄດ້ຜ່ານພາກສ່ວນກ່ຽວຂ້ອງຫຼືບໍ່ ທາງດ້ານຮູບຊົງກໍຍັງມີຫຼາຍຊະນິດທີ່ເຫັນແລ້ວບໍ່ເໝາະສົມ ໂດຍສະເພາະແມ່ນເຂົ້າໜົມສຳລັບເດັກນ້ອຍ ທີ່ຂາຍຕາມຮ້ານຄ້າໃກ້ກັບໂຮງຮຽນແຫ່ງຕ່າງໆ.

ເຂົ້າໜົມຫວານ ໃນຮູບຊົງຂອງຊອງຢາສູບ ໃນເຄື່ອງໝາຍການຄ້າຕ່າງໆ ທີ່ໄດ້ນຳເຂົ້າມາຈາກປະເທດໃກ້ຄຽງ ຊຶ່ງໄດ້ສ້າງຄວາມດຶງດູດໃຫ້ເດັກນ້ອຍນັກຮຽນອະນຸບານ ປະຖົມ ແລະ ອື່ນໆ ບັນດາຜູ້ປົກຄອງອາດຍັງຄິດບໍ່ເຖິງ ເນື່ອງຈາກວ່າເຂົ້າໜົມຫວານ ກໍເປັນໄດ້ພຽງເຂົ້າໜົມຫວານ ແຕ່ຖ້າສັງເກດໃຫ້ດີແລ້ວ ເຂົ້າໜົມໃນຮູບແບບດັ່ງກ່າວນັ້ນ ອາດສົ່ງຜົນກະທົບຕໍ່ກັບເດັກໃນອະນາຄົດ ເນື່ອງຈາກຮູບຮ່າງທີ່ລໍ້ຕາລໍ້ໃຈ ເປັນຄ້າຍຄືຊອງຢາສູບ ອາດມີຈັກມື້ທີ່ເດັກອາດຈະເຂົ້າໃຈພິດວ່າ ອັນໃດເປັນຂອງແທ້ ອັນໃດ້ເປັນຂອງປອມ ຄຶດຢາກລອງຈາກຊອງນ້ອຍທີ່ເປັນເຂົ້າໜົມຫວານ ກາຍມາເປັນຊອງໃຫຍ່ທີ່ຕ້ອງຈູດໄຟ ຕໍ່ກັບບັນຫາດັ່ງກ່າວ ອາດເວົ້າໄດ້ວ່າ ມີສ່ວນໃນການປູກຈິດສຳນຶກໃຫ້ກັບເດັກນ້ອຍ ຫ່າງໄກກັບສູບຢາ.

ບັນຫາເຂົ້າໜົມຫວານໃນຮູບແບບຢາສູບ ໄດ້ກາຍເປັນສິ່ງທ້າທາຍ ສຳລັບຄະນະກຳມະການຄວບຄຸມຢາສູບ ເນື່ອງຈາກວ່າ ເປັນການໂຄສະນາໃນອີກຮູບແບບ ຂອງບັນດານັກລົງທຶນ ທັງໆທີ່ວ່າ ໃນປະເທດເຮົາສັ່ງຫ້າມໂຄສະນາສິນຄ້າປະເພດຢາສູບທຸກຊະນິດ ບໍ່ວ່າຈະເປັນທາງກົງ ຫຼື ທາງອ້ອມ ເພາະກຳລັງປຸກລະດົມໃຫ້ບັນດາກະຊວງ ອົງການ ສະຖານທີ່ສາທາລະນະ ແລະ ອື່ນໆ ໃຫ້ກາຍເປັນເຂດປອດຄັວນຢາສູບ ແນໃສ່ການປົກປ້ອງພົນລະເມືອງຈາກຜົນຮ້າຍຂອງຢາສູບ ແນໃສ່ຫຼຸດຜ່ອນການຊົມໃຊ້ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ປົກປັກຮັກສາສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ເມື່ອເປັນແນວນັ້ນ ຈະປ່ອຍໃຫ້ບັນຫາດັ່ງກ່າວໄດ້ເຊື່ອມຊຶມເຂົ້າໃນເດັກນ້ອຍ ກໍຄົງເປັນເລື່ອງທີ່ບໍ່ເໝາະສົມແນ່ນອນ ເພາະບໍ່ມີໃຜທີ່ຢາກເຫັນລູກຫຼານຂອງຕົນເຂົ້າມາເປັນເຍື່ອຂອງຢາສູບ ທັງໆທີ່ວ່າຕົນເອງກໍເຄີຍມີບົດຮຽນ ປະສົບການທີ່ໄດ້ມາຈາກຕົນເອງ ຫຼື ຄົນອ້ອມຂ້າງ ດັ່ງນັ້ນ ເພື່ອບໍ່ໃຫ້ເດັກນ້ອຍກ່ຽວຂ້ອງກ່ຽວກັບຢາສູບ ຄອບຄົວຕ້ອງເປັນຫຼັກ ໃນການສຶກສາອົບຮົມຜົນຮ້າຍຂອງຢາສູບໃຫ້ແກ່ເຂົາເຈົ້າ ຜູ້ປະກອບການ ຮ້ານຄ້າ ກໍຕ້ອງໄດ້ເລືອກເຟັ້ນ ຮູບແບບເຂົ້າໜົມຫວານເພື່ອມາຈຳໜ່າຍ ແລະ ສັງຄົມເອງ ກໍຕ້ອງມີສ່ວນຮ່ວມເຊັ່ນກັນ.

ໂດຍ: ສ.ແສງງາມ