ວັນອັງຄານ ທີ 19 ກຸມພາ 2019 23:34:43

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄູແຫ່ງຊາດ ທີ 7 ຕຸລາ 2011 ຄົບຮອບ 17 ປີ (7/10/1994-7/10/ 2011) ໄດ້ມີການສະຫຼອງຢູ່ທີ່ຫໍວັດທະນະທຳແຫ່ງຊາດ ໃນວັນທີ 5 ຕຸລາ 2011 ທີ່ຜ່ານມາ ດ້ວຍບັນຍາກາດທີ່ເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງ ໂດຍໄດ້ສະແດງໃຫ້ເຫັນຄຸນງາມຄວາມດີ ຜົນງານຂອງບັນດາຄູ-ອາຈານ ທີ່ມີຕໍ່ວຽກງານການພັດທະນາ ສ້າງສາປະເທດຊາດ ເວົ້າລວມ ເວົ້າສະເພາະກໍແມ່ນການພັດທະນາຄົນໃຫ້ຫຼຸດພົ້ນອອກຈາກຄວາມບໍ່ຮູ້ໜັງສື ກາຍເປັນບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ.

ການສະເຫຼີມສະຫຼອງວັນດັ່ງກ່າວ ໄດ້ມີການເລົ່າປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ ຮັບຟັງການໂອ້ລົມຈາກທ່ານເຈົ້າຄອງນະຄອນຫຼວງວຽງຈັນ ພິເສດກໍໄດ້ມີການປະກາດຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກີລາ ວ່າດ້ວຍການແຕ່ງຕັ້ງພະນັກງານ ດຳລົງຕຳແໜ່ງວິຊາການຄູຂອງພະແນກສຶກສາທິການ ນະຄອນຫຼວງວຽງຈັນ ເຊິ່ງມີຄູທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງວິຊາການຄູ ເປັນຄູປະສົບການຈຳນວນ 25 ທ່ານ ຍິງ 20 ທ່ານ ແລະ ເປັນຄູຊຳນານການຈຳນວນ 4 ທ່ານ ຍິງ 3 ທ່ານ ຈາກໂຮງຮຽນ ມ.ປາຍ ໂນນສະຫວ່າງ 1 ທ່ານ ແລະ ມ.ສ ວຽງຈັນ 3 ທ່ານ ໜຶ່ງໃນນັ້ນກໍມີທ່ານນາງ ວຽງແກ້ວ ສີປະເສີດ ອາຈານສອນວິຊາເຄມີສາດ ເປັນອາຈານຜູ້ມີຜົນງານອັນຫຼວງຫຼາຍ ສ້າງນັກຮຽນນັກສຶກສາອອກຮັບໃຊ້ສັງຄົມໄດ້ຫຼາຍລຸ້ນຄົນ.

ທ່ານໄດ້ໃຫ້ສຳພາດວ່າ: ເລີ່ມຕົ້ນຈາກການເປັນຄູສອນມາແຕ່ປີ 1981 ເປັນຕົ້ນມາ ໃນວິຊາເຄມີສາດ ໂດຍມີ ທ່ານ ສຈ.ດຣ. ສົມອົກ ມັ່ງໜໍ່ເມກ ເມື່ອກ່ອນທ່ານເປັນອາຈານວິຊາເຄມີເຊັ່ນດຽວ ແລະ ຕໍ່ມາທ່ານໄດ້ເປັນລັດຖະມົນຕີວ່າການກະຊວງສຶກສາທິການ ເຊິ່ງປັດຈຸບັນທ່ານດຳລົງຕຳແໜ່ງເປັນເຈົ້າແຂວງຊຽງຂວາງ ມາຮອດທຸກວັນນີ້ ທຸກຄຳສັ່ງສອນແນະນຳຂອງເພິ່ນ ກໍຍັງຄົງດັງກ້ອງກັງວານເປັນເຂັມທິດເຍືອງທາງໃຫ້ກ້າວເດີນຕະຫຼອດມາ.

ທ່ານກ່າວຕື່ມວ່າ: ພໍມາເຖິງສົກຮຽນ 98-99 ກໍໄດ້ມີໂອກາດໄປເຝິກອົບຮົມທີ່ປະເທດຝຣັ່ງ ແລະ ກັບຄືນມາສອນຢູ່ ມ.ສ ວຽງຈັນ ຄືເກົ່າ ໂດຍມາສອນໃນຫ້ອງສອງພາສາ (ກາສບີແລງ) ເຊິ່ງໃນການສິດສອນສົ່ງຄວາມຮູ້ໃນແຕ່ລະຄັ້ງ ຕ້ອງມີການຄົ້ນຄ້ວາ ຄັດຈ້ອນບົດຮຽນເນັ້ນໜັກເຖິງຄວາມລະອຽດໃຫ້ມັນເລິກເຊິ່ງ ງ່າຍດາຍ ຮຽນ ແລະ ເຂົ້າໃຈງ່າຍ ໂດຍການຮຽນທິດສະດີ ຄຽງຄູ່ກັບການແກ້ບົດເຝິກຫັດ ທົດລອງຕົວຈິງ ຈົນໄດ້ຮັບການຍ້ອງຍໍ ເປັນຄູດີເດັ່ນຕະຫຼອດມາ.

ໄປຄຽງຄູ່ກັບການສິດສອນພາຍໃນໂຮງຮຽນແລ້ວ ກໍຍັງໄດ້ເປັນຄູນິເທດໃຫ້ກັບແຂວງຫຼວງພະບາງ ສະຫວັນນະເຂດ ຈຳປາສັກ ແລະ ນະຄອນຫຼວງ ໃນບັນດາໂຮງຮຽນທີ່ມີໂຄງການສິດສອນຫ້ອງສອງພາສາ ຈາກປະສົບການຄວາມຮູ້ທີ່ຮຽນມາ ຜົນງານທີ່ມີຢ່າງຫຼວງຫຼາຍ ກ່ວາຈະໄດ້ຕຳແໜ່ງຄູຊຳນານການມາ ກໍຕ້ອງມີການຂຽນໂຄງການ ແລະ ບົດປ້ອງກັນ ເພື່ອເຂົ້າໄປຄັດເລືອກໃນແຕ່ລະຂັ້ນ ຈົນໃນທີ່ສຸດໃນສົກຮຽນ 2009-2010 ຈຶ່ງໄດ້ມາ ກໍນັບວ່າເປັນຄວາມພູມໃຈອັນໜຶ່ງໃນຊີວິດຄູ ແລະ ສິ່ງໜຶ່ງທີ່ພູມໃຈກ່ວານັ້ນກໍຄື ເຫັນບັນດາລູກສິດຂອງຕົນ ໄດ້ເປັນຄົນຮູ້ຜູ້ດີ ມີໜ້າທີ່ຕຳແໜ່ງປະກອບສ່ວນສ້າງສາພັດທະນາປະເທດຊາດ ແລະ ຍັງຮູ້ຄຳນຶງເຖິງຄູ-ອາຈານຄົນນີ້ຢູ່.

ນຳສະເໜີໂດຍ: ແວ່ນຂາວ