ວັນອາທິດ ທີ 17 ກຸມພາ 2019 11:11:20

ທ່ານ ສີໜຸກ ສີສົມບັດ ໄດ້ຮັບການແຕ່ງຕັ້ງເປັນປະທານສະມາຄົມໝາກກາເຟລາວ ສະໄໝທີ III ຕິດຕໍ່ກັນ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ VI ຂອງສະມາຄົມໝາກກາເຟລາວ ທີ່ຈັດຂຶ້ນຫວ່າງມໍ່ໆມານີ້ ຢູ່ປາກເຊ ແຂວງຈຳປາສັກ.

ໃນກອງປະຊຸມໃຫຍ່ ຄັ້ງທີ V ສະມາຄົມໝາກກາເຟລາວ ໄດ້ຮັບຮອງເອົາພຽງ 5 ທ່ານ ເຂົ້າເປັນຄະນະສະມາຄົມໝາກກາເຟລາວ ແຕ່ກອງປະຊຸມໃຫຍ່ ຄັ້ງທີ VI ສະມາຄົມໝາກກາເຟລາວ ໄດ້ຮັບເອົາອີກ 4 ທ່ານ ລວມເປັນ 9 ທ່ານ ເຂົ້າມາຈັດການບໍລິຫານພາຍໃນສະມາຄົມ ທັງນີ້ກໍເນື່ອງຈາກການຂະຫຍາຍຕົວຂອງເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ ເປັນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໂດຍສະເພາະ 4 ວິໄສທັດບຸກທະລຸ ແລະ ເປັນການທົບທວນຄືນກ່ຽວກັບທີ່ຕັ້ງ ພາລະບົບດາດ ສິດ ໜ້າທີ່ ແລະ ກົດລະບຽບພາຍໃນຂອງສະມາຄົມ ໃຫ້ສອດຄ່ອງກັບດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍສະມາຄົມ ສະບັບເລກທີ 155/ນຍ ລົງວັນທີ 29 ເມສາ 2009 ແລະ ຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງພາຍໃນ ສະບັບເລກທີ 252 ລົງວັນທີ 17 ມິຖຸນາ 2011 ວ່າດ້ວຍການອະນຸມັດສ້າງຕັ້ງສະມາຄົມໝາກກາເຟລາວ.

ທ່ານ ສີໜຸກ ສີສົມບັດ ປະທານສະມາຄົມໝາກກາເຟລາວ ໄດ້ກ່າວວ່າ: ການເພີ່ມຈຳນວນຄະນະບໍລິຫານສະມາຄົມໝາກກາເຟລາວຊຸດໃໝ່ 9 ທ່ານນີ້ ແມ່ນມີຈຸດປະສົງເພື່ອຍົກບົດບາດ-ຖານະໃນການຂະຫຍາຍທຸລະກິດ ແລະ ຕອບສະໜອງການພັດທະນາໃຫ້ກ້ວາງອອກຕື່ມ ໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບຄວາມເປັນຈິງ ຂອງການພັດທະນາໃນແຕ່ລະໄລຍະ ແລະ ສາມາດຄວບຄຸມທົ່ວປະເທດໄດ້ຢ່າງມີປະສິດທິຜົນ ເຊິ່ງໃນເມື່ອກ່ອນ ສະມາຄົມໝາກກາເຟລາວ ມີບົດບາດ ແລະ ໜ້າທີ່ໃນການຈັດການ-ບໍລິຫານ ໃນເຂດປູກໝາກກາເຟພຽງ 3 ແຂວງຄື: ສາລະວັນ ເຊກອງ ແລະ ຈຳປາສັກເທົ່ານັ້ນ ແຕ່ມາຮອດປັດຈຸບັນ ສະມາຄົມຂອງພວກເຮົາມີສະມາຊິກທັງໝົດ 39 ຫົວໜ່ວຍ ປະກອບມີກຸ່ມຜູ້ຜະລິດ ຜູ້ສົ່ງອອກ ແລະ ຜູ້ປຸງແຕ່ງ ແລະ ມີສິດ ໜ້າທີ່ເຄື່ອນໄຫວ ແລະ ຈັດການ-ບໍລິຫານໃນຂອບເຂດທົ່ວປະເທດ.

ໃນຈຳນວນ 9 ທ່ານ ທີ່ເປັນຄະນະສະມາຄົມໝາກກາເຟລາວຊຸດໃໝ່ນີ້ ປະກອບມີທ່ານ ສີໜຸກ ສີສົມບັດ ເປັນປະທານ ທ່ານ ແສງຈັນ ຄຳມົນທາ ເປັນຮອງປະທານ ທ່ານນາງ ບຸນເຮືອງ ລິດດັງ ເປັນຮອງປະທານ ສ່ວນຄະນະທີ່ຍັງເຫຼືອນັ້ນ ຈະມີບົດບາດ ແລະ ໜ້າທີ່ແຕກຕ່າງກັນ ໃນການຮັບຜິດຊອບໃນຂົງເຂດວຽກງານຕ່າງໆທີ່ກ່ຽວຂ້ອງ.

ທ່ານ ສີໜຸກ ສີສົມບັດ ປະທານສະມາຄົມ ຍັງໄດ້ກ່າວໃນລະຫວ່າງການໄດ້ຮັບຕຳແໜ່ງໃໝ່ ດ້ວຍວິໄສທັດໃນການພັດທະນາກາເຟລາວອີກວ່າ: ຈະສ້າງຊື່ສຽງຂອງກາເຟລາວໃຫ້ຄົນລາວ ແລະ ຊາວຕ່າງປະເທດໃນທົ່ວໂລກ ໃຫ້ຮັບຮູ້ຄຸນນະພາບ ແລະ ລົດຊາດທີ່ເປັນເອກະສັນຂອງກາເຟລາວ ຈະສ້າງໃຫ້ກາເຟລາວກາຍເປັນຕົວແບບໜຶ່ງ ໃນການຜະລິດ ການຊົມໃຊ້ທຳມະຊາດແບບຍືນຍົງ ໂດຍອີງໃສ່ແນວທາງຂອງພັກ ແລະ ລັດຖະບານ ໃນການສ້າງໃຫ້ປະເທດລາວ ກາຍເປັນປະເທດສີຂຽວ ທີ່ອົງການສາກົນໃນທົ່ວໂລກ ໃຫ້ຄວາມສຳຄັນຕໍ່ບັນຫາຫຼຸດພາວະໂລກຮ້ອນ ແລະ ພ້ອມຈະສືບຕໍ່ເຮັດໃຫ້ ສປປ ລາວ ໄດ້ເຂົ້າເປັນສະມາຊິກໝາກກາເຟ ແລະ ສົ່ງເສີມຊຸກຍູ້ໃຫ້ເຂດພັດທະນາໝາກກາເຟ ກາຍເປັນແຫຼ່ງທ່ອງທ່ຽວກະສິກຳແບບອະນຸຮັກສິ່ງແວດລ້ອມ.

ຊຸມປີຜ່ານມາ (2009-2011) ສະມາຄົມໝາກກາເຟລາວ ສາມາດສົ່ງອອກກາເຟໄດ້ 13.000 ກ່ວາໂຕນ ມູນຄ່າ 37 ລ້ານໂດລາສະຫະລັດ ຫຼື ປະມານ 296 ຕື້ກ່ວາກີບ ສ່ວນໃຫຍ່ແມ່ນສົ່ງອອກຕະຫຼາດເອີຣົບ ກວມເອົາ 72% ອາຊີ 25% ແລະ ອາເມລິກາ 3%.

ໂດຍ: ສະບາໄພ