ວັນອາທິດ ທີ 17 ກຸມພາ 2019 06:50:45

ການລຶບລ້າງຄວາມທຸກຍາກໃນປະເທດເຮົາ ໃນໄລຍະຜ່ານມາ ກໍຄືປັດຈຸບັນ ເຫັນໄດ້ວ່າພັກ-ລັດຖະບານໄດ້ເອົາໃຈໃສ່ຊີ້ນຳໆພາ ບັນດາອົງການຈັດຕັ້ງພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ໃນການລຶບລ້າງຄວາມທຸກຍາກ ແຕ່ມາເບິ່ງຜົນການກວດກາປະເມີນຄວາມທຸກຍາກ ເຫັນໄດ້ວ່າ ໃນຈຳນວນ 1.053.367 ຄອບຄົວ 8.654 ບ້ານ 1.100 ກຸ່ມບ້ານ ຢູ່ 143 ເມືອງ ຂອງ 17 ແຂວງທົ່ວປະເທດ ຍັງມີຄອບຄົວທຸກຍາກເຖິງ 199.758 ຄອບຄົວ ເທົ່າກັບ 18,96% ແລະ ບ້ານທຸກຍາກມີເຖິງ 3.216 ຄອບຄົວ ເທົ່າກັບ 37,16% ນັ້ນຖືໄດ້ວ່າຍັງເປັນຈຳນວນທີ່ຫຼາຍພໍສົມຄວນ ຕໍ່ກັບບັນຫາດັ່ງກ່າວນັ້ນ ແມ່ນມີຄວາມຈຳເປັນໃນການສ້າງບ້ານ ໃຫ້ກາຍເປັນບ້ານພັດທະນາ ໂດຍສຸມໃສ່ສ້າງໃຫ້ 8.654 ບ້ານໃນທົ່ວປະເທດ ເປັນບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ ກໍຄືການລຶບລ້າງຄວາມທຸກຍາກໃນທົ່ວປະເທດ ຊຶ່ງມັນຮຽກຮ້ອງໃຫ້ເອົາໃຈໃສ່ຫຼາຍບັນຫາ.

ອີງຕາມບົດລາຍງານການຈັດຕັ້ງປະຕິບັດ ແລະ ຜົນການກວດກາປະເມີນຄວາມທຸກຍາກ ແລະ ພັດທະນາຕາມດຳລັດ 285/ນຍ ທີ່ ທ່ານ ເມກ ພັນລັກ ລັດຖະມົນຕີຊ່ວຍວ່າການ ປະຈຳຫ້ອງວ່າການລັດຖະບານ ຮອງປະທານຄະນະຊີ້ນຳພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ ໄດ້ກ່າວໃນກອງປະຊຸມສະຫຼຸບຜົນການກວດກາປະເມີນຄວາມທຸກຍາກ ແລະ ພັດທະນາທົ່ວປະເທດ ທີ່ໄດ້ຈັດຂຶ້ນໃນວັນທີ 26-27 ກໍລະກົດຜ່ານມາ ຊຶ່ງເນື້ອໃນບາງຕອນໄດ້ລະບຸໄວ້ວ່າ: ຢາກສ້າງໃຫ້ 8.654 ບ້ານໃນທົ່ວປະເທດ ເປັນບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍນັ້ນ ແມ່ນຕ້ອງໄດ້ເອົາໃຈໃສ່ ເຊັ່ນ: (1) ຕ້ອງຮີບຮ້ອນເອົາໃຈໃສ່ຈັດສັນພູມລຳເນົາຄົງທີ່ ແລະ ບ່ອນທຳມາຫາກິນຖາວອນ ໃຫ້ປະຊາຊົນທີ່ດຳລົງຊີວິດຢູ່ 1.766 ບ້ານ (2) ດ້ານແນວຄິດການເມືອງ ຕ້ອງສ້າງຄວາມເຂັ້ມແຂງໃຫ້ແກ່ອຳນາດການປົກຄອງ ດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ ສະຕິເຄົາລົບກົດໝາຍ ຕ້ອງໄດ້ເອົາໃຈໃສ່ປັບປຸງອຳນາດການປົກຄອງ ກໍຄືສ້າງໜ່ວຍພັກແຂງ ຮູ້ນຳພາຮອບດ້ານຢູ່ 5.162 ບ້ານ ເອົາໃຈໃສ່ສຶກສາອົບຮົມປະຊາຊົນຢູ່ 1.069 ບ້ານ ໃຫ້ມີຄວາມຕື່ນຕົວດ້ານການເມືອງ ແລະ ມີຄວາມສາມັກຄີ ສ້າງບ້ານປອດຄະດີ ປອດຢາເສບຕິດ ບ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບດີໃຫ້ໄດ້ຕື່ມ 4.458 ບ້ານ (3) ດ້ານເສດຖະກິດ-ສັງຄົມ ແລະ ວັດທະນະທຳ ແມ່ນສ້າງໃຫ້ໄດ້ 199.758 ຄອບຄົວ ທີ່ຈັດວ່າເປັນຄອບຄົວທຸກຍາກ ໃຫ້ມີລາຍຮັບທີ່ໝັ້ນຄົງ ແລະ ສູງຂຶ້ນ ສ້າງສະຫະກອນ ຫຼື ກຸ່ມຜະລິດເປັນສິນຄ້າກອງທຶນບ້ານຢູ່ 4.160 ບ້ານຕື່ມອີກ ສ້າງບ້ານສາທາລະນະສຸກແບບຢ່າງໃຫ້ໄດ້ 6.646 ບ້ານ ສ້າງບ້ານສຳເລັດການສຶກສາພາກບັງຄັບໃຫ້ໄດ້ 1.780 ບ້ານ ແລະ ສ້າງບ້ານວັດທະນະທຳໃຫ້ໄດ້ 7.038 ບ້ານ ແລະ (4) ດ້ານການກໍ່ສ້າງພື້ນຖານໂຄງລ່າງ ຕ້ອງໄດ້ສ້າງໂຮງຮຽນປະຖົມໃຫ້ໄດ້ 188 ຫຼັງ ສະໜອງຖົງຢາປະຈຳບ້ານໃຫ້ໄດ້ 628 ບ້ານ ສະໜອງນ້ຳສະອາດໃຫ້ໄດ້້ 1.103 ບ້ານ ສ້າງ ແລະ ປັບປຸງເສັ້ນທາງເຂົ້າຫາ 2.237 ບ້ານ ເອົາໃຈໃສ່ໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າ (ຕາຂ່າຍ) 3.996 ບ້ານ ສ້າງແຜນຜັງບ້ານທີ່ດີໃຫ້ໄດ້ 4.032 ບ້ານ ສ້າງ ແລະ ປັບປຸງເສັ້ນທາງທຽວໄດ້ຕະຫຼອດປີເຂົ້າຫາ 2.237 ບ້ານ ແລະ ສ້າງຫ້ອງການສິ່ງທີ່ເອື້ອອຳນວຍຄວາມສະດວກສ່ວນລວມຢູ່ 40.177 ບ້ານ.

ທັງໝົດທີ່ກ່າວມານັ້ນ ແມ່ນມີຄວາມຈຳເປັນທີ່ສຸດ ໃນການພັດທະນາເຂດຫ່າງໄກສອກຫຼີກ ເພື່ອເປັນການປະກອບສ່ວນ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ກໍຄືປະກອບສ່ວນເຂົ້າໃນແຜນຍຸດທະສາດ ການລຶບລ້າງຄວາມທຸກຍາກ ໃຫ້ສຳເລັດຕາມຄາດໝາຍ.

ໂດຍ: ສ.ແສງງາມ