ວັນພຸດ ທີ 20 ກຸມພາ 2019 00:43:23

ຄະນະເລຂາທິການລັດຖະບານ ໄດ້ອອກແຈ້ງການເຖິງບັນດາກະຊວງ ອົງການພັກ-ລັດທຸກຂັ້ນ ນະຄອນຫຼວງ ແລະ ແຂວງຕ່າງໆໃນທົ່ວປະເທດ ເພື່ອຈັດຕັ້ງການປຸກລະດົມຂົນຂວາຍການບໍລິຈາກ ຈາກການຈັດຕັ້ງບັນດາຊັ້ນຄົນໃນສັງຄົມ ພາກສ່ວນເສດຖະກິດ ບໍລິສັດ ຫ້າງຮ້ານ ພະນັກງານລັດຖະກອນ ອົງການຈັດຕັ້ງທາງສັງຄົມ ແລະ ອື່ນໆ ເພື່ອປະກອບສ່ວນຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ ແລະ ຟື້ນຟູບູລະນະພື້ນຖານວັດຖຸເຕັກນິກ ແລະ ຊີວິດການເປັນຢູ່ຂອງປະຊາຊົນທີ່ປະສົບໄພນ້ຳຖ້ວມ ແຕ່ວັນທີ 24-26 ມິຖຸນາຜ່ານມາ ຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ໂດຍສະເພາະແຂວງຊຽງຂວາງ ໄຊຍະບູລີ ວຽງຈັນ ແລະ ບໍລິຄຳໄຊ ອັນໄດ້ເຮັດໃຫ້ເຮືອນຊານບ້ານຊ່ອງ ໂຮງຮຽນ ໂຮງໝໍ ພື້ນຖານໂຄງລ່າງ ເນື້ອທີ່ການຜະລິດ ເສຍຫາຍເປັນຈຳນວນບໍ່ໜ້ອຍ ທັງມີຜູ້ເສຍຊີວິດ ແລະ ສູນຫາຍຈຳນວນໜຶ່ງ ຊຶ່ງເບື້ອງຕົ້ນບໍ່ສາມາດເກັບກຳຈຳນວນລະອຽດໄດ້ເທື່ອ.

ການບໍລິຈາກດັ່ງກ່າວຈະເປັນເງິນ ເຂົ້າຂອງເຄື່ອງໃຊ້ ຫຼື ອຸປະກອນການຜະລິດ ເຄື່ອງອຸປະໂພກ-ບໍລິໂພກ ຢາປິ່ນປົວສຸຂະພາບ ແລະ ອື່ນໆທີ່ຈຳເປັນຕໍ່ການດຳລົງຊີວິດ ສ່ວນການຮັບບໍລິຈາກມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ແລະ ອົງການກາແດງ ຮີບຮ້ອນແຕ່ງຕັ້ງຄະນະຮັບຜິດຊອບ ໂດຍໃຫ້ແຈ້ງຈຸດປະສານ ແລະ ລະບຽບການຕິດຕໍ່ພົວພັນໃຫ້ຈະແຈ້ງ ສະດວກ ວ່ອງໄວ ແລະ ຮັດກຸມ ທັງລາຍງານໃຫ້ລັດຖະບານຊາບກ່ຽວກັບການບໍລິຈາກ ແລະ ການໄດ້ຮັບການຊ່ວຍເຫຼືອຢ່າງເປັນປົກກະຕິ ພ້ອມນີ້ໃຫ້ກະຊວງການຕ່າງປະເທດ ກໍປຸກລະດົມຊຸກຍູ້ບັນດາສະຖານທູດຂອງປະເທດຕ່າງໆ ແລະ ບັນດາອົງການຈັດຕັ້ງສາກົນ ເພື່ອຂໍການຊ່ວຍເຫຼືອຕື່ມ.

ການບໍລິຈາກສາມາດພົວພັນໂດຍກົງຢູ່ກົມສັງຄົມສົງເຄາະ

ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ

ເບີໂທລະສັບຕັ້ງໂຕະ : 021 213005, 021 222776, 021 219450

ເບີໂທລະສັບມືຖື : 020 55659530, 020 22225785, 020 22402702, 020 22228154, 020 55606269, 020 78123400, 020 22451177, 020 55628950

ບັນຊີເງິນຝາກກອງທຶນຊ່ວຍເຫຼືອໄພພິບັດ ທະນາຄານການຄ້າຕ່າງປະເທດ

ໜາຍເລກບັນຊີ :

ສະກຸນເງິນກີບ 0104110023754

ສະກຸນເງິນໂດລາສະຫະລັດ 0107110118204

ສະກຸນເງິນບາດ 0106110207899