ວັນພະຫັດ ທີ 12 ທັນວາ 2019 05:14:58

ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງພະນະທ່ານ ອີໂວ ໂຈຊີໂປວິກ ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂຄຣເອເຊຍ ທີ່ ຊາເກຣບ ເຊິ່ງມີເນື້ອໃນວ່າ:

ພະນະທ່ານ

ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ໂຄຣເອເຊຍ ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນໂຄຣເອເຊຍ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າຫວັງວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ໂຄຣເອເຊຍ ຈະສືບຕໍ່ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ ແລະ ການຮ່ວມມືສາກົນ ເພື່ອການພັດທະນາ.

ດ້ວຍຄວາມນັບຖືຢ່າງສູງ

ເນື່ອງໃນໂອກາດດຽວກັນນີ້ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ທ່ານ ດຣ.ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານຊົມເຊີຍເຖິງພະນະທ່ານ ຈາດດັງກາ ໂກຊໍ ນາຍົກລັດຖະມົນຕີ ເຖິງທ່ານ ຈໍແດນ ແຈນໂດຣໂກວິກ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ໂຄຣເອເຊຍ ໃນຖານະຄູ່ຮ່ວມຕຳແໜ່ງດຽວກັນ.