ວັນສຸກ ທີ 22 ກຸມພາ 2019 16:47:16

ສະຖາບັນຄົ້ນຄ້ວາກະສິກຳ-ປ່າໄມ້ແຫ່ງຊາດ (NAFRI) ໄດ້ຈັດກອງປະຊຸມຄັ້ງທີ I ຂອງໂຄງການປັບປຸງຄວາມອາດສາມາດ ໃນການປັບຕົວເຂົ້າສູ່ສະພາບເດີມດ້ານກະສິກຳ ຈາກຜົນກະທົບການປ່ຽນແປງຂອງດິນຟ້າອາກາດ (IRAS/NAPA Fuproject) ເພື່ອເປັນການນຳສະເໜີເປົ້າໝາຍແຜນຍຸດທະສາດ ໂຄງຮ່າງການຈັດຕັ້ງພາລະບົດບາດ ສິດໜ້າທີ່ ຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດໂຄງການ.

ທ່ານ ສີສະຫວ່າງ ວົງຫາຈັກ ຮອງຫົວໜ້າສູນຄົ້ນຄ້ວາກະສິກຳ-ປ່າໄມ້ແຫ່ງຊາດ ໄດ້ກ່າວກ່ຽວກັບໂຄງການນີ້ວ່າ IRAS/NAPA Fuproject ແມ່ນໂຄງການຮ່ວມມືລະຫວ່າງ NAFRI ແລະ UNDP ເພື່ອເປັນການປັບປຸງຄວາມສາມາດໃນການປັບຕົວເຂົ້າສູ່ສະພາບເກົ່າດ້ານກະສິກຳ ຈາກຜົນກະທົບຂອງການປ່ຽນແປງສະພາບອາກາດຢູ່ ສປປ ລາວ ແລະ ໄດ້ມີໜາກຜົນຄາດຫວັງຫຼັກ ເຊັ່ນ: ແຜນການດຳເນີນງານແຫ່ງຊາດ ໃນການປັບໂຕກັບສະພາບການປ່ຽນແປງຂອງດິນຟ້າອາກາດ ຍຸດທະສາດໃໝ່ຂອງ ສປປ ລາວ ສຳລັບການປ່ຽນແປງຂອງດິນຟ້າອາກາດ ນັບແຕ່ວັນທີ 3 ມີນາ ຜ່ານມາ ໄດ້ມີຍຸດທະສາດສຳລັບການປ່ຽນແປງຂອງດິນຟ້າອາກາດ ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງລັດຖະບານ ໃນການແກ້ໄຂບັນຫາທີ່ເກີດຈາກດິນຟ້າອາກາດໃນໄລຍະຍາວ ຈັດໃຫ້ມີ 7 ທາງເລືອກ ໃນການປັບຕົວຢູ່ໃນຍຸດທະສາດ ສຳລັບການປ່ຽນແປງໃຫຍ່ຂອງດິນຟ້າອາກາດທີ່ກ່ຽວກັບກະສິກຳ ແລະ ການຄ້ຳປະກັນດ້ານສະບຽງອາຫານ ຍົກບົດບາດຂອງສະຖາບັນໃນການຄິດຄົ້ນນະວັດຕະກຳ ຄົ້ນຄ້ວານະວັດຕະນະກຳ ແລະ ການຄົ້ນຄ້ວາແບບປະຍຸກ (ດັດປັບ) ສຳລັບກະສິກຳ ແລະ ຄວາມສຳຄັນໂຄງການຂອງແຜນງານການຈັດຕັ້ງປະຕິບັດການປົບຕົວແຫ່ງຊາດ ເພື່ອຊ່ວຍເຮັດໃຫ້ຍຸດທະສາດໃໝ່ ປະກົດຜົນເປັນຈິງ.

ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2011 ທີ່ໂຮງແຮມເສດຖາປລາສ ໂດຍການເປັນປະທານຂອງທ່ານ ສີສະຫວ່າງ ວົງຫາຈັກ ແລະ ທ່ານນາງ ຄຽວໂກະ ໂຢໂກຊຸກະ ຕາງໜ້າອົງການ UNDP ປະຈຳ ສປປ ລາວ ຊຶ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.