ວັນອາທິດ ທີ 17 ກຸມພາ 2019 11:14:48

ໄລຍະຜ່ານມາ ເຖິງວ່າຈະມີຫຼາຍສິ່ງຫຼາຍຢ່າງທີ່ຫຍຸ້ງຍາກສັບສົນ ເປັນອຸປະສັກ ແລະ ສົ່ງຜົນກະທົບໂດຍກົງ ກັບການພັດທະນາວຽກງານການສຶກສາ ແຕ່ດ້ວຍຄວາມເອົາໃຈໃສ່ຂອງພະນັກງານການນຳ ກໍຄືບັນດາຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງ ບຸກບືນຜ່ານຜ່າອຸປະສັກນາໆປະການ ອັນໄດ້ເຮັດໃຫ້ການພັດທະນາການສຶກສາຢູ່ຂອບເຂດທົ່ວປະເທດ ປະສົບຜົນສຳເລັດສູງສົມຄວນ.

ສົກປີ 2010-2011 ການສຶກສາໄດ້ຮັບການພັດທະນາໄປສູ່ບາດກ້າວໃໝ່ ເຮັດໃຫ້ການສຶກສາໃນທຸກຊັ້ນ ທຸກສາຍ ທັງຕົວເມືອງ ແລະ ຊົນນະບົດ ໄດ້ຮັບການປັບປຸງດ້ານປະລິມານ ແລະ ຄຸນນະພາບ ອັດຕາສ່ວນເດັກໃນເກນເຂົ້າໂຮງຮຽນສູງຂຶ້ນ ຈຳນວນໂຮງຮຽນ-ຫ້ອງຮຽນ ແລະ ບຸກຄະລາກອນກໍເພີ່ມຂຶ້ນເຊັ່ນກັນ ພ້ອມນັ້ນ ດ້ານຫຼັກສູດການຮຽນ-ການສອນ ຍັງໄດ້ຖືກປັບປຸງແກ້ໄຂ ໃຫ້ແທດເໝາະກັບສະພາບເສດຖະກິດ-ສັງຄົມ ປັດຈຸບັນ ແລະ ອະນາຄົດກ່ຽວກັບການພັດທະນາວຽກງານການສຶກສາໃນຊຸມປີຕໍ່ໜ້າ.

ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ ປະຈຳປີ 2011 ທີ່ໄດ້ຈັດຂຶ້ນກາງເດືອນມິຖຸນາ 2011 ຢູ່ນະຄອນຫຼວງວຽງຈັນ ບາງຕອນສຳຄັນ ທ່ານກ່າວວ່າ: ເພື່ອສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 9 ຂອງພັກ ໃນຂະແໜງການສຶກສາ ຕ້ອງໃຫ້ບັນລຸໄດ້ 2 ເປົ້າໝາຍຄື: 1. ຮອດປີ 2015 ພົນລະເມືອງບັນດາເຜົ່າ ຕ້ອງສຳເລັດການສຶກສາຂັ້ນປະຖົມຢ່າງທົ່ວເຖິງ ແລະ ມີຄຸນນະພາບ 2. ສົ່ງເສີມບົດບາດຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງແກ່ແມ່ຍິງ ໂດຍຢາກເຮັດສຳເລັດເປົ້າໝາຍດັ່ງກ່າວ ຂະແໜງການສຶກສາ ຕ້ອງພ້ອມກັນປະຕິບັດໃຫ້ໄດ້ 4 ບາດກ້າວບຸກທະລຸ ຄື: ບຸກທະລຸດ້ານຈິນຕະນາການ ຕ້ອງພ້ອມກັນແກ້ໄຂທັດສະນະຄວາມຮັບຮູ້ທີ່ບໍ່ຖືກຕ້ອງ ແນວຄິດຄຳພີຮັກສາເດີມ ຊ້າຍຈັດຂວາໂພດ ເຫັນແຕ່ປະໂຫຍດຂອງພາກສ່ວນ ບໍ່ຄຳນຶງເຖິງປະໂຫຍດໂດຍລວມ ບຸກທະລຸດ້ານລະບົບໂຄງສ້າງທາງດ້ານການບໍລິຫານ ຕ້ອງແກ້ໄຂພະຍາດອາດຍາສິດ ລະບຽບຫຼັກການ ຫຼາຍຂັ້ນຫຼາຍຂອດ ແລະ ແກ້ໄຂຊ່ອງຫວ່າງທີ່ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ຢູ່ໃນກົງຈັກການຈັດຕັ້ງ ບຸກທະລຸດ້ານການພັດທະນາຊັບພະຍາກອນມະນຸດ ຕ້ອງຕອບສະໜອງໃຫ້ໄດ້ກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງການພັດທະນາເສດຖະກິດ-ສັງຄົມ ຢູ່ປະເທດເຮົາໃນປັດຈຸບັນ ແລະ ການບຸກທະລຸການແກ້ໄຂຄວາມທຸກຍາກ ໝາຍເຖິງການບຸກທະລຸທີ່ມີຈຸດສຸມ ຕ້ອງໄດ້ກຳນົດຄາດໝາຍລະອຽດ ໃຫ້ເລິກເຊິ່ງເຖິງຖອງໃນການພັດທະນາຂະແໜງການສຶກສາ ໂດຍທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຄະນະພັກ ຄະນະນຳຂອງຂະແໜງການສຶກສາ ຈັດຕັ້ງປະຕິບັດວຽກງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເອົາໃຈໃສ່ສຶກສາອົບຮົບການເມືອງ-ແນວຄິດ ໃຫ້ຖັນແຖວພະນັກງານສຶກສາຢ່າງເປັນປົກກະຕິ ສືບຕໍ່ຈັດຕັ້ງປະຕິບັດ ແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ ຢ່າງມີຫຼັກການ ເອົາໃຈໃສ່ຍົກລະດັບຄຸນນະພາບການສຶກສາ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ເປັນຮູບປະທຳຫຼາຍຂຶ້ນ ແລະ ເອົາໃຈໃສ່ສືບຕໍ່ຂະຫຍາຍການສຶກສາ ໄປສູ່ເຂດຫ່າງໄກສອກຫຼີກໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນການສ້າງຕັ້ງບ້ານໃດໜຶ່ງ ກໍຕ້ອງສ້າງໂຮງຮຽນຂຶ້ນຢູ່ພາຍໃນບ້ານຂອງຕົນ.

ໂດຍ: ດາວວອນ