ວັນເສົາ ທີ 16 ກຸມພາ 2019 17:20:20

ທ່ານ ສົມບັດ ອິນທະວົງ ຢູ່ບ້ານຮ່ອງງົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກໍແມ່ນຄອບຄົວໜຶ່ງທີ່ເຮັດນາເປັນອາຊີບ ມາໄດ້ຫຼາຍປີແລ້ວ ການເຮັດນາແຕ່ລະປີ ກໍຕ້ອງໄດ້ໃຊ້ທຶນຮອນຢ່າງຫຼວງຫຼາຍ ແຕ່ຜົນຜະລິດກໍຍັງບໍ່ສົມກັບການລົງທຶນ ຊ້ຳບໍ່ໜຳ ເຮັດໃຫ້ດິນນາແຂງແກ່ນ ຍ້ອນການໃສ່ປຸ໋ຍເຄມີມາເປັນເວລາດົນນານ ດັ່ງນັ້ນ ຕົກມາຮອດວັນທີ 5/12/2010 ໄດ້ມີພະນັກງານວິຊາການ ທາງລັດວິສາຫະກິດຝຸ່ນຊີວະພາບດົງຊຽງດີ ຮ່ວມກັບພະນັກງານກະສິກຳ ເມືອງນາຊາຍທອງ ລົງມາເຜີຍແຜ່ກ່ຽວກັບຄວາມໝາຍຄວາມສຳຄັນ ແລະ ຄຸນປະໂຫຍດຂອງຝຸ່ນຊີວະພາບສູດສັງລວມອົງຄະທາດ ສຳລັບປັບປຸງດິນ ແລະ ເພີ່ມຜົນຜະລິດ ເມື່ອເປັນແນວນັ້ນ ຜູ້ກ່ຽວກໍເລີຍມາປຶກສາທາງຄອບຄົວ ແລ້ວກໍໄປເອົາມາທົດລອງໃສ່ນາຈຳນວນ 4 ໄລ່ ໃສ່ໃນອັດຕາໄລ່ລະ 80 ກິໂລ ເມື່ອໃສ່ຫຼັງປັກດຳໄດ້ໄລຍະ 1 ອາທິດ ເຫັນວ່າເຂົ້າເລີ່ມຂຽວຂຶ້ນ ແຕ່ກໍບໍ່ຂຽວງາມໄວຄືເຄມີ ແຕ່ຜົນຂຽວງາມດົນນານ ຈຶ່ງເຮັດໃຫ້ດິນນາຜຸຜຸ່ຍຫຼຼົ່ມດີ ເຂົ້າກໍແຕກກໍຫຼາຍ ຮວງເຂົ້າໃຫຍ່ ເມັດເຂົ້າຕື່ງເຕັມດີ ສະນັ້ນຈຶ່ງເວົ້າໄດ້ວ່າ ຝຸ່ນຊີວະພາບສູດສັງລວມອົງຄະທາດນີ້ ແມ່ນໄດ້ຮັບຜົນດີທັງປັບປຸງດິນ ແລະ ຕົ້ນທຶນການຜະລິດຕ່ຳ ພ້ອມນັ້ນ ທາງລັດວິສາຫະກິດຝຸ່ນຊີວະພາບດົງຊຽງດີ ຍັງໄດ້ປ່ອຍສິນເຊື່ອບໍ່ເອົາປຽບຊາວກະສິກອນ ຜູ້ທຳການຜະລິດ.

ນາງ ແສງ ກໍແມ່ນຄອບຄົວພະນັກງານຜູ້ຫ້າວຫັນຄອບຄົວໜຶ່ງ ລາວທັງເປັນຄູສອນ ທັງເຮັດນາໄປພ້ອມໆກັນ ປັດຈຸບັນ ຢູ່ບ້ານຮ່ອງງົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຜູ້ກ່ຽວກໍແມ່ນໜຶ່ງໃນຈຳນວນຜູ້ທີ່ນຳໃຊ້ຝຸ່ນຊີວະພາບ ສູດສັງລວມອົງຄະທາດ ນາງກ່າວວ່າ: ຂ້າພະເຈົ້າບໍ່ມີເວລາຫຼາຍປານໃດ ອາໄສແຕ່ວັນພັກການ ກໍເລີຍເອົາຝຸ່ນດັ່ງກ່າວ ມາໃສ່ຮອງພື້ນກ່ອນຫວ່ານ (ນາຫວ່ານ) ຈຳນວນ 5 ໄລ່ ເມື່ອຫວ່ານເຂົ້າໄດ້ປະມານ 2-3 ອາທິດ ເຫັນວ່າເຂົ້າຂຽວງາມດີ ຂຽວສະໝ່ຳສະເໝີ ດິນອ່ອນຫຼົ່ມດີ ເຖິງຍາມເກັບກ່ຽວເຫັນວ່າເຂົ້າຮວງໃຫຍ່ ເມັດຕື່ງ ເຂົ້າລີບບໍ່ຫຼາຍ ສຳຄັນແມ່ນຝຸ່ນຊີວະພາບດັ່ງກ່າວ ມີຄຸນນະພາບດີອີ່ຫຼີ ສະເລ່ຍແລ້ວ ຜົນໄດ້ຮັບ 4,5 ໂຕນ/ເຮັກຕາ.

ທີ່ກ່າວມານັ້ນ ແມ່ນຄຳເຫັນຂອງຊາວນາຜູ້ຊົມໃຊ້ຝຸ່ນຊີວະພາບຕົວຈິງ ເຂົ້າໃນການປູກເຂົ້ານາແຊງປີຜ່ານມາ ເຊິ່ງຢັ້ງຢືນເຖິງຄຸນປະໂຫຍດ ແລະ ຄວາມອຸດົມສົມບູນຂອງດິນ ກໍຄືປະສິດທິຜົນທາງດ້ານການຜະລິດ ໃນການນຳໃຊ້ຝຸ່ນຊີວະພາບສູດສັງລວມອົງຄະທາດ ເຂົ້າໃນພຶດຕິກຳຕົວຈິງຂອງຊາວນາດັ່ງກ່າວ.

ເມື່ອເວົ້າເຖິງຝຸ່ນຊີວະພາບສູດສັງລວມອົງຄະທາດແລ້ວ ມັນແມ່ນຝຸ່ນຊະນິດໜຶ່ງທີ່ປະກອບດ້ວຍ ວັດຖຸດິບຢູ່ພາຍໃນປະເທດຂອງພວກເຮົາ 95% ແລະ ຜະລິດປຸງແຕ່ງໂດຍວິຊາການຄົນລາວເຮົາເອງ ຄຸນປະໂຫຍດຂອງຝຸ່ນຊີວະພາບສູດສັງລວມອົງຄະທາດ ແມ່ນໃຊ້ປັບປຸງດິນທີ່ເສື່ອມຄຸນນະພາບ ໃຫ້ອຸດົມສົມບູນຄືນ ເຮັດໃຫ້ຕົ້ນພືດແຕກກິ່ງງ່າຂຽວງາມ ທົນທານຕໍ່ພະຍາດສັດຕູພືດ ເຮັດໃຫ້ສະພາບແວດລ້ອມສະອາດ ບໍ່ເປັນພິດຕໍ່ສຸຂະພາບຂອງຜູ້ຜະລິດ ແລະ ຜູ້ບໍລິໂພກ ສາມາດນຳໃຊ້ໄດ້ກັບພືດທຸກຊະນິດ.

ທ່ານ ຫຼິງຄຳ ສີຫາລາຊ ຜູ້ອຳນວຍການລັດວິສາຫະກິດຝຸ່ນຊີວະພາບດົງຊຽງດີ ໄດ້ກ່າວວ່າ: ເພື່ອຊຸກຍູ້ຕອບສະໜອງໃຫ້ແກ່ຊາວກະສິກອນ ທາງໂຮງງານພວກເຮົາ ໄດ້ຜະລິດຊະນິດຝຸ່ນ ແລະ ຊະນິດເມັດ.

ເຫັນໄດ້ຄວາມສຳຄັນ ກໍຄືຄຸນປະໂຫຍດໃນການນຳໃຊ້ຝຸ່ນຊີວະພາບ ເຂົ້າໃນວຽກງານການຜະລິດກະສິກຳ ອີກດ້ານໜຶ່ງກໍເພື່ອເປັນການປະກອບສ່ວນ ເຂົ້າໃນການລົບລ້າງຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ທີ່ຂັ້ນເທິງວາງອອກແຕ່ນີ້ຫາປີ 2020 ໃຫ້ສຳເລັດຜົນ ຈຶ່ງສະເໜີຂັ້ນເທິງພິຈາລະນາ ສືບຕໍ່ຊຸກຍູ້ໃຫ້ບໍລິສັດຂອງລັດພວກເຮົາ ເຂົ້າເຖິງດ້ານທຶນຮອນ ເພື່ອນຳມາທຳການຜະລິດຝຸ່ນຊີວະພາບ ຮັບໃຊ້ສັງຄົມໃຫ້ກ້ວາງຂວາງກ່ວາເກົ່າ.

ເພື່ອຄວາມສະດວກຂອງຜູ້ຊົມໃຊ້ ຖ້າບັນດາພໍ່ແມ່ປະຊາຊົນ ມີຄວາມຕ້ອງການໄປນຳໃຊ້ ຫຼື ຈຳໜ່າຍຕິດຕໍ່ໄດ້ທີ່ລັດວິສາຫະກິດ ຝຸ່ນຊີວະພາບດົງຊຽງດີ ໂຮງງານຕັ້ງຢູ່ບ້ານດົງຊຽງດີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຜະລິດ ແລະ ຈຳໜ່າຍຝຸ່ນຊີວະພາບສູດສັງລວມອົງຄະທາດ ໂທລະສັບ: 021 770512.