ວັນພຸດ ທີ 11 ທັນວາ 2019 07:20:18
ງານວາງສະແດງການຮ່ວມມືເຕັກນິກເສດຖະກິດແມ່ນ້ຳຂອງ ແມ່ນ້ຳລ້ານຊ້າງ ຈະຈັດຂຶ້ນວັນທີ 25-28 ພະຈິກ 2019 ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ເລີ່ມແຕ່ເວລາ 10:00-18:00 ໂມງຂອງທຸກວັນ ເພື່ອເປັນການສົ່ງເສີມສ້າງສາຍພົວພັນຮ່ວມມືດ້ານເສດຖະກິດ ຂອງສອງປະເທດ ເວົ້າລວມ ເວົ້າສະເພາະ ເພື່ອສົ່ງເສີມການຄ້າໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປີດໂອກາດໃຫ້ພາກທຸລະກິດຂອງສອງປະເທດໄດ້ມີການສືບຕໍ່ແລກປ່ຽນຂໍ້ມູນຂ່າວສານດ້ານຕ່າງໆ ແນໃສ່ຊຸກຍູ້ທາງດ້ານການຄ້າ ການເຊື່ອມໂຍງ ການຮ່ວມມືໃນປັດຈຸບັນ ແລະ ສຶກສາຄວາມເປັນໄປໄດ້ ໃນການລົງທຶນຮ່ວມກັນໃນອະນາຄົດ ພ້ອມນັ້ນ ງານຄັ້ງນີ້ຍັງມີລັກສະນະແຕກຕ່າງຖ້າທຽບໃສ່ປີຜ່ານມາ ເຊິ່ງໄດ້ເນັ້ນການນຳສະເໜີໝາກຜົນການຮ່ວມມືຂອງບັນດາບໍລິສັດ ແລະ ໂຄງການຈາກ ສປ ຈີນ ໄດ້ມາລົງທຶນໃນບັນດາປະເທດຕາມລຳແມ່ນ້ຳຂອງ ນອກນີ້ ພາຍໃນງານຈະມີການຈັດວາງສະແດງຫຼາຍຜະລິດຕະພັນທີ່ໂດດເດັ່ນ ມີຊື່ສຽງ ແລະ ມີຄວາມນຳໜ້າທາງດ້ານເຕັກໂນໂລຊີ ເຊັ່ນ: ວັດຖຸອຸປະກອນ ເຄື່ອງມືຮັບໃຊ້ໃນການກໍ່ສ້າງພື້ນຖານໂຄງລ່າງ ການຄົມມະນາຄົມ ພະລັງງານໄຟຟ້າ ສິນຄ້າທີ່ນຳເຂົ້າ ແລະ ສົ່ງອອກລົດໃຫຍ່ ແລະ ບັນດາອຸປະກອນທີ່ຮັບໃຊ້ການກະເສດ ທັງໝົດນີ້ ມີເນື້ອທີ່ວາງສະແດງ 200 ຕາແມັດ.
ພິທີຖະແຫຼງຂ່າວການຈັດງານວາງສະແດງດັ່ງກ່າວ ຈັດຂຶ້ນວັນທີ 21 ພະຈິກ 2019 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ການຖະແຫຼງໂດຍທ່ານ ໄຊສົມເພັດ ນໍຣະສິງ ຫົວໜ້າກົມສົ່ງເສີມ ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ Liu Bin ຫົວໜ້າພະແນກສະພາສົ່ງເສີມການຄ້າສາກົນ ສປ ຈີນ ແລະ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ມີຜູ້ປະກອບການທຸລະກິດຈາກລາວ ແລະ ຈີນເຂົ້າຮ່ວມ.