ວັນພຸດ ທີ 11 ທັນວາ 2019 07:57:57
ວັນທີ 19 ພະຈິກ 2019 ກະຊວງແຜນການ ແລະ ການລົງທຶນ ຈັດກອງປະຊຸມປຶກສາຫາລືລະດັບສູງ ກ່ຽວກັບໜ່ວຍງານເສດຖະກິດມະຫາພາກ ເພື່ອກະກຽມໃຫ້ແກ່ກອງປະຊຸມໂຕະມົນ ປະຈຳປີ 2019 ຂຶ້ນທີ່ກະຊວງດັ່ງກ່າວ ເປັນປະທານຮ່ວມຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ Yasushi Negishi ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳລາວ ບັນດາຜູ້ຕາງໜ້າຈາກທູຕານຸທູດ ອົງການຈັດຕັ້ງສາກົນ ສະພາການຄ້າ ແລະ ສະມາຄົມທຸລະທິດປະຈຳລາວ ຫົວໜ້າກົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ຄຳຈັນ ວົງແສນບູນ ໄດ້ກ່າວວ່າ: ເພື່ອເປັນເວທີປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນຮ່ວມກັນລະຫວ່າງລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາຕໍ່ກັບບັນຫາ ແລະ ສະພາບການຕ່າງໆ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະທ້າຍສະໄໝຂອງແຜນການ 5 ປີ ຄັ້ງທີ VIII (2016-2020) ກໍຄື ທິດທາງແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020 ແລະ ການກະກຽມແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ໃຫ້ສາມາດສ່ອງແສງສະພາບການພັດທະນາຕົວຈິງຂອງປະເທດ ແລະ ຮ່ວມກັນຊອກວິທີທາງແກ້ໄຂໃຫ້ທັນຕາມກຳນົດເວລາ ເຮັດໃຫ້ລາວສາມາດບັນລຸໄດ້ບັນດາຄາດໝາຍແຫ່ງການພັດທະນາທີ່ວາງໄວ້.
ປີ 2019 ການເຕີບໂຕເສດຖະກິດຂອງລາວຄາດວ່າ ຈະຂະຫຍາຍຕົວຢູ່ໃນລະດັບ 6,4% ຫຼຸດແຜນ 0,3% (ແຜນການ 6,7%) ຍ້ອນເສດຖະກິດຂອງລາວໄດ້ຮັບຄວາມກົດດັນຈາກສະພາບສາກົນ ມີການຜັນແປຢ່າງສັບສົນ ໂດຍສະເພາະ ສັງຄົມການຄ້າລະຫວ່າງປະເທດມະຫາອຳນາດ ແລະ ຄວາມເຄັ່ງຕຶງດ້ານການເມືອງຢູ່ຫຼາຍຂົງເຂດ ທີ່ສົ່ງຜົນກະທົບເຮັດໃຫ້ການເຕີບໂຕເສດຖະກິດໂລກມີແນວໂນ້ມຫຼຸດລົງ ເຊິ່ງບັນຫານີ້ໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມຕໍ່ເສດຖະກິດລາວ ໃນເວລາດຽວກັນນັ້ນ ສະພາບພາຍໃນເຫັນວ່າ ບັນຫາການຂາດດຸນງົບປະມານ ຂາດດຸນການຊຳລະກັບຕ່າງປະເທດ ແລະ ຄັງສຳຮອງເງິນຕາຕ່າງປະເທດຍັງຕ່ຳ ສົ່ງຜົນເຮັດໃຫ້ເງິນກີບອ່ອນຄ່າລົງ ແລະ ສົ່ງຜົນກະທົບໂດຍກົງຕໍ່ລາຄາສິນຄ້າ ແລະ ການບໍລິການພາຍໃນພ້ອມນັ້ນ ປີ 2019 ໄດ້ເກີດໄພພິບັດທຳມະຊາດຂຶ້ນຫຼາຍແຫ່ງໃນຂອບເຂດທົ່ວປະເທດ ໄດ້ສົ່ງຜົນກະທົບ ແລະ ເສຍຫາຍຕໍ່ເນື້ອທີ່ທຳການຜະລິດ ພື້ນຖານໂຄງລ່າງ ລວມເຖິງຊັບສິນ ແລະ ຊີວິດປະຊາຊົນ ໃນທ້າຍປີ 2019 ຖ້າລັດຖະບານ ອຳນາດການປົກຄອງທ້ອງຖິ່ນແຕ່ລະຂັ້ນ ລວມທັງປວງຊົນລາວທັງຊາດ ແລະ ການຊ່ວຍເຫຼືອຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ເອົາໃຈໃສ່ສຸມທຸກກຳລັງແຮງຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອແກ້ໄຂບັນຫາຕ່າງໆ ແລະ ຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆທີ່ລັດຖະບານກຳນົດອອກ.
ກອງປະຊຸມຄັ້ງນີ້ ໄດ້ສົນທະນາແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນ ເພື່ອຮ່ວມກັນຊອກວິທີທາງແກ້ໄຂບັນດາສິ່ງທ້າທາຍ ແລະ ຂໍ້ຄົງຄ້າງຕ່າງໆໃຫ້ສາມາດບັນລຸໄດ້ຕາມແຜນການທີ່ກຳນົດໄວ້.