ວັນພຸດ ທີ 11 ທັນວາ 2019 07:08:49
ໃນໂອກາດການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວຂອງທ່ານ ຣິ ກິນ ຊອງ ພ້ອມຄະນະ ແຕ່ວັນທີ 18-20 ພະຈິກນີ້ ສອງຝ່າຍໄດ້ພົບປະວັນທີ 19 ພະຈິກ 2019 ທີ່ກະຊວງການຕ່າງປະເທດ ຝ່າຍລາວນຳໂດຍທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ຝ່າຍ ສປປ ເກົາຫຼີ ນຳໂດຍທ່ານ ຣິ ກິນ ຊອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ເກົາຫຼີ.
ການພົບປະຄັ້ງນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນເປັນມູນເຊື້ອອັນຍາວນານ ລະຫວ່າງ ສອງພັກ ສອງລັດ ປະຊາຊົນສອງຊາດ ສປປ ລາວ ແລະ ສປປ ເກົາຫຼີ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດຢ່າງປົກກະຕິ ພ້ອມທັງສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ຄົບຮອບ 45 ປີ ປີ 2019 ທັງສອງຝ່າຍໄດ້ມີກິດຈະກຳສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ເຊິ່ງກັນ ແລະ ກັນ ນອກນັ້ນ ສອງຝ່າຍຍັງຮ່ວມກັນປຶກສາຫາລື ແລະ ວາງທິດທາງໃນຕໍ່ໜ້າ ກ່ຽວກັບການຮ່ວມມືສອງຝ່າຍໃນດ້ານຕ່າງໆ ເຊັ່ນ: ດ້ານການເມືອງ ດ້ານການຮ່ວມມື ດ້ານເສດຖະກິດການຄ້າ ແລະ ການລົງທຶນ ດ້ານການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ດ້ານການສຶກສາ ວັດທະນະທຳ ແລະອື່ນໆ ພ້ອມນີ້ ສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດເຫັນໃນບັນຫາພາກພື້ນ ແລະ ສາກົນທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ລາວຄັ້ງນີ້ ທ່ານ ຣິ ກິນ ຊອງ ພ້ອມຄະນະ ຍັງໄດ້ເຂົ້າຢ້ຽມຄຳນັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ຢ້ຽມຊົມພິພິທະພັນ ໄກສອນ ພົມວິຫານ ແລະ ສະຖານທີ່ທ່ອງທ່ຽວພະທາດຫຼວງ ປະຕູໄຊ ແລະ ວັດຫໍພະແກ້ວອີກດ້ວຍ.