ວັນພຸດ ທີ 11 ທັນວາ 2019 06:54:52
ພິທີປິດການແຂ່ງຂັນກີລາບານເຕະຊາຍ ຊີງຂັນທ່ານເຈົ້າເມືອງສັງທອງ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 12 ພະຈິກ 2019 ຢູ່ເດີ່ນບານເຕະໄຊມອນ ໂດຍການມອບລາງວັນຂອງ ທ່ານ ດາວເພັດ ອາລຸນ ເຈົ້າເມືອງສັງທອງ ມີພາກສ່ວນກ່ຽວຂ້ອງ ແລະ ນັກກິລາເຂົ້າຮ່ວມ.
ທ່ານ ອຸດອນ ໄຕຈັນທອນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງສັງທອງ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ມີນັກກິລາເຂົ້າຮ່ວມ 32 ທີມ ທີ່ມາຈາກສຳນັກງານຫ້ອງວ່າການອ້ອມຂ້າງ 15 ທີມ ຊາວ ໜຸ່ມອ້ອມຂ້າງ 17 ທີມ ໄດ້ດຳເນີນແຕ່ວັນທີ 4 ພະຈິກ 2019 ເປັນຕົ້ນມາ ເຊິ່ງແຂ່ງຂັນເສຍຄັດອອກ ຈຸດປະສົງເພື່ອເປັນການແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງນັກກິລາສຳນັກງານຫ້ອງການ ແລະ ຊາວໜຸ່ມອ້ອມຂ້າງເມືອງ ສ້າງຄວາມສາມັກຄີມິດຕະພາບໃຫ້ເປັນປຶກແຜ່ນ ເພື່ອໃຫ້ຊາວໜຸ່ມຫ່າງໄກຈາກສິ່ງເສບຕິດ ແລະ ປາກົດການຫຍໍ້ທໍ້ຕ່າງໆ ທັງເຮັດໃຫ້ມີສຸຂະພາບແຂງແຮງ ແລະ ເປັນການຄັດເລືອກເອົານັກກິລາດີເດັ່ນ ເປັນຕົວແທນຂອງເມືອງກຽມພ້ອມເຂົ້າຮ່ວມແຂ່ງຂັນກີລາລະດັບນະຄອນຫຼວງວຽງຈັນ.
ຜ່ານການແຂ່ງຂັນ ຊະນະເລີດແມ່ນທະນາຄານນະໂຍບາຍ ທີ 2 ກອງຊາຍແດນ 241 ທີ 3 ຊາວໜຸ່ມບ້ານດອນກາງຂອງ.