ວັນພຸດ ທີ 11 ທັນວາ 2019 07:08:51
ວັນທີ 14 ພະຈິກ 2019 ທີ່ຫໍຄຳ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຄະນະຜູ້ແທນຂັ້ນສູງກອງທັບປົດປ່ອຍ ປະຊາຊົນຈີນ ນຳໂດຍທ່ານ ພົນເອກ ເຫວີ້ຍ ເຟີງ ເຫີ ທີ່ປຶກສາແຫ່ງລັດ ລັດຖະມົນຕີກະຊວງປ້ອງກັນປະເທດ ສປ ຈີນ ພ້ອມຄະນະ ໃນໂອກາດທີ່ຄະນະດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 13-15 ພະຈິກນີ້.
ທ່ານປະທານປະເທດ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານ ເຫວີ້ຍ ເຟີງ ເຫີ ພ້ອມດ້ວຍຄະນະຄັ້ງນີ້ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນ ຮັດແໜ້ນຄວາມສາມັກຄີລະຫວ່າງສອງພັກສອງລັດທີ່ເປັນປະເທດເພື່ອນມິດ ແລະ ຄູ່ຮ່ວມຊະຕາກຳທີ່ມີມາແຕ່ດົນນານເວົ້າລວມ ເວົ້າສະເພາະ ລະຫວ່າງກະຊວງປ້ອງກັນປະເທດ ສປປ ລາວ-ສປ ຈີນ ທີ່ໄດ້ມີການຮ່ວມມືວຽກງານປ້ອງກັນຊາດ ການເມືອງ ເສດຖະກິດ-ສັງຄົມ ແລະ ວຽກງານຊາຍແດນ ການຕ້ານອາຊະຍາກຳ ການຄ້າມະນຸດ ແລະ ຂົງເຂດວຽກງານອື່ນໆໃຫ້ນັບມື້ແໜ້ນແຟ້ນ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໂອກາດນີ້ ທ່ານ ເຫວີ້ຍ ເຟີງ ເຫີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ບຸນຍັງ ວໍລະຈິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມນັ້ນ ຍັງໄດ້ລາຍງານກ່ຽວກັບຜົນຂອງການພົບປະລະຫວ່າງກະຊວງປ້ອງກັນປະເທດ ສປ ຈີນ ແລະ ກະຊວງປ້ອງກັນປະເທດ ສປປ ລາວ ທີ່ເປັນໝາກຜົນການຮ່ວມມືຂອງສອງກະຊວງ.
ນອກຈາກນີ້ ຄະນະຜູ້ແທນຂັ້ນສູງກອງທັບປົດປ່ອຍປະຊາຊົນຈີນ ຍັງໄດ້ເຂົ້າຊົມການສະແດງຫັດແອບການທະຫານຍິງລູກປືນແທ້ຂອງກອງພັນໃຫຍ່ 11 ຢູ່ວິທະຍາຄານກົມມະດຳ ຢ້ຽມຢາມວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ເຄື່ອນໄຫວຢ້ຽມຢາມໂຮງໝໍ 103 ຕື່ມອີກ.