ວັນພຸດ ທີ 11 ທັນວາ 2019 08:05:02
ສຳມະນາຫົວຂໍ້ “ນັກການທູດໜຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” (Mekong-Lancang Cooperation Young Diplomats Forum) ຈັດຂຶ້ນວັນທີ 14-18 ພະຈິກ 2019 ຢູ່ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວິລະສັກ ສົມພົງ ຮັກສາການຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ແລະ ທ່ານ Zhao Chenggang ທີ່ປຶກສາສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ມີຜູ້ຕາງໜ້າຈາກປະເທດສະມາຊິກແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (ກຳປູເຈຍ ມຽນມາ ລາວ ໄທ ສສ ຫວຽດນາມ ແລະ ສປ ຈີນ) ບັນດາກົມ ຫ້ອງການ ສະຖາບັນ ຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມ.
ເພື່ອເປີດໂອກາດໃຫ້ນັກການທູດໜຸ່ມນ້ອຍຈາກປະເທດສະມາຊິກແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ພົບປະແລກປ່ຽນບົດຮຽນ ປະສົບການເຊິ່ງກັນ ແລະ ກັນ ກ່ຽວກັບການດຳເນີນວຽກງານດ້ານການທູດຂອງແຕ່ລະປະເທດ ເພື່ອສາມາດນຳເອົາໄປປັບໃຊ້ໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງຂອງປະເທດຕົນ ໂດຍຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍໃນຫົວຂໍ້: ກາລະໂອກາດ ແລະ ສິ່ງທ້າທາຍຂອງ ສປປ ລາວ ໃນການຮ່ວມມືໜຶ່ງແລວ ໜຶ່ງເສັ້ນທາງ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ກາລະໂອກາດ ແລະ ສິ່ງທ້າທາຍຂອງການພັດທະນາເສດຖະກິດຂອງ ສປປ ລາວ ພາລະບົດບາດຂອງສູນຄົ້ນຄວ້າແມ່ນ້ຳຂອງສາກົນຂອງ ສປປ ລາວ ຕໍ່ກັບການສ້າງແລວເສດຖະກິດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ພ້ອມນີ້ ຍັງໄດ້ຮັບຟັງການບັນຍາຍກ່ຽວກັບປະສົບການຕົວຈິງຈາກນັກການທູດອາວຸໂສຈາກ ສປປ ລາວ.
ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ສ້າງຕັ້ງຂຶ້ນວັນທີ 23 ມີນາ 2016 ເພື່ອແນໃສ່ການພັດທະນາແບບຍືນຍົງໃນພາກພື້ນແມ່ນ້ຳຂອງ ບົນພື້ນຖານການຮ່ວມມືໃນ 3 ເສົາຄ້ຳ ຄື: ການເມືອງ-ຄວາມໝັ້ນຄົງ ເສດຖະກິດ-ການພັດທະນາແບບຍືນຍົງ ແລະ ສັງຄົມ-ວັດທະນະທຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ ແລະ 5 ຂົງເຂດບຸລິມະສິດ ປະກອບມີ: ການເຊື່ອມຈອດ ຄວາມສາມາດດ້ານການຜະລິດອຸດສາຫະກຳ ເສດຖະກິດຂ້າມຊາຍແດນ ການຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳ ແລະ ກະສິກຳ ແລະ ການຫຼຸດຜ່ອນຄວາມທຸກຍາກ.