ວັນພຸດ ທີ 11 ທັນວາ 2019 06:51:54
ພິທີມອບ-ຮັບສະຖາບັນໂພຊະນາການແຫ່ງຊາດ ຈັດຂຶ້ນວັນທີ 14 ພະຈິກ 2019 ທີ່ມະຫາວິທະຍາໄລແພດສາດ ເຂດດົງໂພສີ ເປັນກຽດມອບໂດຍທ່ານ Colin Crosby ອຸປະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ກ່າວຮັບໂດຍທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ມີບັນດາຮອງລັດຖະມົນຕີກະຊວງກ່ຽວຂ້ອງ ຕາງໜ້າຄູ່ຮ່ວມພັດທະນາ ອົງການຈັດຕັ້ງສາກົນ ຜູ້ບັນຊາການພະແນກວິສາວະກອນກອງທັບອາເມຣິກາປະຈຳຂົງເຂດປາຊີຟິກ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນກອງ ສີຫາວົງ ກ່າວວ່າ: ການຊ່ວຍເຫຼືອກໍ່ສ້າງຕຶກສະຖາບັນໂພຊະນາການແຫ່ງຊາດແຫ່ງນີ້ເປັນສັນຍະລັກການຮ່ວມມືທີ່ສຳຄັນຂອງລັດຖະບານ ແລະ ປະຊາຊົນອາເມຣິກາກັບລັດຖະບານ ແລະ ປະຊາຊົນລາວ ເປັນປະຫວັດສາດໃນວຽກໂພຊະນາການຂອງ ສປປ ລາວ ທີ່ບໍ່ເຄີຍມີມາກ່ອນ ເປັນການຊ່ວຍເຫຼືອທີ່ຕອບສະໜອງກັບຄວາມຈຳເປັນ ແລະ ຄວາມຮຽກຮ້ອງຕ້ອງການຂອງລາວ ແລະ ຈະເປັນແຫ່ງດຽວທີ່ຈະປະກອບສ່ວນໃນການຈັດຕັ້ງປະຕິບັດດຳເນີນການຄົ້ນຄວ້າ ການພັດທະນາບຸຄະລາກອນ ການບໍລິການ ການສົ່ງເສີມ ແລະ ການແກ້ໄຂບັນຫາໂພຊະນາການໃນລາວ ພ້ອມທັງເສີມຂະຫຍາຍການພົວພັນປະສານງານພາຍໃນປະເທດ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນໃນວຽກໂພຊະນາການ ການຮ່ວມມືດ້ານສາທາລະນະສຸກລະຫວ່າງສອງຊາດແມ່ນມີມາແຕ່ດົນນານທັງພາກລັດສະຖາບັນການສຶກສາ ອົງການສາກົນ ແລະ NGOs ເຊັ່ນ: ໂຄງການກໍ່ສ້າງແພດຊ່ຽວຊານເດັກ ຊ່ຽວຊານອາຍຸລະສາດ ໂຄງການກັນ ແລະ ຄວບຄຸມພະຍາດຕິດຕໍ່ ໂຄງການກໍ່ສ້າງໂຮງໝໍ ແລະ ສຸກສາລາ ຫຼາຍແຫ່ງ ໂຄງການໂພຊະນາການ USAID Nature ໂຄງການພັດທະນາບຸຄະລາກອນດ້ານພະຍາດຊຳເຮື້ອທີ່ພົວພັນ ກັບໂພຊະນາການ ໂຄງການອົບຮົມສ້າງນັກໂພຊະນາການບຳບັດ ປັດຈຸບັນສຳເລັດໄດ້ 4 ລຸ້ນ ມີຜູ້ເຂົ້າຮ່ວມມາຈາກ 5 ໂຮງໝໍສູນກາງ ແລະ 4 ໂຮງໝໍແຂວງ ໂຄງການຄົ້ນຄວ້າ ແລະ ສ້າງຄວາມເຂັ້ມແຂງໃຫ້ຕາໜ່າງໂພຊະນາການ ລວມທັງໂຄງການຄົ້ນຄວ້າວິທະຍາສາດດ້ານໂພຊະນາການໃນຕໍ່ໜ້າ.
ສູນໂພຊະນາການແຫ່ງຊາດ ແມ່ນທຶນຊ່ວຍເຫຼືອລ້າຂອງລັດຖະບານ ແລະ ປະຊາຊົນສະຫະລັດອາເມຣິກາມອບໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວເພື່ອນຳໃຊ້ເຂົ້າໃນການພັດທະນາບຸຄະລາກອນ ການຄົ້ນຄວ້າວິທະຍາສາດ ສະໜອງການບໍລິການ ແລະ ແກ້ໄຂບັນຫາໂພຊະນາການ ມູນຄ່າທັງໝົດ 4.683.000 ໂດລາສະຫະລັດ ມີເນື້ອທີ່ການປຸກສ້າງທັງໝົດ 9.000 ຕາແມັດ ໄລຍະການກໍ່ສ້າງແບ່ງອອກເປັນ 3 ໄລຍະຄື ໄລຍະທີ1 ແລະ ໄລຍະທີ 2 ລວມມີ 2 ອາຄານ ປະກອບມີ ອາຄານຊັ້ນດຽວຈຳນວນ 1 ຫຼັງ ໃຊ້ສຳລັບການຮຽນ-ການສອນ ການເຝິກອົບຮົມ ການປຸງແຕ່ງອາຫານ ແລະ ອາຄານ 2 ຊັ້ນຈຳນວນ 1 ຫຼັງ ໃຊ້ເປັນບ່ອນບໍລິການ ແກ້ໄຂປະຊາຊົນທີ່ມີບັນຫາໂພຊະນາການ ຫ້ອງການວິເຄາະ ຫ້ອງຄົ້ນຄວ້າ ຫ້ອງວິທະຍາສາດ ແລະ ຫ້ອງການ ມູນຄ່າ 3.900.000 ໂດລາສະຫະລັດ ສ່ວນໄລຍະທີ 3 ໄດ້ກໍ່ສ້າງຫໍພັກ ເຮືອນຄົວ ແລະ ສວນໃນຮົ່ມທີ່ມີພືດຜັກຕົ້ນໄມ້ທີ່ມີຄຸນຄ່າທາງດ້ານໂພຊະນາການ ມູນຄ່າ 783.000 ໂດລາສະຫະລັດ ຈະສຳເລັດໃນປີ 2020 ໂອກາດດັ່ງກ່າວ ທ່ານ ບຸນກອງ ສີຫາວົງ ກໍໄດ້ສະແດງຄວາມຂອບໃຈມາຍັງສະຖານທູດ ແລະ ປະຊາຊົນອາເມຣິກາທີ່ໃຫ້ການຊ່ວຍເຫຼືອຄັ້ງນີ້ ແລະ ຈະນຳໃຊ້ອາຄານດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ.