ວັນພຸດ ທີ 11 ທັນວາ 2019 07:33:11
ພິທີໄຂໂຄງການຮ່ວມໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດໂພຊະນາການໃນເຂດຊົນນະບົດ ແລະ ໂຄງການຂະຫຍາຍນ້ຳປະປາສຸຂະພິບານ ແລະ ອະນາໄມ ຈັດຂຶ້ນວັນທີ 13 ພະຈິກ 2019 ຢູ່ໂຮງແຮມລາວພລາຊາ ໂດຍມີທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກະຊວງສຶກສາທິການ ແລະ ກີລາ ຫົວໜ້າຫ້ອງການທະນາຄານໂລກ ປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສປປ ລາວ ຈະຈັດຕັ້ງປະຕິບັດໂຄງການໃໝ່ ທີ່ມີການປະສານສົມທົບຂອງຫຼາຍຂະແໜງການ ແລະ ອີງໃສ່ຄວາມຕ້ອງການຕົວຈິງ ເພື່ອແກ້ໄຂບັນຫາການຂາດສານອາຫານຂອງເດັກນ້ອຍໃນເຂດຊົນນະບົດ ທັງ 2 ໂຄງການດັ່ງກ່າວ ຈະດຳເນີນງານສົມທົບກັບໂຄງການທີ່ມີຢູ່ແລ້ວ ໃນຂະແໜງສາທາລະນະສຸກ ກະສິກຳ ການສຶກສາຂອງເດັກກ່ອນໄວຮຽນ ເປັນຕົ້ນ ການແກ້ໄຂສາເຫດທີ່ເປັນພື້ນຖານຂອງການຂາດສານອາຫານຂອງເດັກນ້ອຍ ການເຂົ້າເຖິງການບໍລິການສຸຂະພາບຂອງແມ່ຍິງຖືພາ ການເບິ່ງແຍງສຸຂະ ພາບເດັກນ້ອຍລຸ່ມ 5 ປີ ຕິດຕັ້ງລະບົບນ້ຳສະອາດໃຫ້ສຸກສາລາ ໂຮງຮຽນ ແລະ ອື່ນໆ.
ໂຄງການດັ່ງກ່າວ ຈະຈັດຕັ້ງປະຕິບັດຢູ່ແຂວງຜົ້ງສາລີ ຫົວພັນ ຊຽງຂວາງ ແລະ ແຂວງອຸດົມໄຊ ເລີ່ມແຕ່ປີ 2019 ແລະ ຈະສິ້ນສຸດໃນປີ 2024 ມູນຄ່າ 52.000 ໂດລາສະຫະລັດ ຫຼື ປະມານ 460 ລ້ານກີບ ເຊິ່ງໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ.