ວັນພະຫັດ ທີ 12 ທັນວາ 2019 12:31:31
ພິທີລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການພົວພັນ ແລະ ຮ່ວມມື ລະຫວ່າງສູນກາງແນວລາວສ້າງຊາດ (ສນຊ) ແລະ ສະພາສັງຄົມຂອງສະຫະພັນຣັດເຊຍ ຈັດຂຶ້ນວັນທີ 5 ພະຈິກ 2019 ຢູ່ ສນຊ ລະຫວ່າງ ທ່ານ ສົມອົກ ກິ່ງສະດາ ຮອງປະທານ ສນຊ ແລະ ທ່ານ ເອເລນາ ຊູຕຼໍມີນາ ປະທານສະພາທາງສັງຄົມສະຫະພັນຣັດເຊຍ ໂດຍມີທ່ານ ໄຊສົມພອນ ພົມວິຫານ ປະທານ ສນຊ ທ່ານ ສົມດີ ບຸນຄຸ້ມ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການລົງນາມບົດບັນທຶກຊ່ວຍຈຳຄັ້ງນີ້ ເພື່ອເປັນການພົວພັນ ແລະ ຮ່ວມມືກັນດ້ານປະຫວັດສາດ ວັດທະນະທຳ ແລະ ວິທະຍາສາດ ສິດທິມະນຸດ ຄວາມກ້າວໜ້າທາງສັງຄົມ ສິດເສລີພາບຂັ້ນພື້ນຖານ ແລະ ອິດສະຫຼະ ພາບເພື່ອຄວາມສະດວກໃຫ້ການພັດທະນາທາງສັງຄົມ ການກຸສົນສາທາລະນະ ແລະ ອົງການຈັດຕັ້ງອື່ນໆ ເພື່ອ ຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອໃນຂົງເຂດພັດທະນາການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ສນຊ ແລະ ສະພາທາງສັງຄົມຣັດເຊຍ ຈຶ່ງໄດ້ຕົກລົງເຮັດບົດບັນທຶກຊ່ວຍຈຳດັ່ງກ່າວ ເພື່ອແລກປ່ຽນຄຳຄິດເຫັນ ແລະ ອອກແຮງປະສານສົມທົບກ່ຽວກັບບັນຫາທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ ສືບຕໍ່ຮັດແໜ້ນສາຍພົວພັນ ລະຫວ່າງ ລາວ ແລະ ສະຫະພັນຣັດເຊຍ.
ນອກນີ້ ສອງຝ່າຍຍັງຈະດຳເນີນການປຶກສາຫາລືແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ເຜີຍແຜ່ຂໍ້ມູນຂ່າວສານໄດ້ຢ່າງກວ້າງຂວາງ ທີ່ພົວພັນກັບຊີວິດດ້ານວັດທະນາທຳ ເສດຖະກິດ-ສັງຄົມ ຢູ່ ສປປ ລາວ ແລະ ສະຫະພັນລັດເຊຍ ເພື່ອຮັບປະກັນໃຫ້ມີການປະສານສົມທົບເຊິ່ງກັນ ແລະ ກັນ ສ້າງຕັ້ງຄະນະກຳມະການຮັບຜິດ ຊອບດ້ານເຕັກນິກກ່ຽວຂ້ອງ ເພື່ອການປະສານງານເຮັດວຽກຮ່ວມກັນ.