ວັນພະຫັດ ທີ 12 ທັນວາ 2019 12:57:24
ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ 5 ປີ ຄັ້ງທີ III (2016-2020) ຈັດຂຶ້ນວັນທີ 5-6 ພະຈິກ 2019 ຢູ່ສູນເຝິກອົບຮົມແມ່ຍິງລາວ ໂດຍເປັນປະທານຂອງທ່ານນາງ ບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຮອງປະທານ ຄຊກມດ ມີຜູ້ຕາງໜ້າຈາກບັນດາກະຊວງ ອົງການ ແລະ ນະຄອນຫຼວງ ເຂົ້າຮ່ວມ.
ເພື່ອແລກປ່ຽນບົດຮຽນ ຜົນໄດ້ຮັບ ບົດຮຽນທີ່ຖອດຖອນໄດ້ ແລະ ບົດຮຽນອັນດີທີ່ເຮັດໃຫ້ການຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ ບັນລຸຜົນສຳເລັດ ກຳນົດສິ່ງຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດ ແລະ ຊອກຫາວິທີການແກ້ໄຂໃນຕໍ່ໜ້າ ກຳນົດແຜນການໃນຕໍ່ໜ້າ ກໍຄື ການກຳນົດແຜນງານ ແຜນວຽກຈຸດສຸມ ຕົວຊີ້ບອກ ກິດຈະກຳ ໄລຍະການຈັດຕັ້ງປະຕິບັດ ງົບປະມານ ຜູ້ຮັບຜິດຊອບກິດຈະກຳ ລວມທັງວິທີການເຊື່ອມບົດບາດ ຍິງ-ຊາຍ ໃນການຈັດຕັ້ງປະຕິບັດວຽກງານຄວາມສະເໝີພາບ ຍິງ-ຊາຍ ໃນຕໍ່ໜ້າ.
ຜ່ານການຄົ້ນຄວ້າ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ສາມາດສັງລວມໄດ້ ແຕ່ລະພາກສ່ວນມີການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານຄວາມສະເໝີພາບ ຍິງ-ຊາຍ ສ້າງກົດໝາຍວ່າດ້ວຍຄວາມສະເໝີພາບ ຍິງ-ຊາຍ ຈັດຕັ້ງເຜີຍແຜ່ນະໂຍບາຍ ນິຕິກຳຕ່າງໆ ໂດຍສະເພາະ ຂໍ້ສະເໜີແນະຂອງນິຕິກຳສາກົນ ພາກພື້ນ ແລະ ພາຍໃນ ໃນການສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ບົດລາຍງານຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳປີ 2018 ດັດສະນີການພັດທະນາຄວາມສະເໝີພາບ ຍິງ-ຊາຍ ຂອງລາວ ເທົ່າກັບ 0,934 ດັດສະນີ ການພັດທະນາຊັບພະຍາກອນມະນຸດເພດຍິງ 0,579 ເພດຊາຍ 0,62 ດັດສະນີຄວາມບໍ່ສະເໝີພາບ ຍິງ-ຊາຍ 0,461 ຢູ່ອັນດັບ 109 ໃນ 189 ປະເທດ ບົດລາຍງານຊ່ອງຫວ່າງບົດບາດ ຍິງ-ຊາຍ ຢູ່ໃນໂລກຂອງກອງປະຊຸມເສດຖະກິດໂລກ ລາວ ມີດັດສະນີຊ່ອງຫວ່າງຄວາມສະເໝີພາບ ຍິງ-ຊາຍ 0,948 ຢູ່ອັນດັບ 26 ຈາກປີ 2015 ຢູ່ອັນດັບ 52 ໃນ 145 ປະເທດ.
ກອງປະຊຸມຄັ້ງນີ້ ຍັງໄດ້ຄົ້ນຄວ້າ ແລະ ເປັນເອກະພາບກັນຕໍ່ໂຄງຮ່າງແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ 5 ປີ ຄັ້ງທີ IV (2021-2025) ໂດຍການກຳນົດທິດທາງ ຄາດໝາຍ ແລະ ກິດຈະກຳໃນຕໍ່ໜ້າ ເຊິ່ງຈະໄດ້ສຸມໃສ່ການພັດທະນາຄວາມສະເໝີພາບ ຍິງ-ຊາຍ ແລະ ສົ່ງເສີມແມ່ຍິງ ຜູ້ຊາຍໃນການເຂົ້າເຖິງ ແລະ ປະກອບສ່ວນປະຕິບັດໃນຂົງເຂດການເມືອງ ເສດຖະກິດ ວັດທະນະທຳ-ສັງຄົມ ແລະ ຄອບຄົວ ປະຕິບັດພັນທະຕໍ່ສົນທິສັນຍາ ແລະ ຖະແຫຼງການຂອງສາກົນ ແລະ ພາກພື້ນກ່ຽວກັບສິດທິຂອງແມ່ຍິງຢູ່ລາວ ເປັນພາຄີ ແລະ ການສ້າງຄວາມເຂັ້ມແຂງໃຫ້ກົງຈັກການຈັດຕັ້ງ ແລະ ບຸຄະລາກອນ ທີ່ຮັບຜິດຊອບວຽກງານຄວາມສະເໝີພາບ ຍິງ-ຊາຍ ແມ່ ແລະ ເດັກ ເພື່ອຮັບປະກັນການພັດທະນາຄວາມສະເໝີພາບ ຍິງ-ຊາຍ ແລະ ຫຼຸດຜ່ອນຄວາມແຕກໂຕນຄວາມສະເໝີພາບ ຍິງ-ຊາຍ ເຮັດໃຫ້ ຍິງ-ຊາຍ ມີໂອກາດເທົ່າທຽມກັນດ້ານສິດຜົນປະໂຫຍດ ການເຂົ້າເຖິງການສຶກສາ ການຮັກສາສຸຂະພາບ ແລະ ແຫຼ່ງຊັບພະຍາກອນ ລວມທັງການສ້າງຄວາມເຂັ້ມແຂງໃນດ້ານຕ່າງໆ.