ວັນອັງຄານ ທີ 10 ທັນວາ 2019 02:16:04
ບໍລິສັດ ໂມກ ຈຳກັດ ໄດ້ຈັດພິທີເປີດຫ້ອງຂາຍລົດ ບີວາຍດີ (BYD) ພ້ອມນຳສະເໜີລົດໄຟຟ້າ ບີວາຍດີ ລຸ້ນ TANGEV ເຂົ້າມາຈຳໜ່າຍໃນປະເທດລາວ ເພື່ອຮອງຮັບການຊົມໃຊ້ພະລັງງານໄຟຟ້າໃຫ້ເພີ່ມຂຶ້ນ ພິທີໄດ້ຈັດຂຶ້ນວັນທີ 19 ຕຸລາ 2019 ທີ່ຫ້ອງຂາຍລົດ ບີວາຍດີ ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີທ່ານ ສຸລິຍົນ ພິລາວົງ ຫົວໜ້າກົມນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ຜູ້ຕາງໜ້າຈາກ ບໍລິສັດ ບີວາຍດີ ຕົວແທນຜູ້ຈຳໜ່າຍ ແລະ ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ບໍລິສັດ ບີວາຍດີ ສ້າງຂຶ້ນປີ 1995 ລິເລີ່ມດ້ວຍການຜະລິດໝໍ້ໄຟໃຫ້ບໍລິສັດຕ່າງໆທົ່ວໂລກ ດ້ວຍປະສົບການ ຫຼາຍກວ່າ 20 ປີ ໃນການຄົ້ນຄວ້າວິໄຈ ແລະ ຜະລິດໝໍ້ໄຟໃຫ້ບໍລິສັດຂຶ້ນຊື່ວ່າ ເປັນແຫຼ່ງທີ່ມີກຳລັງການຜະລິດໝໍ້ໄຟ Iron-Phosphate ຫຼາຍທີ່ສຸດໃນໂລກ ປັດຈຸບັນ ມີຄວາມຊ່ຽວຊານໃນ 4 ຂະແໜງ ການໃຫຍ່ ຄື: ດ້ານອຸປະກອນເອເລັກໂຕຣນິກ ລົດພາຫະນະ ພະລັງງານໃໝ່ ແລະ ລົດໂດຍສານ ເຊິ່ງເປັນຜູ້ບຸກເບີກດ້ານຄວາມສຳເລັດໃນການສ້າງສະພາບແວດລ້ອມທີ່ປາສະຈາກມົນລະພິດ ພະລັງງານແສງອາທິດທີ່ມີລາຄາຕ່ຳ ອຸປະກອນເກັບພະລັງງານທີ່ມີຄຸນນະພາບ ແລະ ລົດໄຟຟ້າ.
ລົດບີວາຍ ດີ ແມ່ນການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຊິ່ງຈະນຳການປະຕິຮູບໃໝ່ເຂົ້າສູ່ຕະຫຼາດລົດຂອງປະເທດລາວ ສຳລັບສາຂາຂາຍລົດ ບີວາຍດີແຫ່ງທຳອິດນີ້ ໄດ້ກຽມຄວາມພ້ອມດ້ານທີມງານທີ່ເປັນມືອາຊີບທັງການຂາຍ ການບໍລິການຫຼັງການຂາຍ ສ່ວນສາຂາຕໍ່ໄປແມ່ນວາງເປົ້າໄປທີ່ແຂວງຫຼວງພະບາງ ສະຫວັນນະເຂດ ແລະ ແຂວງຈຳປາສັກ ໃຫ້ໄດ້ພາຍໃນປີ 2020 ແລະ ຈະຂະຫຍາຍໄປບັນດາເມືອງຂອບເຂດທົ່ວປະເທດ ເຖິງ 20 ຈຸດ ໂດຍຍົກສູງຄຸນນະພາບດ້ານການບໍລິການໃຫ້ດີທີ່ສຸດ ເພື່ອດຶງດູດ ແລະ ອຳ ນວຍຄວາມສະດວກດ້ານຕ່າງໆໃຫ້ລູກຄ້າ
ລົດໄຟຟ້າທີ່ນຳມາສະເໜີຄັ້ງນີ້ ແມ່ນລົດຍີ່ຫໍ້ ບີວາຍດີ ລຸ້ນ TANGEV ທີ່ສາກໄຟຟ້າໃນເຮືອນທົ່ວໄປ 220 ໂວນ ສາກ 1 ຄັ້ງ ສາມາດແລ່ນໄດ້ເຖິງ 500 ກິໂລແມັດ ລົດລຸ້ນນີ້ ມີ 486 ແຮງມ້າ ຂັບເຄື່ອນ 4 ລໍ້ ຮັບປະກັນໝໍ້ໄຟ 8 ປີ ຫຼື 150.000 ກິໂລແມັດ ສ່ວນຕົວລົດຮັບປະກັນ 4 ປີ ຫຼື 1 ແສນກິໂລແມັດ ລໍ້ແມັກ ຂອບ 22 ນີ້ວ ລະບົບເບກແມ່ນດິສເບກໜ້າຫຼັງ ເຊິ່ງນຳໃຊ້ເບກຈາກບໍລິສັດບອດທີ່ໄດ້ຄຸນນະພາບ ສ່ວນພາຍໃນເບາະເປັນເບາະໄຟຟ້າມີຖົງລົມນິລະໄພ 8 ຈຸດ ລະບົບເຊັນເຊີ ແລະ ກ້ອງ 360 ຮອບຄັນ ມີກະແຈເປັນລະບົບອັດສະລິຍະ ສາມາດສັ່ງງານລົດໃຫ້ຂັບເຄື່ອນໄດ້ເອງ ຖືວ່າເປັນລົດໄຟຟ້າທີ່ມີການພັດທະນາ ມາໃນຮູບແບບທີ່ເໝາະສົມກັບການນຳໃຊ້ເປັນຢ່າງດີ ເປັນມິດກັບສິ່ງແວດລ້ອມ.