ວັນພະຫັດ ທີ 12 ທັນວາ 2019 12:53:17
ເພື່ອເຮັດໃຫ້ງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທີ່ຈະຈັດຂຶ້ນວັນທີ 12-13 ຕຸລາ 2019 ເປັນງານບຸນທີ່ສະອາດຈົບງາມ ປາສະຈາກຂີ້ເຫຍື້ອ ຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ປີນີ້ເປັນປີທ່ອງທ່ຽວລາວ-ຈີນ ທັງເປັນການຕ້ອນຮັບກອງປະຊຸມສຸດຍອດການທ່ອງທ່ຽວເຈົ້າຄອງ 5 ນະຄອນ ບັນດາປະເທດລຸ່ມແມ່ນ້ຳຂອງ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ວາງແຜນຢ່າງລະອຽດໃນການຮັກສາຄວາມສະອາດ ທັງຮຽກຮ້ອງໃຫ້ຊາວຄ້າຂາຍ ລວມທັງຜູ້ເຂົ້າທ່ຽວງານເອົາໃຈໃສ່ເກັບມ້ຽນຂີ້ເຫຍື້ອ ຫຼື ຖິ້ມຂີ້ເຫຍື້ອໃສ່ຈຸດທີ່ກຳນົດໄວ້.
ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ໃຫ້ສຳພາດກ່ຽວກັບແຜນການເກັບມ້ຽນຂີ້ເຫຍື້ອໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ປະຈຳປີ 2019 ໃນວັນທີ 7 ຕຸລາ 2019 ວ່າ: ວັນທີ 25 ກັນຍາ 2019 ຫ້ອງການ ຄບຕ ໄດ້ເອີ້ນຜູ້ປະກອບການ ໂດຍສະເພາະ ຜູ້ສຳປະທານຂາຍສິນຄ້າຢູ່ຕາມເສັ້ນທາງແຄມຂອງ ພ້ອມທັງຜູ້ປະກອບການຢູ່ສວນເຈົ້າອະນຸວົງ ແລະ ບັນດາຜູ້ປະກອບການອື່ນໆມາຮ່ວມປະຊຸມປຶກສາຫາລື ກ່ຽວກັບການເກັບມ້ຽນຂີ້ເຫຍື້ອ ເຊິ່ງກອງປະຊຸມໄດ້ແບ່ງຄວາມຮັບຜິດຊອບກັນຢ່າງຈະແຈ້ງ ໃນການຮັກສາຄວາມສະອາດພາຍໃນງານບຸນ ສຳລັບການເກັບມ້ຽນຂີ້ເຫຍື້ອຢູ່ສວນເຈົ້າອະນຸວົງ ໄດ້ແບ່ງຄວາມຮັບຜິດຊອບໃຫ້ຜູ້ສຳປະທານໃນການເກັບມ້ຽນຂີ້ເຫຍື້ອເປັນຜູ້ຮັບຜິດຊອບ ສະເພາະຊາວຄ້າຂາຍທີ່ມາຂາຍເຄື່ອງຢູ່ຕາມຈຸດຕ່າງໆໃນປີນີ້ ໄດ້ມາເຮັດສັນຍາເກັບມ້ຽນຂີ້ເຫຍື້ອກັບຫ້ອງການ ຄບຕ ເປັນທີ່ຮຽບຮ້ອຍ ພ້ອມທັງໄດ້ແນະນຳໃຫ້ບັນດາຮ້ານມີຖັງເກັບມ້ຽນຂີ້ເຫຍື້ອໃນແຕ່ລະຮ້ານ ນອກນັ້ນ ໄດ້ຈັດແບ່ງການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອ ແລະ ການຮັກສາຄວາມສະອາດໃຫ້ ຄບຕ ເມືອງທີ່ກ່ຽວຂ້ອງຮັບຜິດຊອບເປັນແຕ່ລະຈຸດ.
ສຳລັບການເກັບມ້ຽນຂີ້ເຫຍື້ອນັ້ນ ຈະໄດ້ດຳເນີນການຂົນສົ່ງຂີ້ເຫຍື້ອໄປທີ່ສະໜາມຂີ້ເຫຍື້ອໃນທຸກວັນ ນອກນັ້ນຈະວາງຖັງໃສ່ຂີ້ເຫຍື້ອຫຼາຍຮ້ອຍຖັງໄວ້ແຕ່ລະຈຸດເພື່ອຮອງຮັບການຖິ້ມຂີ້ເຫຍື້ອຂອງມວນຊົນ ເພື່ອໃຫ້ຮັກສາໄດ້ຄວາມສະອາດ ສ່ວນກຳລັງແຮງງານໄດ້ມີກຽມພ້ອມຢ່າງພຽງພໍໃນການຮັບໃຊ້ ເວົ້າລວມແລ້ວ ມາຮອດປັດຈຸບັນໄດ້ສຳເລັດການວາງແຜນແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງໃຫ້ພາກສ່ວນກ່ຽວຂ້ອງເພື່ອຮັບປະກັນໃຫ້ງານບຸນມີຄວາມສະອາດຈົບງາມ.
ທ່ານ ບຸນຈັນ ແກ້ວສີທຳມະ ຍັງກ່າວຕື່ມວ່າ: ເພື່ອເຮັດໃຫ້ງານບຸນຮັກສາໄດ້ຄວາມສະອາດຈົບງາມ ນອກຈາກພາກສ່ວນກ່ຽວຂ້ອງເອົາໃຈໃສ່ເກັບມ້ຽນ ແລະ ອະນາໄມພາຍໃນງານບຸນແລ້ວ ກໍຂໍຮຽກຮ້ອງມາຍັງຊາວຄ້າຂາຍ ແລະ ຜູ້ປະກອບການຕ້ອງພ້ອມກັນເອົາໃຈໃສ່ຖິ້ມຂີ້ເຫຍື້ອໃນບ່ອນທີ່ກຳນົດ ເພື່ອຮັບປະກັນບໍ່ໃຫ້ມີຂີ້ເຫຍື້ອຖິ້ມຊະຊາຍຢັງຢາຍພາຍໃນງານ ກໍ່ຄວາມບໍ່ຈົບງາມ ທັງເປັນການອຳນວຍຄວາມສະດວກໃຫ້ກັບພະນັກງານຂົນສົ່ງຂີ້ເຫຍື້ອນຳໄປເກັບມ້ຽນຢູ່ສະໜາມຂີ້ເຫຍື້ອນຳອີກ ເວົ້າລວມແລ້ວ ຖ້າທຸກຄົນຮ່ວມກັນໃນການຮັກສາຄວາມສະອາດໃນງານບຸນ ຈະເຮັດໃຫ້ງານບຸນປາສະຈາກຂີ້ເຫຍື້ອ ເກີດຄວາມຈົບງາມ ຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທັງເປັນການປະກອບສ່ວນສ້າງນະຄອນຫຼວງວຽງຈັນໃຫ້ເປັນເມືອງສີຂຽວ ໜ້າຢູ່ ແລະ ຍືນຍົງ.