ວັນພະຫັດ ທີ 12 ທັນວາ 2019 13:24:55
ມູນນິທິເຟຣດໂຮໂລລາວຮ່ວມກັບສູນປິ່ນປົວ ແລະ ຮັກສາສຸຂະພາບຕາ (ທົ່ງປົ່ງ) ກະຊວງສາທາລະນະສຸກ ໄດ້ເປີດກວດ ແລະ ປິ່ນປົວສຸຂະພາບຕາໂດຍບໍ່ເສຍຄ່າໃຫ້ກັບເດັກພິການດ້ອຍໂອກາດ ແລະ ປະຊາຊົນທົ່ວໄປ ຂຶ້ນວັນທີ 8 ຕຸລາ 2019 ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
ທ່ານ ພອນສະຫວັນ ຢ່າງເຊຍຢີ ພະນັກງານວິຊາການມູນນິທິເຟຣດໂຮໂລລາວ ໄດ້ກ່າວວ່າ:ການຈັດກິດຈະກຳກວດ ແລະ ປິ່ນປົວສຸຂະພາບຕາຄັ້ງນີ້ເປັນກິດຈະກຳໜຶ່ງທີ່ຈັດຂຶ້ນເພື່ອສະເຫຼີມ ສະຫຼອງວັນສາຍຕາໂລກ ໂດຍເປີດໂອກາດໃຫ້ເດັກພິການທີ່ຢູ່ຕາມໂຮງຮຽນຕ່າງໆອ້ອມຂ້າງນະຄອນ ຫຼວງວຽງຈັນ ແລະ ສະມາຄົມຄົນພິການໄດ້ມາກວດສຸຂະພາບຕາເພື່ອຮັບການປິ່ນປົວ ແລະ ຜ່າຕັດ ສຳລັບເດັກທີ່ມີບັນຫາທາງສາຍຕາຈະໄດ້ຮັບການວັດແທກ ແລະ ຕັດແວ່ນຕາໂດຍບໍ່ເສຍຄ່າ ເຊິ່ງມີຄົນເຈັບມາຮັບການບໍລິການຄັ້ງນີ້ຫຼາຍກວ່າ 400 ຄົນ ນອກຈາກກິດຈະກຳການກວດ ແລະ ປິ່ນປົວສຸຂະພາບຕາແລ້ວ ຍັງໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນສາຍຕາໂລກທີ່ໂຮງຮຽນ ມສ ວຽງຈັນ ໃນນັ້ນ ປະກອບມີກິດຈະກຳໃຫ້ສຸຂະສຶກສາ ໃຫ້ຄວາມຮູ້ກ່ຽວກັບສຸຂະພາບຕາ ໂດຍສະເພາະ ການໃຫ້ຮູ້ວິທີປ້ອງກັນຕາ ແລະ ວິທີຮັກສາຕາ ເພື່ອໃຫ້ທຸກຄົນຫັນມາເອົາໃຈໃສ່ໃນການຮັກສາສຸຂະພາບຕາ.
ມູນນິທິເຟຣດໂຮໂລລາວ ເປັນມູນນິທິທີ່ໄດ້ມີການຈັດຕັ້ງປະຕິບັດຢູ່ 10 ແຂວງເປົ້າໝາຍ ຄື: ຜົ້ງສາລີ ບໍ່ແກ້ວ ຫຼວງນ້ຳທາ ອຸດົມໄຊ ຫຼວງພະບາງ ໄຊຍະບູລີ ນະຄອນຫຼວງວຽງຈັນ ບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ ໃນການເຮັດວຽກຂອງມູນນິທິດັ່ງກ່າວມີຈຸດປະສົງເພື່ອສ້າງຊ່ຽວຊານປິ່ນປົວ ແລະ ຮັກສາສຸຂະພາບຕາ ສ້າງໂຮງໝໍຕາໃຫ້ແຕ່ລະແຂວງ ການປິ່ນປົວ ແລະ ຄວບຄຸມພະຍາດແກ່ນຕາຂຸ້ນ ຫຼື ພະຍາດຕາອື່ນໆ ສ້າງຄວາມເຂັ້ມແຂງເຮັດສຸຂະສຶກສາໂຄສະນາໃນການຮັກສາສຸຂະພາບຕາ ແລະ ຄົ້ນຄວ້າພະຍາດຕາທີ່ອາດເກີດຂຶ້ນໃໝ່ ນອກນີ້ ມູນນິທິຍັງໄດ້ສຸມໃສ່ບົດບາດຍິງ?ຊາຍ ແລະ ການປົກປ້ອງສິດທິເດັກ.