ວັນອາທິດ ທີ 8 ທັນວາ 2019 02:31:06
ອົງການສາມຝ່າຍ ລວມມີພາກລັດຖະບານ ອົງການຜູ້ຕາງໜ້າຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ໄດ້ເພີ່ມທະວີຄວາມຮັບຮູ້ ແລະ ຄວາມເຂົ້າໃຈທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ລວມທັງບົດຮຽນ ວິທີການ ຮູບແບບ ແລະ ຂະບວນການຂອງການກຳນົດຄ່າແຮງງານຂັ້ນຕ່ຳ
ວັນທີ 3 ຕຸລາ 2019 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສາມຝ່າຍກ່ຽວກັບການກຳນົດຄ່າແຮງງານຂັ້ນຕ່ຳສຸດຢູ່ລາວ ເປັນປະທານຮ່ວມຂອງທ່ານນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານລາວ ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານກຳມາທິການຕາງໜ້າຜູ້ໃຊ້ແຮງງານ ແລະ ທ່ານ ແກຼນ ບັກເລ່ ຜູ້ອຳນວຍການຫ້ອງການອົງການແຮງງານສາກົນປະຈຳພາກພື້ນ ຮັບຜິດຊອບປະເທດໄທ ກຳປູເຈຍ ແລະ ລາວ ມີຜູ້ຕາງໜ້າຈາກອົງການສາມຝ່າຍ ແລະ ຂະແໜງການກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮວ່ມ.
ທ່ານນາງ ໃບຄຳ ຂັດທິຍະ ໄດ້ກ່າວວ່າ: ລາຍໄດ້ ຫຼື ຄ່າແຮງງານຂອງຜູ້ອອກແຮງງານ ແມ່ນປັດໄຈໜຶ່ງທີ່ສຳຄັນໃນການກ້າວສູ່ການບັນລຸເປົ້າໝາຍການຫຼຸດຜ່ອນຄວາມທຸກຍາກຢູ່ລາວຂອງລັດຖະບານລາວ ຄ່າແຮງງານຍັງເປັນປັດໄຈໜຶ່ງທີ່ຈະສາມາດດຶງດູດແຮງງານລາວເຂົ້າສູ່ຕຳແໜ່ງງານ ທັງເປັນປັດໄຈການສົ່ງເສີມການສ້າງຕຳແໜ່ງງານໃນພາກທຸລະກິດ ລັດຖະມົນຕີກະຊວງ ຮສສ ອອກຂໍ້ກຳນົດຄ່າແຮງງານຂັ້ນຕ່ຳສຸດຂອງຜູ້ອອກແຮງງານ ໃນຂົງເຂດທຸລະກິດ ການຜະລິດ ແລະ ການບໍລິການ ໄດ້ກຳນົດເປັນເງິນ 1.100.000 ກີບຕໍ່ຄົນຕໍ່ເດືອນ ປັບຂຶ້ນຈາກຄັ້ງທີ 7 ຄຽງຄູ່ກັບສະພາບການປ່ຽນແປງທາງດ້ານເສດຖະກິດທັງຢູ່ພາຍໃນປະເທດ ພາກພື້ນ ແລະ ສາກົນ ມັກຈະເຮັດໃຫ້ຄ່າຄອງຊີບ ຫຼື ລາຄາສິນຄ້າເພື່ອການອຸປະໂພກ-ບໍລິໂພກຕ່າງໆເພີ່ມສູງຂຶ້ນ ເຮັດໃຫ້ມີຜົນກະທົບຕໍ່ການດຳລົງຊີວິດຂັ້ນພື້ນຖານຂອງຊາວຜູ້ອອກແຮງງານລາວ ໂດຍສະເພາະ ກຸ່ມຜູ້ອອກແຮງງານທີ່ມີລະດັບສີມືຕ່ຳ ລວມທັງແຮງງານເຄື່ອນຍ້າຍຈາກຊົນນະບົດເຂົ້າມາເຮັດວຽກໃນຕົວເມືອງເປັນກຸ່ມທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ຄ່າແຮງງານທີ່ຕ່ຳເປັນສາເຫດໜຶ່ງທີ່ພາໃຫ້ເກີດມີການຂາດແຄນແຮງງານຢູ່ບັນດາຫົວໜ່ວຍແຮງງານ ສັງເກດໄດ້ຈາກອັດຕາການເຂົ້າ-ອອກວຽກທີ່ຍັງມີສູງ ພ້ອມດຽວກັນນັ້ນ ກໍຍັງມີແຮງງານລາວຈຳນວນຫຼາຍເຄື່ອນຍ້າຍໄປເຮັດວຽກຢູ່ປະເທດໃກ້ຄຽງທີ່ມີຄ່າແຮງງານສູງກວ່າ ເຮັດໃຫ້ເກີດມີຜົນກະທົບຕໍ່ລະບົບເສດຖະກິດໂດຍລວມຂອງປະເທດ ໂດຍສະເພາະ ບັນຫາການຂາດແຄນແຮງງານໃນປັດຈຸບັນ ຜູ້ອອກແຮງງານບໍ່ພັດທະນາຕົນເອງທາງດ້ານສີມື ແລະ ທັດສະນະຄະຕິໃນການເຮັດວຽກດັ່ງນີ້ເປັນຕົ້ນ ຈາກບັນຫາດັ່ງກ່າວ ເປັນສິ່ງທ້າທາຍໜຶ່ງທີ່ສຳຄັນໃຫ້ແກ່ປະເທດເຮົາໃນການຊອກຫາວິທີເພື່ອປ້ອງກັນ ແລະ ແກ້ໄຂໃຫ້ທັນເວລາ.
ອົງການສາມຝ່າຍ ແລະ ພາກສ່ວນກ່ຽວຂ້ອງໄດ້ປຶກສາຫາລືກັນ ເພື່ອປັບປຸງ ແລະ ແກ້ໄຂບັນຫາທາງດ້ານຄ່າແຮງງານຂັ້ນຕ່ຳໃຫ້ສອດຄ່ອງກັບສະພາບການດຳລົງຊີວິດຕົວຈິງ ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດໃນແຕ່ລະໄລຍະຂອງປະເທດ ເຮັດໃຫ້ຄ່າແຮງງານສາມາດຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ອອກແຮງງານ ແລະ ຄອບຄົວໃນຂັ້ນພື້ນຖານ ປົກປ້ອງຜູ້ອອກແຮງງານເພື່ອສ້າງລາຍຮັບ ໃຫ້ຄຽງຄູ່ກັບລາຍຈ່າຍທີ່ແທດເໝາະກັບຕົວຈິງໃນປັດຈຸບັນ.