ວັນອັງຄານ ທີ 10 ທັນວາ 2019 00:52:55
ສຳນັກຂ່າວສານ Tasnim ລາຍງານວ່າ ທ່ານ ອັບໂດລນາເຊີ ເຮມມາຕີ ຜູ້ວ່າການທະນາຄານກາງອີຣານ (CBI) ແຈ້ງໃຫ້ຮູ້ເມື່ອວັນທີ 25 ກັນຍາທີ່ຜ່ານມາວ່າ ອີຣານ ໃຊ້ສະກຸນເງິນພາຍໃນປະເທດ ແລະ ເງິນເອີໂຣ ໃນການຄ້າແບບສອງຝ່າຍກັບຣັດເຊຍ ແລະ ຕວກກີ.
ຜູ້ວ່າການ CBI ຍັງໄດ້ເວົ້າເຖິງການພົບປະ ລະຫວ່າງປະທານາທິບໍດີອີຣານ ຮັສຊັນ ຣູຮານີ ກັບປະທານາທິບໍດີຣັດເຊຍ ວາລາດີເມຍ ປູຕິນ ຢູ່ນອກກອງປະຊຸມສຸດຍອດສາມຝ່າຍ ອັນປະກອບມີອີຣານ ຣັດເຊຍ ແລະ ຕວກກີ ຊຶ່ງຈັດຂຶ້ນທີ່ ອັງກາຣາ (ປະເທດຕວກກີ) ເມື່ອວັນທີ 16 ກັນຍາທີ່ຜ່ານມາ ໂດຍໃຫ້ຮູ້ວ່າ ການພົວພັນທາງດ້ານທະນາຄານ ລະຫວ່າງອີຣານ ກັບຣັດເຊຍ ກໍໄດ້ນຳອອກມາປຶກສາຫາລື ຢູ່ໃນການພົບປະນີ້.