ວັນຈັນ ທີ 9 ທັນວາ 2019 14:45:40
ພິທີເປີດຫ້ອງຄົ້ນຄວ້າເພື່ອເລັ່ງການພັດທະນາຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ຈັດຂຶ້ນວັນທີ 19 ກັນຍາ 2019 ຢູ່ສູນການຄ້າວຽງຈັນເຊັນເຕີ ໂດຍມີທ່ານນາງ ເພັດສະໝອນ ສອນ ຮອງຫົວໜ້າສູນສະຖິຕິ ກະຊວງແຜນການ ແລະ ການລົງທຶນ ທ່ານນາງ ຣິຄາດ້າ ຣິເກີ້ ຜູ້ຕາງໜ້າອົງການ UNDP ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດ ອົງການຈັດຕັ້ງສາກົນ ແລະ ຂະແໜງ ການກ່ຽວຂ້ອງ ເຂົ້າຮ່ວມ.
ປັດຈຸບັນໂລກໄດ້ມີການປ່ຽນ ແປງຢ່າງວ່ອງໄວ ເປັນຕົ້ນ ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ມີຄວາມທ້າທາຍຕໍ່ການພັດທະນາ ອົງການ UNDP ຈິ່ງໄດ້ໃຫ້ຄວາມສຳຄັນໃນການສຳຫຼວດ ການແກ້ໄຂ ແລະ ທົດລອງກ່ຽວກັບ ການປ່ຽນແປງຂອງສະພາບດິນຟ້າອາກາດ ເພື່ອເຮັດໃຫ້ປະຊາຊົນເຂົ້າໃຈເຖິງສາເຫດຕົ້ນຕໍຂອງບັນຫາ ກໍຄື ລະບົບນິເວດ ທຳມະຊາດທີ່ມີຄວາມທ້າທາຍ.
ຫ້ອງການຄົ້ນຄວ້າເພື່ອເລັ່ງການພັດທະນາ ຈະຄົ້ນຄວ້າການແກ້ໄຂບັນຫາຈາກຮາກຖານ ແລະ ທົດສອບ ຖ້າພົບວ່າຄຸນນະພາບພຽງພໍ ກໍຈະໄດ້ຂະຫຍາຍອອກຕື່ມອີກ ເພື່ອກຽມພ້ອມໃນການແກ້ໄຂບັນຫາທີ່ທ້າທາຍ ເຊິ່ງຫ້ອງຄົ້ນຄວ້າດັ່ງກ່າວ ຈະຊ່ວຍໃນການມີສ່ວນຮ່ວມສຳລັບການແກ້ໄຂບັນຫາພຼາສະຕິກທົ່ວໂລກ ສ້າງອາຊີບໃຫ້ຊາວໜຸ່ມ ໂດຍການເຮັດວຽກຮ່ວມກັບກະຊວງແຜນການ ແລະ ການລົງທຶນ ກະຊວງການຕ່າງປະເທດ ແລະ ກະຊວງອື່ນໆ ທີ່ກ່ຽວຂ້ອງ.