ວັນຈັນ ທີ 16 ທັນວາ 2019 06:54:18
ສານຊັ້ນຕົ້ນ ພະນົມເປັນ (ຂອງກຳປູເຈຍ) ໄດ້ມີຄຳສັ່ງອອກມາເມື່ອວັນທີ 16 ກັນຍານີ້ ກ່ຽວກັບການຈັບກຸມທ່ານ ສຳເຣນສີ ຫົວໜ້າພັກກູ້ຊາດ ກຳປູເຈຍ (CNRP) ຊຶ່ງເປັນພັກຝ່າຍຄ້ານ ທີ່ໄດ້ຖືກຍຸບຕົວໄປແລ້ວນັ້ນ ແລະ ຂະນີ້ເຂົາພວມດຳລົງຊີວິດພັດຖິ່ນ.
ທ່ານ ກອຍ ຊາວ ຜູ້ພິພາກສາສານຊັ້ນຕົ້ນພະນົມເປັນ ໄດ້ອອກຄຳສັ່ງໃຫ້ບັນດາ ອົງການທີ່ມີສິດອຳນາດຂອງກຳປູເຈຍ ຕ້ອງໄດ້ຄົ້ນຫາ ຈັບກຸມ ແລະ ນຳຕົວທ່ານ ສຳເຣນສີ ເຂົ້າສູ່ການໄຕ່ສວນໂດຍໄວ ເນື່ອງວ່າເຂົາໄດ້ມີການກະທຳແຕະຕ້ອງເຖິງກະສັດ ໂນໂຣດົມ ສີຫາໂມນີ.
ບັນດາທະນາຍຄວາມຂອງກຳປູເຈຍ ໄດ້ຍື່ນຄຳຮ້ອງ ສະເໜີໃຫ້ສານໃນກຳປູເຈຍ ເພື່ອຜັນຂະຫຍາຍ ການດຳເນີນການທາງດ້ານກົດໝາຍ ແກ້ໄຂຢ່າງເຂັ້ມງວດຕໍ່ການກະທຳຂອງທ່ານ ສຳເຣນສີ.