ວັນອັງຄານ ທີ 10 ທັນວາ 2019 02:26:34
ທ່ານນາງ ນີມາລາ ຊີທາຣາມານ ລັດຖະມົນຕີກະຊວງການເງິນອິນເດຍ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ເມື່ອວັນທີ 14 ກັນຍານີ້ ໂດຍໄດ້ປະກາດບ້ວງການເງິນ 700 ຕື້ຣູປີ (ເທົ່າກັບເກືອບ 10 ຕື້ໂດລາສະຫະລັດ) ເພື່ອຊຸກຍູ້ໃຫ້ພື້ນຖານເສດຖະກິດ ພົ້ນຈາກຈັງຫວະຄວາມເຕີບໂຕຕ່ຳທີ່ສຸດໃນຮອບ 6 ປີທີ່ຜ່ານມາ.
ທ່ານນາງ ນີມາລາ ຊີທາຣາມານ ເວົ້າວ່າ ບ້ວງການເງິນດັ່ງກ່າວ ຈະໄດ້ຈັດສັນໃຫ້ແກ່ຂົງເຂດການຂສົ່ງອອກສິນຄ້າ ແລະອະສັງຫາລິມະຊັບ. ກອງທຶນໜຶ່ງທີ່ມີມູນຄ່າ 200 ຕື້ຣູປີ ຈະໄດ້ຮັບການສ້າງຕັ້ງ ດ້ວຍການທີ່ລັດຖະບານປະກອບສ່ວນ 50% ເພື່ອສະໜອງທຶນໃຫ້ແກ່ບັນດາໂຄງການດ້ານເຮືອນຢູ່ ຖ້າຫາກບໍ່ຕິດພັນກັບໜີ້ດ້ອຍຄຸນນະພາບ ຫຼືພວມຖືກສານພິຈາລະນາກ່ຽວກັບການຫຼົ້ມລະລາຍ. ກອງທຶນດັ່ງກ່າວ ຈະນຳມາຊຶ່ງຜົນປະໂຫຍດໃຫ້ແກ່ຜູ້ທີ່ຊື້ເຮືອນຢູ່ປະມານ 350.000 ຄົນ.
ສຳລັບຂົງເຂດການສົ່ງອອກສິນຄ້ານັ້ນ ໂຄງການໃໝ່ໃນການສົ່ງຄືນພາສີ ທີ່່ເອີ້ນວ່າ “ຍົກເລີກພັນທະຕໍ່ສິນຄ້າສົ່ງອອກ” (RoDTEP) ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນ ປີ 2020 ເປັນຕົ້ນໄປ. ໂຄງການ RoDTEP ມີມູນຄ່າປະມານ 500 ຕື້ຣູປີ ຈະເປັນການສົ່ງເສີມບັນດາຜູ້ປະກອບການສົ່ງອອກຫຼາຍກວ່າທຸກໆໂຄງການໃນປັດຈຸບັນບວກເຂົ້າກັນ. ບັນດາໂຄງການສົ່ງຄືນພາສີຂອງອິນເດຍໃນປັດຈຸບັນ ມີມູນຄ່າປະມານ 400-450 ຕື້ຣູປີ.
ຄຽງຄູ່ກັນນັ້ນ ລັດຖະບານອິນເດຍ ກໍສະໜອງບ້ວງການເງິນປະຈຳປີ ມູນຄ່າ 17 ຕື້ຣູປີ ເພື່ອໃຫ້ບໍລິສັດຄ້ຳປະກັນສິນເຊື່ອການສົ່ງອອກ (ECGC) ສະໜອງການປະກັນໄພທີ່ສູງກວ່າ ໃຫ້ແກ່ບັນດາທະນາຄານທີ່ປ່ອຍເງິນກູ້ທຶນຮັບໃຊ້ໃຫ້ແກ່ການສົ່ງອອກສິນຄ້າ.
ທ່ານນາງ ນີມາລາ ຊີທາຣາມານ ເວົ້າວ່າ ມາດຕະການໃນເທື່ອນີ້ ພ້ອມດ້ວຍບັນດາມາດຕະການທີ່ໄດ້ປະກາດໄປໃນສອງເທື່ອທີ່ຜ່ານມາ ຈະເປັນການຊ່ວຍຊຸກຍູ້ພື້ນຖານເສດຖະກິດ ແລະຈັງຫວະຄວາມເຕີບໂຕເສດຖະກິດ ທີ່ຈະໄດ້ຮັບການແກ້ໄຂໃນໄຕມາດທີ 2 ຂອງສົກການເງິນ 2019-2020 (ສົກການເງິນຂອງອິນເດຍ ເລີ່ມແຕ່ວັນທີ 1 ເມສາ ເປັນຕົ້ນໄປ).
ຄວາມເຕີບໂຕຂອງຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງອິນເດຍ ໄດ້ຫຼຸດລົງເປັນໄຕມາດທີຫ້າຕິດຕໍ່ກັນ ໂດຍລົງໄປຍັງເຫຼືອ 5% ໃນໄຕມາດແຕ່ເດືອນເມສາ ຫາເດືອນມິຖຸນາ ປີ 2019 ຊຶ່ງນັບວ່າເປັນລະດັບຕ່ຳສຸດໃນຮອບ 6 ປີທີ່ຜ່ານມາ.