ວັນອັງຄານ ທີ 10 ທັນວາ 2019 01:05:59
ອາຣາບີ ຊາອຸດິດ ແຈ້ງໃຫ້ຮູ້ເມື່ອວັນທີ 14 ກັນຍາທີ່ຜ່ານມາ ກ່ຽວກັບການງົດການຜະລິດນ້ຳມັນເປັນການຊົ່ວຄາວ ຢູ່ໃນພື້ນຖານການຜະລິດນ້ຳມັນ 2 ແຫ່ງ ຂອງ ອາຣາມໂກ (Aramco) ທີ່ຖືກກອງກຳລັງມືປືນ ຮູຕີ ໂຈມຕີ.
ສຳນັກຂ່າວສານ SPA ອ້າງຕາມຖະແຫຼງການຂອງທ່ານ ອັບດູນລາຊິສ ບິນ ຊານມານ ລັດຖະມົນຕີພະລັງງານຂອງອາຣາບີ ຊາອຸດິດ ໃຫ້ຮູ້ວ່າ ການໂຈມຕີດັ່ງກ່າວ ໄດ້ເຮັດໃຫ້ການຜະລິດຢູ່ໃນໂຮງງານໃນນະຄອນ Abqaia ແລະ Khurais ຕ້ອງໄດ້ງົດເປັນການຊົ່ວຄາວ ສົ່ງຜົນໃຫ້ປະລິມານການຜະລິດນ້ຳມັນຂອງ Aramco ຫຼຸດລົງໄປ 50%. ໃນຂະນະດຽວກັນ ແຈ້ງການທີ່ມີອອກມາຫຼັງຈາກນັ້ນ Aramco ກໍໄດ້ຢັ້ງຢືນວ່າ ປະລິມານການຜະລິດນ້ຳມັນດິບຂອງບໍລິສັດນີ້ ຫຼຸດລົງ 5,7 ລ້ານບາເຣນ/ວັນ.
ກ່ອນໜ້ານັ້ນ ໃນວັນດຽວກັນ ກຸ່ມມືປືນ ຮູຕີ (Houthi) ຢູ່ໃນປະເທດເຢແມນ ໄດ້ກ່າວຍອມຮັບວ່າເປັນຝ່າຍໂຈມຕີ ໂດຍໃຊ້ເຮືອບິນແບບບໍ່ມີຄົນຂັບ ແນໃສ່ໂຮງງານ 2 ແຫ່ງ ຂອງ Aramco ຢູ່ໃນນະຄອນ ອັບກາຢາ ແລະ ກູຣາຍສ ຂອງອາຣາບີ ຊາອຸດິດ. ໂທລະພາບຊ່ອງດາວທຽມ Al-Masirah ຂອງຮູຕີ ໃຫ້ຮູ້ວ່າ ກອງກຳລັງຂອງຕົນໄດ້ເປີດບັ້ນໂຈມຕີຂະໜາດໃຫຍ່ ປະກອບມີເຮືອບິນແບບບໍ່ມີຄົນຂັບ 10 ລຳ ໂດຍແນໃສ່ພື້ນຖານການຜະລິດນ້ຳມັນ 2 ແຫ່ງດັ່ງກ່າວ.
ໃນຂະນະດຽວກັນ ທ່ານ ອັບດູນລາຊິສ ບິນ ຊານມານ ແຈ້ງໃຫ້ຮູ້ເມື່ອວັນທີ 15 ກັນຍານີ້ ວ່າ ອາຣາບີ ຊາອຸດິດ ຈະນຳໃຊ້ສາງນ້ຳມັນສຳຮອງ ເພື່ອທົດແທນໃຫ້ແກ່ການເຄື່ອນໄຫວຜະລິດທີ່ຖືກຂາດໄລຍະໄປ ຫຼັງເກີດການໂຈມຕີໃສ່ໂຮງງານກັ່ນນ້ຳມັນສອງແຫ່ງດັ່ງກ່າວ ເຮັດໃຫ້ປະລິມານການຜະລິດນ້ຳມັນຫຼຸດລົງ 50%.
ອາຣາບີ ຊາອຸດິດ ໄດ້ກໍ່ສ້າງພື້ນຖານສະສົມນ້ຳມັນໃຕ້ດິນ 5 ແຫ່ງ ຢູ່ໃນຫຼາຍເຂດທີ່ແຕກຕ່າງກັນໃນທົ່ວປະເທດ ໂດຍສາມາດບັນຈຸນ້ຳມັນສຳເລັດຮູບຊະນິດຕ່າງໆໄດ້ຫຼາຍສິບລ້ານບາເຣນ ເພື່ອນຳໃຊ້ໃນກໍລະນີເກີດວິກິດການ. ພື້ນຖານສະສົມນ້ຳມັນດັ່ງກ່າວ ໄດ້ຮັບການກໍ່ສ້າງແຕ່ປີ 1988 ຮອດປີ 2009 ດ້ວຍມູນຄ່າການກໍ່ສ້າງຫຼາຍສິບຕື້ໂດລາສະຫະລັດ.