ວັນຈັນ ທີ 16 ທັນວາ 2019 07:33:20
ໃນວັນທີ 11 ກັນຍາ 2019 ທີ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ມີການຈັດກິດຈະກຳມິດຕະພາບ ສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2019 ພາຍໃຕ້ຫົວຂໍ້ “ອຸທິດຄວາມຮັກ ພາຍໃຕ້ດວງຈັນດຽວກັນ” ໂດຍການເຂົ້າຮ່ວມຂອງທ່ານນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ທ່ານ ສິນ ເສິນ ທີ່ປຶກສາສະຖານທູດ ສປ ຈີນ ປະຈຳລາວ ມີ ຄູ-ອາຈານ ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ລາວ-ຈີນ ເຂົ້າຮ່ວມ.
ງານດັ່ງກ່າວ ຈັດໂດຍວິທະຍຸ ແລະ ໂທລະພາບກວາງຊີ ສປ ຈີນ ຮ່ວມກັບວິທະຍຸແຫ່ງຊາດລາວ ວິທະຍຸອ່າວເປີຍປູ້ ກວາງຊີ ແລະ ມະຫາວິທະຍາໄລແຫ່ງຊາດລາວ ພ້ອມດ້ວຍຫ້ອງຮຽນຂົງຈື ຂອງ ວິທະຍຸແຫ່ງຊາດລາວ ການຈັດກິດຈະກຳມິດຕະພາບ ສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2019 ໃນຄັ້ງນີ້ ເພື່ອເຕົ້າໂຮມຄວາມສາມັກຄີ ແລະ ສ້າງຄວາມຮັກແພງກັນ ລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ໃຫ້ມີຄວາມເລິກເຊິ່ງ ແລະ ຜັນຂະຫຍາຍ ແນວທາງນະໂຍບາຍຂອງສອງພັກ ສອງລັດ ໃຫ້ປາກົດຜົນເປັນຈິງ ໂດຍການຖືເອົາງານໃນຄັ້ງນີ້ ເປັນເວທີເຜີຍແຜ່ວັດທະນະທຳ ແລະ ຄວາມຮູ້ທາງດ້ານວິຊາການ (ໂດຍສະເພາະ ຄວາມຮູ້ທາງດ້ານເສດຖະກິດຂອງຈີນ) ໃຫ້ຄູ-ອາຈານ ນັກສຶກສາ ແລະ ປະຊາຊົນສອງຊາດ ໃຫ້ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນດີຂື້ນກວ່າເກົ່າ ກິດຈະກຳດັ່ງກ່າວໄດ້ເພີ່ມທະວີຄວາມເຂົ້າໃຈ ທີ່ມີຕໍ່ບຸນປະເພນີທີ່ເປັນມູນເຊື້ອ ແລະ ວັດທະນະທຳຂອງປະເທດຈີນ ເພີ່ມທະວີຄວາມຮູ້ທີ່ມີຕໍ່ປະເທດຈີນ ທີ່ສວຍງາມ ແລະ ກວາງຊີທີ່ສວຍງາມ ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຊາດ ລາວ-ຈີນ.