ວັນພຸດ ທີ 11 ທັນວາ 2019 07:35:37
Sputniknews ລາຍງານວ່າ ປະທານາທິບໍດີເວເນຊູເອລາ ນີໂກລາສ ມາດູໂຣ ໄດ້ຮຽກປະຊຸມສະພາປ້ອງກັນຊາດເວເນຊູເອລາ ເພື່ອນຳເອົາການຕົກລົງອອກມາ ທີ່ພົວພັນເຖິງຄຳຂູ່ທີ່ມາຈາກໂກລົມບີ ທ່າມກາງທີ່ເວເນຊູເອລາ ໃກ້ຈະເລີ່ມການຊ້ອມຮົບຂະໜາດໃຫຍ່ ຢູ່ໃກ້ຊາຍແດນໂກລົມບີ.
ໃນຄຳປາໄສທີ່ກ່າວຜ່ານທາງໂທລະພາບ ເມື່ອວັນທີ 9 ກັນຍານີ້ ປະທານາທິບໍດີ ມາດູໂຣ ເວົ້າວ່າ ທ່ານໄດ້ຕັດສິນຮຽກປະຊຸມ ທີ່ເປັນການແທດເໝາະກັບມາດຕາ 323 ກ່ຽວກັບສະພາປ້ອງກັນຊາດ ເພື່ອແກ້ໄຂຄຳຂູ່ທີ່ກະຫາຍສົງຄາມ ຂອງລັດຖະບານໂກລົມບີ ທີ່ມີຕໍ່ເວເນຊູເອລາ.
ຂ່າວຫຼ້າສຸດແຈ້ງວ່າ ກອງທັບເວເນຊູເອລາ ໄດ້ເລີ່ມຕົ້ນການຊ້ອມຮົບຂະໜາດໃຫຍ່ຢ່າງເປັນທາງການ ໃນວັນທີ 10 ກັນຍານີ້ ໂດຍໃສ່ຊື່ການຊ້ອມຮົບນັ້ນວ່າ “ອະທິປະໄຕ ແລະສັນຕິພາບ” ຊຶ່ງມີຂຶ້ນຢູ່ໃນເຂດຊາຍແດນທີ່ຕິດກັບໂກລົມບີ ທ່າມກາງທີ່ຄວາມເຄັ່ງຕຶງລະຫວ່າງສອງປະເທດສືບຕໍ່ເພີ່ມຂຶ້ນ ເມື່ອມີການກ່າວຫາຊຶ່ງກັນແລະກັນຢ່າງຕໍ່ເນື່ອງ ກ່ຽວກັບກົນອຸບາຍເຮັດໃຫ້ເກີດຜິດຖຽງກັນ ແລະເຮັດໃຫ້ສະພາບການບໍ່ມີຄວາມສະຫງົບ.
ເວເນຊູເອລາ ໄດ້ຜັນຂະຫຍາຍທະຫານ 150.000 ຄົນ ປະກອບກັບລົດຫຸ້ມເກາະ ແລະອາວຸດຍຸດໂທປະກອນຈຳນວນຫຼາຍ ເພື່ອເຂົ້າຮ່ວມການຊ້ອມຮົບດັ່ງກ່າວ ຊຶ່ງມີກຳນົດແກ່ຍາວໄປຮອດວັນທີ 28 ກັນຍານີ້.