ວັນຈັນ ທີ 16 ທັນວາ 2019 06:58:02
ພົບກັນໃນຄໍລຳເກົ່າເຈົ້າເດີມວັນນີ້ ມີເລື່ອງກ່ຽວກັບຂະບວນການຊາວໜຸ່ມອາສາ ເພື່ອເກັບຂີ້ເຫຍື້ອປະເພດກິດກອກຢາ ຢູ່ກຳປູເຈຍ ແລະ ຂ່າວແປກກ່ຽວກັບກົດໝາຍແປຊາກສົບຄົນເປັນຝຸ່ນອິນຊີ ທີ່ ສ ອາເມຣິກາ.
ທີ່ ກຳປູເຈຍ: ມີຂ່າວອອກມາໃນຕົ້ນເດືອນສິງຫາປີນີ້ ທີ່ໃຫ້ຮູ້ວ່າ ຢູ່ກຳປູເຈຍໄດ້ເກີດມີຂະບວນຊາວໜຸ່ມອາສາສະໝັກ ເຮັດອະນາໄມຕາມຫາດຊາຍທະເລ ທີ່ປະເຊີນກັບສະພາບສົກກະປົກ ເປິເປື້ອນຈາກນ້ຳມືຂອງນັກທ່ອງທ່ຽວ ແລະ ຜູ້ຄົນທີ່ຂາດຄວາມຮັບຜິດຊອບຂະບວນການຊາວໜຸ່ມອາສາສະໝັກທີ່ວ່ານີ້ ມີຊື່ເປັນພາສາອັງກິດວ່າ “Rubbish Youths” ແປໄດ້ຄວາມວ່າ “ຊາວໜຸ່ມເກັບຂີ້ເຫຍື້ອ” ໃນເບື້ອງຕົ້ນຂີ້ເຫຍື້ອທີ່ເປັນເປົ້າໝາຍເກັບນັ້ນ ແມ່ນປະເພດກິດ ຫຼື ກົ້ນກອກຢາ ທີ່ຖິ້ມຊະຢູ່ຕາມແຄມຝັ່ງທະເລທີ່ເຮັດໃຫ້ຫາດຊາຍ ເປື້ອນເປິ ຂ່າວບອກວ່າ ຂະບວນການຊາວໜຸ່ມເກັບຂີ້ເຫຍື້ອນີ້ ໄດ້ເລີ່ມເກັບກິດກອກຢາຢູ່ແຄມຝັ່ງຫາດຊາຍ ໂອະເຈີຕຽນ (Ochheuteal) ທີ່ນະຄອນສີຫານຸວິນ ແລະ ວ່າສາມາດເກັບໄດ້ເກືອບ 10.000 ກິດ ໃນມື້ພັກຂອງສອງອາທິດຜ່ານມາ ເປົ້າໝາຍຂອງຂະບວນການນີ້ແມ່ນຕ້ອງເກັບກິດກອກຢາຕາມຫາດຊາຍແຄມຝັ່ງ ໃຫ້ໄດ້ທັງໝົດຈຳນວນ 1 ລ້ານກິດ ບໍ່ໄດ້ແມ່ນບໍ່ຢຸດ ! ຂະບວນການ “ຊາວໜຸ່ມເກັບຂີ້ເຫຍື້ອ” ນີ້ໄດ້ກຳເນີດຂຶ້ນໃນເບື້ອງຕົ້ນ ດ້ວຍການລວມຕົວຂອງຊາວໜຸ່ມອາສາຈຳນວນ 30 ຄົນ ທີ່ບຸກເບີກເຮັດອະນາໄມຂີ້ເຫຍື້ອຢູ່ຕາມຄອງບຶງ ຕຼາເບັກ ເຂດຈຳກາມົນ ນະຄອນຫຼວງພະນົມເປັນ ຈົນໄດ້ຮັບຜົນສຳເລັດເປັນຢ່າງດີ.
ທີ່ ສ ອາເມຣິກາ: ໜັງສືພິມ ຜູ້ແທນປະຊາຊົນ ສະບັບອາທິດຕົ້ນເດືອນພຶດສະພາ 2019 ໄດ້ໃຫ້ຮູ້ວ່າ ລັດວໍຊິງຕັນ ສ ອາເມຣິກາ ໄດ້ຮັບຜ່ານກົດໝາຍ ນຳໃຊ້ຊາກສົບຂອງຄົນເຮັດຝຸ່ນອິນຊີ ທີ່ສາມາດນຳໃຊ້ໃນສວນຄົວປະຈຳເຮືອນໄດ້ຢ່າງປອດໄພ ນີ້ຄືຜົນສຳເລັດທີ່ສຳຄັນໜຶ່ງຂອງລັດຖະສະພາປະຈຳລັດວໍຊິງຕັນ ໃນການຊອກຫາທາງເລືອກຕື່ມ ສຳລັບການຊາປະນະກິດສົບທີ່ເປັນມິດກັບສິ່ງແວດລ້ອມຫຼາຍຂຶ້ນ ຮ່າງກົດໝາຍດັ່ງກ່າວ ໄດ້ເຮັດສຳເລັດໃນກາງເດືອນເມສາປີ 2019 ນີ້ເອງ ແລະ ໄດ້ຍື່ນໃຫ້ຜູ້ວ່າການຂອງລັດລົງລາຍເຊັນຮັບຮອງເອົາໃນທ້າຍເດືອນດຽວກັນນັ້ນ ກົດໝາຍນີ້ ຈະເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ເດືອນພຶດສະພາ ປີ 2020 ເປັນຕົ້ນໄປ ການຄົ້ນຄວ້າທີ່ນຳໄປສູ່ການອອກກົດໝາຍກ່ຽວກັບການແປຊາກສົບໃຫ້ເປັນຝຸ່ນອິນຊີນີ້ ແມ່ນໄດ້ອອກຂໍ້ສະຫຼຸບທີ່ວ່າ ຖ້າຊາກສົບມະນຸດໄດ້ຮັບການຍ່ອຍສະຫຼາຍຖືກຕ້ອງຕາມທຳມະຊາດແລ້ວ ກໍລະນີຄວາມສາມາດນຳໃຊ້ເປັນຝຸ່ນໄດ້ຢ່າງປອດໄພ ເພາະຈະບໍ່ມີກິ່ນອື່ນໃດ ນອກຈາກກິ່ນດິນເທົ່ານັ້ນ ການຊາປະນະກິດສົບມະນຸດດ້ວຍການແປຮູບເປັນຝຸ່ນອິນຊີນີ້ ຈະຊ່ວຍຫຼຸດຄ່າໃຊ້ຈ່າຍລົງຫຼາຍ ທຽບກັບການຈັດການກັບສົບດ້ວຍການໃຊ້ນ້ຳລະລາຍ ການຝັງ ແລະ ການເຜົາ ນອກຈາກນັ້ນຍັງເປັນມິດກັບສິ່ງແວດລ້ອມອີກດ້ວຍ ຂ່າວບອກວ່າ ໃນປັດຈຸບັນມີ 16 ລັດໃນ ສ ອາເມຣິກາ ທີ່ຈັດການກັບຊາກສົບດ້ວຍການໃຊ້ນ້ຳລະລາຍ ແລະ ລັດວໍຊິງຕັນ ເປັນລັດທຳອິດທີ່ຈະໃຊ້ວິທີຈັດການກັບຊາກສົບ ດ້ວຍການຍ່ອຍສະຫຼາຍຕາມທຳມະຊາດ ແລ້ວສາມາດແປຮູບເປັນຝຸ່ນອິນຊີໄດ້.