ວັນຈັນ ທີ 9 ທັນວາ 2019 14:26:57
ລະດູຝົນທຸກໆປີທີ່ຜ່ານມາ ຮ່ອງລະບາຍນ້ຳບໍລິເວນ ບໍລິສັດ ລາວໂຕໂຢຕ້າບໍລິການ-3 ແຍກສີໄຄ ໂດຍສະເພາະ ບໍລິເວນວັດແກ້ວປ່າໄຊຍະຣາມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ຈະມີນ້ຳຖ້ວມຂັງ ທີ່ເກີດຈາກຮ່ອງລະບາຍນ້ຳເກີດການອຸດຕັນ ບໍ່ສາມາດລະບາຍນ້ຳລົງຮ່ອງລະບາຍນ້ຳສາຍແມ່ ເນື່ອງຈາກປະຊາຊົນທີ່ອາໄສບໍລິເວນແຄມທາງໄດ້ເທເບຕົງປົກກວມຮ່ອງລະບາຍນ້ຳ ເຮັດໃຫ້ນ້ຳບໍ່ສາມາດໄຫຼອອກ ຈຶ່ງໄດ້ຍື່ງໄຫຼເຂົ້າຖ້ວມວັດ ເຮືອນ ແລະ ຖະໜົນຫົນທາງ.
ເພື່ອແກ້ໄຂບັນຫາດັ່ງກ່າວ ວັນທີ 4 ກັນຍາ 2019 ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ) ໄດ້ຮ່ວມກັບພະແນກໂຍທາທິການ ແລະ ຂົນສົ່ງ ນວ ແລະ ຫ້ອງການໂທຍາທິການແລະ ຂົນສົ່ງ ເມືອງສີໂຄດຕະບອງ ລົງແກ້ໄຂ ເພື່ອກຽມຮອງຮັບການລະບາຍນ້ຳໃນໄລຍະນີ້ບໍ່ໃຫ້ສົ່ງຜົນກະທົບຕໍ່ສັງຄົມ.
ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການ ຄບຕ ໃຫ້ສຳພາດວ່າ: ຜ່ານການສຳຫຼວດສະ ພາບນ້ຳອັ່ງຂັງຮ່ອງລະບາຍນ້ຳບໍລິເວນດັ່ງກ່າວ ແມ່ນເກີດຍ້ອນຮ່ອງອຸດຕັນ ເຊິ່ງເກີດຈາກປະຊາຊົນຈຳນວນໜຶ່ງ ທີ່ອາໄສຢູ່ບໍລິເວນແຄມທາງໄດ້ເທເບຕົງປົກຄຸມຮ່ອງລະບາຍນ້ຳ ເຊິ່ງເປັນການອັດທາງໄຫຼຂອງນ້ຳລົງສູ່ຮ່ອງລະບາຍນ້ຳແມ່ ການແກ້ໄຂຄັ້ງນີ້ໄດ້ນຳໃຊ້ກົນຈັກ ຂຸດແຜ່ນເບຕົງອອກຈາກຮ່ອງລະບາຍນ້ຳ ເພື່ອເປີດທາງນ້ຳໄຫຼ ພ້ອມນີ້ ຍັງໄດ້ນຳເອົາປ້ຳນ້ຳມາດູດນ້ຳອອກຈາກຮ່ອງເພື່ອລະບາຍນ້ຳທີ່ອັ່ງຂັງອອກ ໂດຍສະເພາະ ບໍລິເວນໜ້າວັດແກ້ວປ່າ ເພື່ອແກ້ໄຂການອຸດຕັນຮ່ອງລະບາຍນ້ຳ ແລະ ໃຫ້ນ້ຳສາມາດລະບາຍອອກໄປຫາຮ່ອງລະບາຍນ້ຳສາຍແມ່ ໄຫຼລົງໃສ່ຮ່ອງວັດໄຕ ແລ້ວໄຫຼລົງສູ່ຮ່ອງແຊງຢ່າງສະດວກ ແນໃສ່ແກ້ໄຂບໍ່ໃຫ້ມີນ້ຳອັ່ງຂັງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ສັງຄົມ ໂອກາດນີ້ ກໍຂໍຝາກເຖິງປະຊາຊົນທີ່ມີເຮືອນບໍລິເວນແຄມທາງ ເອົາໃຈໃສ່ຮ່ວມກັນໃນການລະບາຍນ້ຳ ໂດຍບໍ່ໃຫ້ເທເປຕົງປົກກວມຮ່ອງລະບາຍນ້ຳ ຖ້າບໍ່ໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງ.