ວັນພຸດ ທີ 11 ທັນວາ 2019 15:28:54
ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ທ່ານ ມູນ ແຈ ອິນ ປະທານາທິບໍດີແຫ່ງສາທາລະນະລັດ ເກົາຫຼີ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມລັດຖະກິດຢູ່ລາວ ໃນວັນທີ 5-6 ກັນຍານີ້ ເພື່ອເສີມຂະຫຍາຍຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ ແລະ ສ ເກົາຫຼີ ຕະຫຼອດໄລຍະກວ່າສອງທົດສະວັດໃຫ້ແຕກດອກອອກຜົນຍິ່ງຂຶ້ນ ເພື່ອຜົນປະໂຫຍດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນສອງຊາດ.
ວັນທີ 5 ກັນຍາ 2019 ທີ່ທຳນຽບປະທານປະເທດ ໄດ້ຈັດພິທີຕ້ອນຮັບທ່ານ ມູນ ແຈ ອິນ ຢ່າງເປັນທາງການ ແລະ ສົມກຽດ ໂດຍມີທ່ານ ບຸນຍັງ ວໍລະຈິດ ແລະ ບັນດາການນຳຂັ້ນສູງຂອງລາວເຂົ້າຮ່ວມ ພາຍຫຼັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ ສອງຝ່າຍໄດ້ພົບປະ ເຊິ່ງການພົບປະທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ມູນ ແຈ ອິນ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ສ ເກົາຫຼີ ເດີນທາງມາຢ້ຽມຢາມລັດຖະກິດຢູ່ລາວຄັ້ງນີ້ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດລາວ-ສ ເກົາຫຼີ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ ສອງຝ່າຍໄດ້ຕີລາຄາສູງ ແລະ ທົບທວນຄືນການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ພາຍຫຼັງທີ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ປີ 1995 ເປັນຕົ້ນມາ ການພົວພັນຮ່ວມມືສອງຝ່າຍນັບມື້ໄດ້ຮັບການເສີມຂະຫຍາຍຢ່າງກວ້າງອອກ ໄດ້ມີການແລກປ່ຽນການຢ້ຽມຢາມລະຫວ່າງການນຳຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ ປີ 2020 ເປັນປີທີ່ມີຄວາມໝາຍສຳຄັນ ໂດຍສອງຝ່າຍຈະໄດ້ຮ່ວມກັນສະເຫຼີມ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ສ ເກົາຫຼີ ຄົບຮອບ 25 ປີ ສອງຝ່າຍໄດ້ສະແດງຄວາມຢືນຢັນທີ່ຈະສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ເພື່ອໃຫ້ມີບາດກ້າວອັນໃໝ່ໃນອະນາຄົດ ສືບຕໍ່ຊຸກຍູ້ເສີມຂະຫຍາຍການຮ່ວມມືໃນຂະແໜງການຕ່າງໆ ເປັນຕົ້ນ ແລກປ່ຽນຢ້ຽມຢາມສອງຝ່າຍ ການຮ່ວມມືດ້ານການເມືອງ ການທູດ ການຄ້າ-ການລົງທຶນ ດ້ານກະສິກຳ ດ້ານພະລັງງານ ການພັດທະນາພື້ນຖານໂຄງລ່າງ ດ້ານນະວັດຕະກຳ ດ້ານການທ່ອງທ່ຽວ ດ້ານສາທາລະນະສຸກ ດ້ານແຮງງານ ການພັດທະນາຊົນນະບົດ ກໍຄື ການຮ່ວມມືເພື່ອການພັດທະນາ ແລະອື່ນໆ ປັດຈຸບັນ ການລົງທຶນ ສ ເກົາຫຼີ ໄດ້ຈັດຢູ່ໃນອັນດັບທີ 5 ຂອງການລົງທຶນຕ່າງ ປະເທດຢູ່ລາວ ລວມມູນຄ່າ 750 ກວ່າລ້ານໂດລາສະຫະລັດ ຫຼື ປະມານ 6.575 ຕື້ກີບ ໃນນັ້ນ ໂຄງການໃຫຍ່ທີ່ພົ້ນເດັ່ນຄື: ໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ໂຄງການປູກໄມ້ວິກ ສ້າງຕັ້ງໂຮງງານປຸງແຕ່ງໄມ້ ແລະອື່ນໆ ພ້ອມດຽວກັນນີ້ ສອງຝ່າຍຕ່າງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ ສ ເກົາຫຼີ ໄດ້ໃຊ້ເວລາໄລຍະ 50-60 ປີຜ່ານມາ ໃນການພັດທະນາໃຫ້ກາຍເປັນປະເທດທີ່ມີລາຍຮັບສູງ ທັນສະໄໝ ແລະ ຈະເລີນຮຸ່ງ ເຮືອງ ໃນຂະນະທີ່ລາວກຳລັງສູ້ຊົນ ເພື່ອລົບລ້າງຄວາມທຸກຍາກ ແລະ ບັນລຸເປົ້າໝາຍໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນອະນາຄົດ ນອກນັ້ນ ຜູ້ນຳສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ການຮ່ວມມືໃນຂອບພາກພື້ນ ແລະ ສາກົນ ໂດຍສະເພາະ ການຮ່ວມມືອາຊຽນ-ສ ເກົາຫຼີ ແລະ ການຮ່ວມມືແມ່ນ້ຳຂອງ-ສ ເກົາຫຼີ.
ໂອກາດນີ້ ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ສ ເກົາຫຼີ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນລາວໃນໄລຍະຜ່ານມາ ພິເສດໃນໄລຍະທີ່ລາວໄດ້ປະສົບກັບໄພພິບັດທຳມະຊາດ ທີ່ແຂວງອັດຕະປື ປີ 2018 ໂດຍລັດຖະບານ ສ ເກົາຫຼີ ໄດ້ເອົາໃຈໃສ່ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ວັດຖຸປັດໄຈ ແລະ ທີມແພດຕ່າງໆໃຫ້ແກ່ລາວ.
ພາຍຫຼັງພົບປະສອງຝ່າຍ ຜູ້ນຳຂອງສອງປະເທດ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານການຮ່ວມມື 4 ສະບັບ ໃນຂົງເຂດ ICT ອຸດສາຫະກຳ ແລະ ການຄ້າ ກະສິກຳ ແລະ ການພັດທະນາເສດຖະກິດ.
ໃນວັນດຽວກັນນີ້ ທ່ານ ມູນ ແຈ ອິນ ພ້ອມຄະນະ ໄດ້ພົບປະສອງຝ່າຍກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຊິ່ງສອງຝ່າຍໄດ້ປຶກສາຫາລື ໂດຍໄດ້ລົງເລິກໃນຂະແໜງການຮ່ວມມືສອງຝ່າຍຮອບດ້ານ ໃນໄລຍະ 2 ທົດສະວັດທີ່ຜ່ານມາ ແລະ ສືບຕໍ່ປຶກສາຫາລືກ່ຽວກັບການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ບັນດາໂຄງການຮ່ວມມືເພື່ອການພັດທະນາ ການຮ່ວມມືທາງດ້ານການພັດທະນາຊົນນະບົດ ການແພດ ເຕັກໂນໂລຊີ ພະລັງງານ ການກໍ່ສ້າງພື້ນຖານໂຄງລ່າງ ສືບຕໍ່ໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ການບໍລິຫານນ້ຳ ແລະ ອື່ນໆ ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີແລກປ່ຽນ ການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດ ຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດ ລາວ-ສ ເກົາຫຼີ ໃຫ້ຫຼາຍຂຶ້ນ ນອກຈາກນີ້ ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.