ວັນພຸດ ທີ 11 ທັນວາ 2019 06:49:06
ຂ່າວສານ Reuters/AFP ລາຍງານວ່າ ວັນທີ 1 ກັນຍານີ້ ຈີນໄດ້ເລີ່ມການເກັບພາສີ ເພີ່ມເຕີມ ກັບສິນຄ້າບາງລາຍການຂອງ ສ ອາເມຣິກາ ຊຶ່ງຢູ່ໃນບັນຊີເປົ້າໝາຍທີ່ມີມູນຄ່າ 75 ຕື້ໂດລາສະຫະລັດ ໂດຍມີຜົນບັງຄັບໃຊ້ນັບແຕ່ເວລາ 11 ໂມງ 01 ນາທີ ຂອງວັນທີ 1 ກັນຍານີ້ ເປັນຕົ້ນໄປ.
ບັນດາລະດັບພາສີເພີ່ມເຕີມ 5% ແລະ 10% ແມ່ນປະຕິບັດກັບສິນຄ້າ 1.717 ລາຍການ ຢູ່ໃນຜະລິດຕະພັນທັງໝົດ 5.078 ລາຍການ ທີ່ມີແຫຼ່ງທີ່ມາຈາກ ສ ອາເມຣິກາ. ໃນຂະນະດຽວກັນ ຈີນຈະເລີ່ມເກັບພາສີເພີ່ມເຕີມ ກັບບັນດາສິນຄ້າທີ່ຍັງເຫຼືອ ນັບແຕ່ວັນທີ 15 ກັນຍານີ້ເປັນຕົ້ນໄປ.
ທີ່ໜ້າໃສ່ໃຈກໍຄືວ່າ ຈີນໄດ້ເລີ່ມເກັບພາສີ 5% ກັບສິນຄ້າປະເພດນ້ຳມັນດິບຂອງ ສ ອາເມຣິກາ ນັບແຕ່ວັນທີ 1 ກັນຍານີ້ເປັນຕົ້ນໄປ ນັບວ່າເປັນຂີດໝາຍເທື່ອທຳອິດ ທີ່ນ້ຳມັນດິບຂອງ ສ ອາເມຣິກາ ກາຍເປັນເປົ້າໝາຍຖືກປິດລ້ອມ ນັບແຕ່ ສ ອາເມຣິກາ ແລະ ຈີນ ເລີ່ມເຮັດສົງຄາມ ການຄ້າລະຫວ່າງກັນ ເມື່ອກ່ອນໜ້ານີ້ 1 ປີກວ່າ ເປັນຕົ້ນມາ.
ໃນວັນດຽວກັນ ສ ອາເມຣິກາ ກໍໄດ້ຊຸກຍູ້ສະດັບພາສີ ຕໍ່ບັນດາສິນຄ້າທີ່ນຳເຂົ້າຈາກຈີນ ທ່າມກາງທີ່ ສ ອາເມຣິກາ ເພີ່ມທະວີການສ້າງຄວາມກົດດັນຢ່າງແຮງ ເພື່ອໃຫ້ຈີນຕ້ອງລົງນາມຂໍ້ຕົກລົງການຄ້າສະບັບໜຶ່ງ ແມ້ກະທັ້ງວ່າມີຄວາມກັງວົນ ກ່ຽວກັບການຫຼຸດຈັງຫວະຄວາມເຕີບໂຕ ເສດຖະກິດຂອງ ສ ອາເມຣິກາ ແລະ ທົ່ວໂລກ.
ຫ້ອງການຂອງຜູ້ແທນການຄ້າ ສ ອາເມຣິກາ ໃຫ້ຮູ້ວ່າ ລະດັບພາສີເພີ່ມເຕີມ 15% ກັບສ່ວນໜຶ່ງໃນສິນຄ້າທັງໝົດຂອງຈີນ ເປັນມູນຄ່າ 300 ຕື້ໂດລາສະຫະລັດ ໄດ້ມີຜົນບັງຄັບໃຊ້ໃນເວລາດຽວກັນ ທີ່ຍົກມາຂ້າງເທິງນັ້ນ (11 ໂມງ 01 ນາທີ ຂອງວັນທີ 1 ກັນຍາ.