ວັນພຸດ ທີ 11 ທັນວາ 2019 07:19:10
ເມື່ອວັນທີ 1 ກັນຍານີ້ ລັດຖະບານອາກຊັງຕິນ ໄດ້ປະກາດມາດຕະການຕ່າງໆ ໃນການຄວບຄຸມດ້ານການເງິນ ເພື່ອສະກັດກັ້ນທ່າຫຼຸດຖອຍຂອງຄ່າເງິນເປໂຊ (ສະກຸນເງິນພາຍໃນ ຂອງອາກຊັງຕິນ) ທ່າມກາງທີ່ພື້ນຖານເສດຖະກິດຂອງອາກຊັງຕິນ ຕົກຢູ່ໃນວິກິດການຄວາມເຊື່ອຖື ຍ້ອນເກີດຄວາມບໍ່ໝັ້ນຄົງທາງດ້ານການເມືອງເພີ່ມຂຶ້ນ ຫຼັງການເລືອກຕັ້ງເບື້ອງຕົ້ນ ເມື່ອກາງເດືອນ ສິງຫາທີ່ຜ່ານມາ.
ດຳລັດສະບັບໜຶ່ງ ທີ່ໄດ້ລົງພິມຜ່ານໜັງສືພິມຂອງລັດ ໃຫ້ຮູ້ວ່າ ລັດຖະບານອາກຊັງຕິນ ໄດ້ຕົກລົງກຳນົດການຊື້ເອົາເງິນຕາຕ່າງປະເທດ ຂອງບັນດາບຸກຄົນ ໃນລະດັບສູງສຸດທີ່ 10.000 ໂດລາສະຫະລັດ/ເດືອນ ໃນຂະນະທີ່ວິສາຫະກິດທີ່ຢາກຊື້ເອົາເງິນຕາຕ່າງປະເທດ ໃນບາງກໍລະນີ ຕ້ອງໄດ້ຮັບຄວາມເຫັນພ້ອມຈາກທະນາຄານກາງ ແລະ ການຊື້ເອົາເງິນຕາຕ່າງປະເທດ ເພື່ອມາສະສົມ ໄວ້ ແມ່ນຖືກຫ້າມຢ່າງເດັດຂາດ.
ຄຽງຄູ່ກັນນັ້ນ ການໂອນເງິນຕາຕ່າງປະເທດ ແລະ ໂອນຜົນກຳໄລ ຈາກອາກຊັງຕິນ ໄປຍັງຕ່າງປະເທດ ກໍຄືການຊື້ເອົາຫຸ້ນຈາກຕະຫຼາດອັນດັບຮອງດ້ວຍເງິນຕາຕ່າງປະເທດ ກໍຈະຖືກ ຈຳກັດ ເພື່ອເປັນການກະຕຸ້ນການໝູນວຽນເງິນຕາຕ່າງປະເທດ ຢູ່ໃນລະບົບການເງິນພາຍໃນປະເທດ ແລະ ສະກັດກັ້ນທ່ວງທ່າການຖອນເງິນຕາຕ່າງປະເທດ ເພື່ອນຳອອກໄປຕ່າງປະເທດ.
ມາດຕະການຕ່າງໆດັ່ງກ່າວ ຈະມີຜົນບັງຄັບໃຊ້ໄປຮອດວັນທີ 31 ທັນວາ ປີນີ້ ແລະ ຫຼັງຈາກ ນັ້ນ ອາດຈະໄດ້ຮັບການດັດແກ້ ໂດຍຂຶ້ນກັບສະພາບຄວາມເປັນຈິງ.
ປັດຈຸບັນນີ້ ເງິນເປໂຊ ພັນທະບັດ ແລະ ຫຸ້ນ ຢູ່ໃນອາກຊັງຕິນ ພວມຕົກຢູ່ໃນໄລຍະ ຜັນຜວນຢ່າງແຮງ ໃນຫຼາຍອາທິດມໍ່ໆມານີ້ ໂດຍສະເພາະກໍແມ່ນເງິນເປໂຊ ຕົກຄ່າໄປເຖິງ 26% ພາຍໃນ 3 ອາທິດທີ່ຜ່ານມາ ໂດຍບໍ່ເອົາຫົວຊາຕໍ່ຄວາມພະຍາຍາມສະກັດກັ້ນຂອງທະນາຄານກາງ ໂດຍຜ່ານການຂາຍເງິນອອກສູ່ຕະຫຼາດກວ່າ 2 ຕື້ໂດລາສະຫະລັດ ທີ່ມາຈາກກອງທຶນສຳຮອງ ແຫ່ງຊາດ.