ວັນພະຫັດ ທີ 12 ທັນວາ 2019 02:12:23
ກອງປະຊຸມວິຊາການຂອງໜ່ວຍງານດ້ານການປົກຄອງ ຈັດຂຶ້ນວັນທີ 26 ສິງຫາ 2019 ຢູ່ບໍລິສັດລັດວິສາຫະກິດໄຟຟ້າລາວ ເປັນປະທານຮ່ວມຂອງທ່ານ ນິສິດ ແກ້ວປັນຍາ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພາຍໃນ ທ່ານ ບາລາສຸບຣານຽມ ໂມຣາລີ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັນທະນາ ແລະ ທ່ານ ນາງ ມິຄາ ຮາຣາຣິ ຫົວໜ້າແຜນງານດ້ານປົກຄອງ ອົງການຮ່ວມມື ດ້ານການພັດທະນາຂອງປະເທດສະວິດ ມີຜູ້ຕາງໜ້າຈາກສະພາແຫ່ງຊາດ ສະພາປະຊາຊົນແຂວງ ກະ ຊວງ ສະຖານທູດ ອົງການຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມ.
ເພື່ອເປັນການປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ກ່ຽວກັບການຮັບຟັງຄຳຄິດເຫັນຂອງປະຊາຊົນ ເປັນຕົ້ນ ການສ້າງຄວາມເຂົ້າໃຈກ່ຽວກັບກົນໄກສາຍພົວພັນ ລະຫວ່າງສະພາແຫ່ງຊາດ ສະພາປະຊາຊົນ ແຂວງ ລັດຖະບານ ແລະ ປະຊາຊົນ ເນັ້ນໜັກກົນໄກຕອບສະໜອງຄຳຄິດເຫັນຂອງປະຊາຊົນທີ່ມີໃນປັດຈຸບັນ (ເຄື່ອງມືໃນການສື່ສານ ເຊັ່ນ: ສາຍດ່ວນ ການຮັບຄຳຮ້ອງທຸກ ແລະອື່ນໆ) ມີຈຸດດີ ຈຸດອ່ອນ ສິ່ງທ້າທາຍ ຄວາມຈຳເປັນ ແລະ ບົດຮຽນທີ່ຖອດຖອນໄດ້ແນວໃດ ແລະ ການສ້າງແຜນໃນຕໍ່ໜ້າ ເພື່ອເຮັດໃຫ້ການຕອບສະໜອງຄຳຄິດເຫັນຂອງປະຊາຊົນມີປະສິດທິພາບ ແລະ ປະສິດທິຜົນດີກວ່າເກົ່າ.
ນອກນີ້ ຜູ້ເຂົ້າຮ່ວມຍັງໄດ້ສົນທະນາກັບການມີສ່ວນຮ່ວມຂອງການພັດທະນາເສດຖະກິດ-ສັງຄົມ ຈາກພາກສ່ວນຕ່າງໆໃນສັງຄົມ ເຊິ່ງໄດ້ແລກປ່ຽນປະສົບການ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ຄັ້ງທີ 8 ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ແລະ ຂໍ້ແນະນຳສຳລັບແຜນຄັ້ງຕໍ່ໄປ ການສ້າງຄວາມເຂົ້າໃຈກ່ຽວກັບກົນໄກການມີສ່ວນຮ່ວມຈາກທຸກພາກສ່ວນໃນສັງຄົມ ໃນການສ້າງແຜນເສດຖະ ກິດ-ສັງຄົມ ຄັ້ງທີ 9 (2021-2025) ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ບັນລຸບຸລິມະ ສິດກ່ຽວກັບວຽກງານດ້ານການປົກຄອງທີ່ຈະສະເໜີໃນແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9.