ວັນພະຫັດ ທີ 12 ທັນວາ 2019 04:54:12
ເມື່ອວັນທີ 17 ສິງຫານີ້ ສະພາການທະຫານຂ້າມຜ່ານ (TMC) ແລະ ຫົວໜ້າຝ່າຍຜູ້ປະທ້ວງຢູ່ໃນຊູດານ ໄດ້ຮ່ວມກັນລົງນາມຂໍ້ຕົກລົງທີ່ເອີ້ນວ່າ “ຖະແຫຼງການລັດຖະທຳມະນູນ ໂດຍຜ່ານນັ້ນກໍເປັນການເປີດທາງ ໃຫ້ແກ່ການຖ່າຍໂອນອຳນາດໃຫ້ແກ່ອຳນາດການປົກຄອງຝ່າຍພົນລະເຮືອນ. ມີປະມຸກລັດ ແລະ ຫົວໜ້າລັດຖະບານ ຈາກຫຼາຍປະເທດ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມຂໍ້ຕົກລົງດັ່ງກ່າວ ຊຶ່ງຈັດຂຶ້ນທີ່ນະຄອນຫຼວງຄາຕູມ (ປະເທດຊູດານ).
ນາຍພົນ ຮາມດານ ດັກໂລ ຮອງປະທານ TMC ແລະ ທ່ານ ອາເມັດ ອາລ-ຣາບີເອ ຊຶ່ງເປັນຕົວແທນໃຫ້ແກ່ສະຫະພາບເພື່ອເສລີພາບ ແລະ ການປ່ຽນແປງ (FFC) ເປັນຜູ້ຮ່ວມລົງນາມໃນຂໍ້ຕົກລົງດັ່ງກ່າວ. ກ່ອນໜ້ານັ້ນ TMC ແລະ FFC ໄດ້ເຫັນດີເປັນເອກະສັນກັນ ກ່ຽວກັບຖະແຫຼງການລັດຖະທຳມະນູນ ທີ່ເປັນການເປີດທາງໃຫ້ແກ່ຂະບວນການຖ່າຍໂອນອຳນາດໃຫ້ແກ່ອຳນາດການປົກຄອງຝ່າຍພົນລະເຮືອນ.
ຖະແຫຼງການດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນມາ ໂດຍອີງໃສ່ຂໍ້ຕົກລົງອັນເປັນຂໍກຸນແຈ ກ່ຽວກັບການແບ່ງປັນອຳນາດ ຊຶ່ງສອງຝ່າຍບັນລຸໄດ້ເມື່ອວັນທີ 17 ກໍລະກົດທີ່ຜ່ານມາ ແລະ ມຸ່ງໄປສູ່ສະພາການນຳປະສົມ ອັນປະກອບດ້ວຍຕົວແທນຝ່າຍການທະຫານ ແລະ ຝ່າຍພົນລະເຮືອນ ເພື່ອຕິດຕາມກວດກາການສ້າງຕັ້ງລັດຖະບານຝ່າຍພົນລະເຮືອນ ແລະ ສະພາແຫ່ງຊາດ ເພື່ອບໍລິຫານປະເທດ ໃນໄລຍະຂ້າມຜ່ານແກ່ຍາວເປັນເວລາ 3 ປີ.