ວັນຈັນ ທີ 9 ທັນວາ 2019 23:08:55
ຂ່າວສານຣອຍເຕີ ລາຍງານວ່າ ເມື່ອວັນທີ 15 ສິງຫາທີ່ຜ່ານມາ ອຳນາດການປົກຄອງເຂດບໍລິຫານພິເສດຮົງກົງ (ຈີນ) ໄດ້ປະກາດບ້ວງເງິນຊ່ວຍເຫຼືອເສດຖະກິດ ເປັນມູນຄ່າກວ່າ 19 ຕື້ໂດລາຮົງກົງ (ເທົ່າກັບ 2,44 ຕື້ໂດລາສະຫະລັດ) ທ່າງກາງທີ່ການປະທ້ວງທາງການເມືອງ ແລະ ສົງຄາມການຄ້າ ລະຫວ່າງຈີນ ກັບ ສ ອາເມຣິກາ ທີ່ເພີ່ມທະວີຂຶ້ນ ພວມເປັນການກະທົບຕໍ່ຮົງກົງ.
ແຜນການດັ່ງກ່າວຖືກນຳອອກມາປະກາດ ຫຼັງຈາກທີ່ທາງການຮົງກົງ ປັບຫຼຸດການຄາດຄະເນຄວາມເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ຂອງຮົງກົງ ໃນປີ 2019 ຈາກລະດັບເບື້ອງຕົ້ນ 2-3% ລົງມາຍັງເຫຼືອ 0-1%.
ເຈົ້າໜ້າທີ່ຮົງກົງເວົ້າວ່າ ມາດຕະການດັ່ງກ່າວ ປະກອບມີບັນດາບ້ວງຊ່ວຍເຫຼືອບັນດາວິສາຫະກິດທີ່ມີຄວາມຫຍຸ້ງຍາກ.